ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ພ້ອມແລ້ວທີ່ຈະສືບຕໍ່ ເຈລະຈາ ສັນຕິພາບ ໂດຍບໍ່ມີ ເງື່ອນໄຂເບື້ອງຕົ້ນໃດໆ


ທູດພິເສດ ສະຫະປະຊາຊາດ ສຳລັບ ຊີເຣຍ ທ່ານ Ramzy Ezzeldin Ramzy.
ທູດພິເສດ ສະຫະປະຊາຊາດ ສຳລັບ ຊີເຣຍ ທ່ານ Ramzy Ezzeldin Ramzy.

ລັດຖະບານ ຊີເຣຍ ກ່າວວ່າ ພວກເຂົາເຈົ້າພ້ອມແລ້ວທີ່ຈະສືບຕໍ່ການເຈລະຈາສັນຕິພາບ ທີ່ສະໜັບສະໜູນໂດຍອົງການສະຫະປະຊາຊາດກັບຝ່າຍຄ້ານ ໃນນະຄອນ ເຈນີວາ ໃນ ທ້າຍເດືອນສິງຫານີ້. “ໂດຍປາສະຈາກເງື່ອນໄຂ ເບື້ອງຕົ້ນ, ແລະ ທຸກໆການແຊກແຊງ ຈາກພາຍນອກ.”

ການປະກາດໃນວັນອາທິດວານນີ້, ອິງຕາມລາຍງານໂດຍ ອົງການຂ່າວລັດຖະບານ ຊີເຣຍ ຊຶ່ງຕິດຕາມມາໂດຍການ ເຈລະຈາໃນນະຄອນຫຼວງ Damascus ລະຫວ່າງ ທູດ ພິເສດ UN ທ່ານ Ramzy Ezzeldin Ramzy ແລະ ຮອງລັດຖະມົນຕີການຕ່າງປະເທດ ຊີເຣຍ ທ່ານ Fayssal Mikdad.

ທ່ານ Mikdad ບໍ່ໄດ້ໃຫ້ຂໍ້ມູນໃດໆ ແລະ ມັນຍັງບໍ່ຊັດເຈນຈົນຮອດຕອນແລງຂອງວັນ ອາທິດວານນີ້ ວ່າການເຈລະຈາໄດ້ສ້າງຄວາມກ້າວໜ້າ ກ່ຽວກັບ ຄວາມບໍ່ໄປບໍ່ມາໃນອະ ນາຄົດຂອງປະທານາທິບໍດີທີ່ຖືກໂຈມຕີ ທ່ານ Bashar al-Assad ຫຼືບໍ່, ເຊິ່ງເປັນທາງຕັນ ທີ່ໄດ້ຊ່ວຍໃຫ້ການເຈລະຈາສອງຮອບກ່ອນໜ້ານີ້ໄດ້ຖືກຍົກເລີກ.

ຄວັນໄຟ ແລະ ແປວໄຟພຸ້ງຂຶ້ນສູ່ທ້ອງຟ້າ ຫຼັງຈາກສິ່ງທີ່ກອງກຳລັງປະຊາທິປະໄຕ ຊີເຣຍ ໄດ້ກ່າວວ່າ ເປັນການໂຈມຕີທາງອາກາດນຳໜ້າໂດຍ ສະຫະລັດ ທີ່ຄຸ້ມບ້ານແຫ່ງໜຶ່ງໃນເມືອງ Manbij ບ່ອນທີ່ ພວກລັດອິສລາມ ໄດ້ໄປປະຈຳການ ທີ່ປົກຄອງລັດຖະບານ Aleppo, ຊີເຣຍ. 16 ມິຖຸນາ, 2016.
ຄວັນໄຟ ແລະ ແປວໄຟພຸ້ງຂຶ້ນສູ່ທ້ອງຟ້າ ຫຼັງຈາກສິ່ງທີ່ກອງກຳລັງປະຊາທິປະໄຕ ຊີເຣຍ ໄດ້ກ່າວວ່າ ເປັນການໂຈມຕີທາງອາກາດນຳໜ້າໂດຍ ສະຫະລັດ ທີ່ຄຸ້ມບ້ານແຫ່ງໜຶ່ງໃນເມືອງ Manbij ບ່ອນທີ່ ພວກລັດອິສລາມ ໄດ້ໄປປະຈຳການ ທີ່ປົກຄອງລັດຖະບານ Aleppo, ຊີເຣຍ. 16 ມິຖຸນາ, 2016.

ບັນດາລັດຖະບານປະເທດຕາເວັນຕົກ ໄດ້ຢືນຢັນວ່າ ທ່ານ Assad ຕ້ອງລາອອກຈາກ ຕຳແໜ່ງປະທານາທິບໍດີ ເພື່ອໃຫ້ເປັນພາກສ່ວນໜຶ່ງຂອງທຸກຂໍ້ຕົກລົງສັນຕິພາບ ທີ່ແກ່ ຍາວມາດົນ, ໃນຂະນະທີ່ບັນດາພັນທະມິດຂອງທ່ານ Assad, ຊຶ່ງເປັນທີ່ສະດຸດຕາທີ່ສຸດ ກໍແມ່ນປະເທດ ຣັດເຊຍ, ແມ່ນກຳລັງຕໍ່ສູ້ຄຽງຂ້າງກັບກອງກຳລັງ ຊີເຣຍ ເພື່ອຮັກສາການ ກຳອຳນາດຂອງທ່ານ Assad ເອົາໄວ້.

ການເຈລະຈາສັນຕິພາບສອງສັບປະດາໃນເດືອນເມສາ ທີ່ຜ່ານມາ ແລະ ສັນຍາສະຫງົບ ເສິກກ່ອນໜ້ານີ້ ໄດ້ພັງທະລາຍລົງເມື່ອຂໍ້ຕົກລົງ ກ່ຽວກັບ ອະນາຄົດຂອງທ່ານ Assad ບໍ່ ສາມາດບັນລຸໄດ້, ແລະ ໃນຂະນະທີ່ພວກນັກຮົບທັງສອງຝ່າຍ ທີ່ເຂົ້າຮ່ວມໃນສົງຄາມ ກາງເມືອງອັນຮ້າຍແຮງຂອງປະເທດ ສ່ວນໃຫຍ່ບໍ່ຍອມຮັບຮູ້ສັນຍາຢຸດຍິງດັ່ງກ່າວ.

ການເຈລະຈາທີ່ບໍ່ໄດ້ປະສົບຄວາມສຳເລັດໃນເດືອນເມສາທີ່ຜ່ານມາ ຍັງໄດ້ເຮັດໃຫ້ຫົວ ໜ້ານັກເຈລະຈາສັນຕິພາບ ສຳລັບຝ່າຍຄ້ານທີ່ສຳຄັນຂອງ ຊີເຣຍ ທ່ານ Mohammed Alloush ລາອອກຈາກຕຳແໜ່ງໃນສັບປະດາຕໍ່ມາ. ທ່ານ Alloush ໄດ້ເຊື່ອມຕໍ່ການລາ ອອກຂອງເພິ່ນໃສ່ຄວາມຮຸນແຮງທີ່ຍັງດຳເນີນຢູ່, ເຊິ່ງທ່ານໄດ້ຖິ້ມໂທດໃສ່ລັດຖະບານ ຂອງທ່ານ Assad ແລະ ພັນທະມິດທະຫານ ຣັດເຊຍ ຂອງທ່ານ Assad.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG