ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດ ຊຸກຍູ້ ໃຫ້ພວກຕໍ່ຕ້ານ ໃນຊີເຣຍ ເຂົ້າຮ່ວມ ກອງປະຊຸມ ສັນຕິພາບ (ວີດີໂອ)


ທ່ານ Lakhdar Brahimi (ຊ້າຍ) ພົບກັບທ່ານ John Kerry ລມຕ ການຕ່າງປະເທດ ສຫລ
ທ່ານ Lakhdar Brahimi (ຊ້າຍ) ພົບກັບທ່ານ John Kerry ລມຕ ການຕ່າງປະເທດ ສຫລ
ບັນດານັກ​ການ​ທູດ​ຂັ້ນ​ສູງ ຈາກ 11 ປະ​ເທດ ​ປະຊຸມກັນໃນ​ວັນ​
ອັງຄານ​ມື້​ນີ້ ທີ່ກຸງ​ລອນ​ດອນ ກັບສະມາ​ຊິກ​ຂອງຝ່າຍ​ຄ້ານຊີ​ເຣຍ
​ເພື່ອ​ຊຸກຍູ້ໃຫ້​ພວກ​ທີ່ຄັດຄ້ານ​ຕໍ່​ປະທານາທິບໍດີຊີ​ເຣຍ ທ່ານ
Bashar al-Assad ນັ້ນ ​ເຂົ້າ​ຮ່ວມ​ໃນກອງປະຊຸມ​ສັນ​ຕິພາບ
ກັບ​ທາງ​ລັດຖະບານ ທີ່ໄດ້​ຊັກ​ຊ້າ​ມາ​ເປັນ​ເວລາ​ດົນນານ​ນັ້ນ.

ກ່ອນການ​ເຈລະຈາ ກັບ​ບັນດາສະມາຊິກ​ຄົນ​ສໍາຄັນຂອງ​ກຸ່ມ
​ເພື່ອ​ນມິດຂອງ​ຊີ​ເຣຍນັ້ນ​ ລັດຖະມົນຕີ​ການ​ຕ່າງປະ​ເທດອັງກິດ
ທ່ານ William Hague ກ່າວ ວ່າ ຍິ່ງ​ວິ​ກິດ​ການ​ທາງ​ການ​
ເມືອງ​ໃນ​ຊີ​ເຣຍ ຍືດ​ເຍື້ອ​ແກ່ຍາວ​ອອກ​ໄປດົນ​ເທົ່າ​ໃດ ກໍ​ຍິ່ງ
ເຮັດ​ໃກ້​ມີ ​ການ​ແບ່ງ​ແຍກ​ກັນຫລາຍຍິ່ງຂຶ້ນ. ທ່ານ​ໄດ້​ກ່າວ
ໃນ​ການ​ໃຫ້​ສໍາພາດ​ກັບ​ວິທະຍຸທ້ອງ​ຖິ່ນ​ແຫ່ງນຶ່ງ ວ່າ ໝົດທຸກກຸ່ມ​ຂອງ​ຝ່າຍຄ້ານ​ນັ້ນ​ ຄວນ​ຈະ​ເຂົ້າ​ມາ​ຮ່ວມການເຈລະຈາສັນຕິພາບ​ນີ້.

ການ​ມີ​ຫຼາຍໆ​ກຸ່ມ​ຂອງ​ຝ່າຍ​ຄ້ານ ​ເຮັດເປັນ​ການ​ຍາກ​ທີ່​ຈະ​ຈັດ​ການ​ເຈລະຈາສັນຕິພາບຂຶ້ນ
ຊຶ່ງ​ມີ​ຫຼາຍ​ໆຄໍາ​ຖາມ​ທີ່​ວ່າ ​ແມ່ນ​ຜູ້​ໃດ​ຈະ​ເຂົ້າ​ຮ່ວມ ​ແລະພາຍ​ໃຕ້​ສະພາບ​ການ​ແບບ​ໃດ ​
ເປັນ​ຕົ້ນ.

ບັນດາຜູ້​ນໍາ​ຝ່າຍຄ້ານ ​ໄດ້​ຂູ່​ທີ່​ຈະ​ບໍ່​ຍອມ​ເຂົ້າ​ຮ່ວມ​ກອງ​ປະຊຸມ ນອກຈາກ​ວ່າປະທານາທິບໍດີ
ຊີ​ເຣຍ ທ່ານ Bashar al-Assad ​ຕົກລົງ​ທີ່​ຈະກ້າວລົງຈາກ​ອໍານາດ. ​ແຕ່ທ່ານ Assad
ຢືນ​ຢັດ​ວ່າ ທ່ານ​ຈະ​ຢູ່​ໃນ​ຕໍາ​ແໜ່​ງຕໍ່​ໄປ ຈົນ​ກວ່າ​ສະ​ໄໝຂອງ​ທ່ານ​ຈະ​ສິ້ນສຸ​ດ​ລົງ​ໃນ​ປີ 2014
​ແລະ​ທ່ານ​ກໍ​ອາດ​ຈະສະມັກເລືອກ​ຕັ້ງໃໝ່ ອີກ​ກໍ​ເປັນ​ໄດ້.

SYRIA_CNPK-fixed-x264-Platform_YTHQFull
please wait

No media source currently available

0:00 0:01:15 0:00
ລິງໂດຍກົງ
XS
SM
MD
LG