ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ກາຍເປັນສູນກາງ ເວທີການທູດ ໂດຍຄາດວ່າ ປະເທດດັ່ງກ່າວ ຈະບຸກໂຈມຕີ ແຂວງອິດລິບ


ເດັກນ້ອຍຄົນນຶ່ງ ລອງໃສ່ໜ້າກາກ ທີ່ເຮັດຂຶ້ນເອງ ເພື່ອປ້ອງກັນແກັສພິດ ທີ່ແຂວງອິດລິບ ປະເທດຊີເຣຍ. (ວັນທີ 3 ກັນຍາ 2018)
ເດັກນ້ອຍຄົນນຶ່ງ ລອງໃສ່ໜ້າກາກ ທີ່ເຮັດຂຶ້ນເອງ ເພື່ອປ້ອງກັນແກັສພິດ ທີ່ແຂວງອິດລິບ ປະເທດຊີເຣຍ. (ວັນທີ 3 ກັນຍາ 2018)

ຊີເຣຍ ຈະກາຍເປັນຈຸດສູນກາງໃນເວທີການທູດ ໃນວັນສຸກມື້ນີ້ ຂະນະທີ່ພວກນັກການ
ທູດພວມຊອກຫາຊ່ອງທາງ ເພື່ອຫຼີກລ້ຽງບໍ່ໃຫ້ເກີດການນອງເລືອດຢູ່ແຂວງອິດລິບ ຊຶ່ງ
ເປັນບ່ອນສຸດທ້າຍທີ່ຍັງຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ.

ປະທານາທິບໍດີຣັດເຊຍ ເທີກີ ແລະອີຣ່ານ ຈະພົບປະສຸດຍອດ ທີ່ນະຄອນຫຼວງເຕຫະ
ຣ່ານ.

ຣັດເຊຍແລະອີຣ່ານ ແມ່ນພັນທະມິດທີ່ໃກ້ຊິດທີ່ສຸດແລະຜູ້ໜຸນຫຼັງທາງທະຫານຂອງຊີ
ເຣຍ ໃນຂະນະທີ່ເທີກີ ຊຶ່ງມີຊາຍແດນຕິດກັບແຂວງອິດລິບຂອງຊີເຣຍນັ້ນ ໃຫ້ການສະ
ໜັບສະໜຸນຕໍ່ພວກຕໍ່ຕ້ານລັດຖະບານ. ເທີກີຢ້ານວ່າ ຈະເກີດວິກິດການອົບພະຍົບ ຖ້າ
ກຳລັງຊີເຣຍຫາກເປີດສາກໂຈມຕີພວກຕໍ່ຕ້ານ ຢູ່ໃນແຂວງດັ່ງກ່າວ.

ຂະນະດຽວກັນ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ກໍຈະເປີດກອງປະ
ຊຸມສຸກເນີນ ທີ່ນະຄອນນິວຢອກ.

8 ປະເທດ ຈາກຢູໂຣບ ທີ່ເປັນສະມາຊິກ ຂອງສະພາຄວາມໝັ້ນຄົງ ໄດ້ອອກຖະແຫຼງ
ການຮ່ວມສະບັບນຶ່ງ ໃນວັນພະຫັດວານນີ້ ກ່າວວ່າ ຕົນ “ມີຄວາມເປັນຫ່ວງຢ່າງເລິກ
ເຊິ່ງ” ທີ່ການໂຈມຕີທາງທະຫານ ໃນແຂວງອິດລິບ ອາດຈະກໍ່ໃຫ້ເກີດ “ໄພພິບັດຮ້າຍ
ແຮງທາງດ້ານມະນຸດສະທຳທີ່ຈະຕິດຕາມມາສຳລັບພົນລະເຮືອນ.”

ຜູ້ຊາຍຄົນນຶ່ງ ຫິ້ວແກ້ວຜັກດອງ ຢູ່ຫ້ອງໃຕ້ດິນ ໃນແຂວງອິດລິບ ໃນຂະນະທີ່ແຂວງດັ່ງກ່າວ ກຽມຮັບມື ກັບການໂຈມຕີ ຂອງທະຫານຊີເຣຍ.
ຜູ້ຊາຍຄົນນຶ່ງ ຫິ້ວແກ້ວຜັກດອງ ຢູ່ຫ້ອງໃຕ້ດິນ ໃນແຂວງອິດລິບ ໃນຂະນະທີ່ແຂວງດັ່ງກ່າວ ກຽມຮັບມື ກັບການໂຈມຕີ ຂອງທະຫານຊີເຣຍ.

ຖະແຫຼງການກ່າວຕື່ມວ່າ “ການບຸກໂຈມຕີທາງທະຫານຢ່າງເຕັມອັດຕາຢູ່ແຂວງອິດລິບ
ອາດຈະເຮັດໃຫ້ຊີວິດພົນລະເຮືອນ ຫຼາຍກວ່າ 3 ລ້ານຄົນຕົກຢູ່ໃນຄວາມສ່ຽງ ຮວມທັງ
ພວກເດັກນ້ອຍ 1 ລ້ານຄົນ ທີ່ອາໄສຢູ່ໃນເຂດດັ່ງກ່າວ.”

8 ປະເທດໃນຢູໂຣບ ຍັງຮຽກຮ້ອງໃຫ້ເທີກີ ຣັດເຊຍແລະອີຣ່ານ ປະຕິບັດຕາມຂໍ້ຕົກລົງ
ຢຸດຍິງໃນແຂວງອິດລິບ ແລະຖືເອົາການປົກປ້ອງພົນລະເຮືອນເປັນບູລິມະສິດ.

ນອກນັ້ນແລ້ວ ໃນວັນພະຫັດວານນີ້ ທີ່ປຶກສາພິເສດຄົນໃໝ່ ຂອງສະຫະລັດ ຮັບຜິດ
ຊອບກ່ຽວກັບເລື້ອງຊີເຣຍ ທ່ານຈິມ ເຈັຟຟຣີກໍໄດ້ກ່າວວ່າ “ມີຫຼັກຖານຢ່າງຫຼວງຫຼາຍ”
ທີ່ສະແດງໃຫ້ເຫັນວ່າ ກຳລັງຊີເຣຍພວມກະກຽມອາວຸດເຄມີ ຢູ່ອ້ອມແອ້ມ ແຂວງອິດ
ລິບ.

ທ່ານເຈັຟຟຣີເອີ້ນສະຖານະການໃນແຂວງອິດລິບວ່າ “ເປັນອັນຕະລາຍທີ່ສຸດ” ແລະ
ກ່າວວ່າ ການໂຈມຕີທາບທະຫານຂອງຊີເຣຍ ອາດຈະເປັນ “ການເຮັດໃຫ້ສະຖານະ
ການເພີ້ມຄວາມຮ້າຍແຮງຂຶ້ນແບບຂາດຄວາມຮັບຜິດຊອບ.”

ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ “ສະຫະລັດກຳລັງຕິດຕາມເບິ່ງສະຖານະການ
ຢ່າງໃກ້ຊິດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG