ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກ​ນັກ​ການ​ທູດ ຊຸກຍູ້ ການຢຸດ​ຍິງ ​ໃນ​ຊີ​ເຣຍ ຂະນະທີ່ ເສັ້ນຕາຍ ຫຍັບໃກ້ເຂົ້າມາ


Syria
please wait
Embed

No media source currently available

0:00 0:00:20 0:00

ການ​ເຈລະຈາ​ການ​ຢຸດ​ຍິງ​ໃນ​ຊີ​ເຣຍ

ພວກ​ນັກ​ການ​ທູດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ ກຳລັງ​ພິຈາ
ລະນາ​ຍັດຕິສະບັບ​ນຶ່ງ​ຂອງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ
​ປະຊາ​ຊາດ ເພື່ອ​ສະໜັບ​ສະ​ໜູນ​ການ​ຢຸດ​ຍິງ​ໃນ​ຊີ​ເຣຍ ທີ່​ໄດ້​ຮັບ
​ການ​ໜຸນ​ຫລັງ​ຈາກສະຫະລັດແລະຣັດ​ເຊຍ​ ​ທີ່​ລັດຖະມົນຕີ​
ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວ​ວ່າ
“ນີ້​ແມ່ນ​ວິທີ​ທາງ​ນຶ່ງ​ທີ່​ຈະ​ຍຸຕິ​ສົງ​ຄາມນີ້ລົງ​ໄດ້.”

ພັກ​ຝ່າຍ​ຕ່າງໆທີ່​ເຮັດ​ສົງຄາມ​ຢູ່ໃນ​ຊິ​ເຣຍ ມີ​ເວລາ​ຈົນ​ຮອດ
ຕອນ​ທ່ຽງ​ວັນ​ສຸກມື້​ອື່ນ​ນີ້​ເທົ່າ​ນັ້ນ ທີ່​ຈະຢືນຢັນວ່າ ພວກ​ເຂົາ​ເຈົ້າ
ຈະ​ເຂົ້າຮ່ວມ​ໃນການຍຸຕິ​ການ​ເປັນ​ປໍ​ລະ​ປັກກັນ​ຫຼືບໍ່ ຊຶ່ງ​ຈະ​ເລີ້​ມຂຶ້ນ
ພາຍ​ໃນ 12 ຊົ່ວ​ໂມງ​ ຫລັງ​ຈາກ​ນັ້ນ.

ທ່ານ Kerry ​ໄດ້ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ “ທາງ​ອອກ​ອີກ​ດ້ານ​ນຶ່ງ ກໍແມ່ນ​ວ່າ ສົງຄາມ​
ຍິ່ງ​ຈະ​ຮ້າຍ​ແຮງ​ລົງ ຊຶ່ງ​ຊິ​ເຣຍ ອາດ​ຈະ​ຖືກ​ທຳລາຍ​ໝົດ ​ແລະບໍ່​ສາມາດ​ຈະ​ກັບ​ຄືນ​ການ​ຮວມກັນ​ໄດ້​ອີກ.”

ພວກ​ນັ​ກຕໍ່ສູ້​ຂອງ​ກຸ່ມ​ລັດ​ອິສລາມ​ນັ່ງ​ຢູ່​ລົດ​ກະບະ ​ໃນ​ຂະນະ​ຖືກ​ຈັບ​ກຸມ​ໂດຍ​ກຸ່ມກອງ​ກຳລັງ​ຕໍ່ສູ້​ເພື່ອ​ປະຊາທິປະ​ໄຕ ​ໃກ້ໆ​ກັບ​ເມືອງ Ash Shaddadi, ​ແຂວງ Hasakah, ຊິ​ເຣຍ 18 ກຸມພາ, 2016.
ພວກ​ນັ​ກຕໍ່ສູ້​ຂອງ​ກຸ່ມ​ລັດ​ອິສລາມ​ນັ່ງ​ຢູ່​ລົດ​ກະບະ ​ໃນ​ຂະນະ​ຖືກ​ຈັບ​ກຸມ​ໂດຍ​ກຸ່ມກອງ​ກຳລັງ​ຕໍ່ສູ້​ເພື່ອ​ປະຊາທິປະ​ໄຕ ​ໃກ້ໆ​ກັບ​ເມືອງ Ash Shaddadi, ​ແຂວງ Hasakah, ຊິ​ເຣຍ 18 ກຸມພາ, 2016.

ບັນດາ​ເຈົ້າ​ໜ້າ​ທີ່​ຂອງສະຫະລັດ ​ແລະຣັດ​ເຊຍ ​ແມ່ນ​ຈະ​ໂອ້​ລົມ​ສົນທະນາ​ກັນຕື່ມ​ອີກ ໃນ​ວັນ​ພະ​ຫັດ​ມື້​ນີ້ ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ການ​ຢຸດ​ຍິງ​ ​ແລະທ່ານ Mikhail Bogdanov ຮອງລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ຍ້ຳວ່າ ຣັດ​ເຊຍ ຈະ​ບໍ່​ໂອ້​ລົມ​ສົນທະນາ​ແຜນການ​ຂອງ​ທາງ​ເລືອກ​ໃໝ່​ໃດໆ​ທັງ​ສິ້ນ.

ລັດຖະບານ​ຊິ​ເຣຍ​ໄດ້​ກ່າວ​ວ່າ​ ຕົນ​ຈະ​ເຂົ້າ​ຮ່ວມ​ ແຕ່​ວ່າຕົນ​ຍັງ​ຈະ​ສືບ​ຕໍ່​ໂຈມ​ຕີ​ກຸ່ມ​ລັດ​ອິສລາມ ​ແລະ​ກຸ່ມ​ອື່ນໆ ​ທີ່ເປັນ​ເຄືອ​ຂ່າຍ​ກັບ​ກຸ່ມກໍ່​ການ​ຮ້າຍ al-Qaida ຊຶ່ງ​ບໍ່​ໄດ້​ຮວມຢູ່​ໃນ​ການ​ຢຸດ​ຍິງ​ນີ້.

ຮູບ​ພາບຈາກ​ກະຊວງ​ການ​ຕ່າງປະ​ເທດ​ຂອງຣັດ​ເຊຍ ສະ​ແດງ​ໃຫ້​ເຫັນ​ວ່າ​ເຮືອບິນ​ລົບ Su-25 ຈອດ​ໃນ​ສະໜາມ​ບິນອາກາດ Hemeimeem ​ໃນ Syria, 18 ກຸມພາ, 2015.
ຮູບ​ພາບຈາກ​ກະຊວງ​ການ​ຕ່າງປະ​ເທດ​ຂອງຣັດ​ເຊຍ ສະ​ແດງ​ໃຫ້​ເຫັນ​ວ່າ​ເຮືອບິນ​ລົບ Su-25 ຈອດ​ໃນ​ສະໜາມ​ບິນອາກາດ Hemeimeem ​ໃນ Syria, 18 ກຸມພາ, 2015.

ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງຂອງ​ພວກ​ຕໍ່ຕ້ານ ຫຼື HNC ​ຍັງ​ສະຫງວນ​ທ່າ​ທີ​ກ່ຽວ​ກັບ ການ​ໃຫ້​ຄວາມ​ສະໜັບສະໜຸນ​ຕໍ່ ການ​ຢຸດ​ຍິງ ​ໃນ​ວັນ​ພຸດ​ວານ​ນີ້ ໂດ​ຍກ່າວ​ວ່າ ພວກ​ຕົນ​ຈະ​ເຂົ້າ​ຮ່ວມ​ 2 ສັບປະດາ ຊຶ່ງ​ຈະ​ຊັ່ງ​ຊາ​ເບິ່ງ​ວ່າ ພັກ​ຝ່າຍ​ອື່ນໆ​ນັ້ນ ຈະ​ມີ​ຄວາມໝາຍ​ໝັ້ນ​ສ່ຳໃດ.

ຄະນະກຳມະການ HNC ຍັງ​ໄດ້​ກ່າວ​ອີກ​ວ່າ ການ​ປະກອບ​ສ່ວນ
ຂອງຕົນ​ນັ້ນ​ແມ່ນມີ​ເງື່ອນ ​ໄຂ​ ກ່ຽວກັບການຈັດ​ສົ່ງການ​ຊ່ອຍ​ເຫຼືອ
ທາງ​ດ້ານ​ມະນຸດສະທຳຕໍ່​ເຂດ​ຕ່າງໆແລະ​ການ​ຢຸດເຊົາຕໍ່ການ​ປິດ
​ລ້ອມຫົວ​ເມືອງ​ຕ່າງໆ ພ້ອມ​ທັງ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່ພົນລະ​ເຮືອນ.

ທ່ານ Michael Ratney ທູດ​ພິ​ເສດ​ຂອງ​ສະຫະລັດ ຮັບ​ຜິດ​ຊອບ​ເລື້ອງຊິ​ເຣຍ ​ໄດ້​ກ່າວ​ຢູ່​ໃນຖະ​ແຫຼງການ​ວ່າ ການສະ​ເ​ໜີ​ແນະ​ຂອງ​ຄະນະກຳມະການ HNC ​ກຳລັງ​ໄດ້​ຮັບ​ກາ​ນພິ ຈາລະ​ນາ​ຢ່າງ​ລະມັດ​ລະວັງ. ທ່ານ​ຍັງ​ສະແດງຄວາມ​ເຫັນຕື່ມ​ວ່າ ຈະ​ມີ​ກຸ່ມ​ປະກອບ​ອາວຸດ ຕ່າງໆ​ໃນ​ຈຳນວນ​ຫຼາຍທີ່​ສຸດ ຈະ​ລົງ​ນາມ​ໃນ​ຂໍ້ຕົກລົງຢຸດ​ຍິງດັ່ງກ່າວ.

XS
SM
MD
LG