ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະມັກ ປະທານາທິບໍດີ ສຫລ ຈະພົບປະກັນອີກ ທີ່ງານລ້ຽງ ເພື່ອການກຸສົນ


ທ່ານໂອບາມາ ແລະ ທ່ານມິດ ຣອມນີ ​ໃນ​ການ​ໂຕ້​ວາທີ ຄັ້ງ​ທີ່ 2
ທ່ານໂອບາມາ ແລະ ທ່ານມິດ ຣອມນີ ​ໃນ​ການ​ໂຕ້​ວາທີ ຄັ້ງ​ທີ່ 2
ສອງມື້ຫຼັງຈາກການໂຕ້ວາທີກັນຢ່າງດຸເດືອດແລ້ວນັ້ນ ປະທານາ
ທິບໍດີສະຫະລັດທ່ານບາຣັກ ໂອບາມາ ແລະຄູ່ແຂ່ງຈາກພັກ
ຣີພັບບລິກັນ ທ່ານມິດ ຣອມນີ ຈະພົບກັນອີກຄັ້ງນຶ່ງ ທ່າມກາງ
ການຈັດແຈງ ທີ່ໜ້າພໍໃຈຫຼາຍຂຶ້ນ ເມື່ອຕອນຄໍ່າວັນພະຫັດມື້ນີ້
ທີ່ນະຄອນນີວຢ໊ອກ.

ຜູ້ສະໝັກທັງສອງທ່ານ ໄດ້ຖືກເຊີນໄປຮ່ວມໃນງານລ້ຽງອາຫານ
ຄໍ່າປະຈໍາ ປີ ຊຶ່ງເປັນເຈົ້າພາບໂດຍສັງຄະມົນທົນຄາທໍລິກ
ໃນນະຄອນນີວຢ໊ອກ ທີ່ໂຮງແຮມຫຼູຫຼາ Waldorf-Astoria.
ງານອາຫານຄໍ່າດັ່ງກ່າວໄດ້ຕັ້ງຊື່ຕາມ ຊືທ່ານ Al Smith ອະດີດ
ຜູ້ປົກຄອງລັດນີວຢ໊ອກ ສັງກັດພັກເດໂມແຄຣັທ ແລະເປັນຜູ້ຖືກ
ແຕ່ງຕັ້ງໃຫ້ເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທິບໍດີທີ່ນັບຖືສາສະໜາຄາທໍລິກ ຄົນທໍາອິດ
ໃນປີ 1928. ໃນງານອາຫານຄໍ່າດັ່ງກ່າວນີ້ ຈະບໍ່ຄືກັນກັບການໂຕ້ວາທີກັນຢ່າງດຸເດືອດ
ທີ່ມະຫາວິທະຍາໄລ Hofstra ທີ່ນີວຢ໊ອກເມື່ອຄືນວັນອັງຄານຜ່ານມານີ້ ຄືທັງທ່ານໂອບາມາ
ແລະທ່ານຣອມນີ ຈະກ່າວຄໍາປາໄສທີ່ເປັນແນວຕະຫຼົກຂົບຂັນ ເພື່ອການ ຮັກສາໄວ້ຊຶ່ງຈິດໃຈ
ແລະປະເພນີຂອງງານດັ່ງກ່າວນີ້.

ກາກດີນາລ Timothy Dolan ທີ່ຮັບຜິດຊອບສັງຄະມົນທົນນີວຢ໊ອກກ່າວວ່າ ທ່ານໄດ້ຮັບອີເມລ
ຫຼາຍສະບັບຈົນນັບບໍ່ໄດ້ ຮຽກຮ້ອງໃຫ້ທ່ານເລີກລົ້ມການເຊື້ອເຊີນປະທານາທິບໍດີ ຍ້ອນວ່າ
ລະບຽບການຂອງກົດໝາຍຮັກສາສຸຂະພາບສະບັບໃໝ່ທີ່ບັງຄັບບັນດາບໍລິສັດປະກັນໄພ
ສຸຂະພາບໃຫ້ກວມເອົາຄ່າໃຊ້ຈ່າຍກ່ຽວກັບການຄຸມກຳເນີດນຳດ້ວຍຊຶ່ງສາສະໜາຄາທໍລິກ
ຄັດຄ້ານເລຶ່ອງການຄຸມກໍາເນີດຢູ່ແລ້ວ.
XS
SM
MD
LG