ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ ພະຍາຍາມ ໃຫ້ຜູ້ເຄາະຮ້າຍ ພາຍຸແຊນດີ ໄດ້ມີໂອກາດ ປ່ອນບັດ


ບັນດາເຈົ້າໜ້າທີ່ປ່ອນບັດເລືອກຕັ້ງ ພະຍາຍາໃຫ້ ປະຊາກອນ ທີ່ໄດ້ຮັບເຄາະຮ້າຍຈາກ ພາຍຸ ແຊນດີ ມີໂອກາດປ່ອນບັດ.
ບັນດາເຈົ້າໜ້າທີ່ປ່ອນບັດເລືອກຕັ້ງ ພະຍາຍາໃຫ້ ປະຊາກອນ ທີ່ໄດ້ຮັບເຄາະຮ້າຍຈາກ ພາຍຸ ແຊນດີ ມີໂອກາດປ່ອນບັດ.
ໃນ​ຂະນະ​ທີ່ປະຊາກອນ ​ໃນລັດ​ New York ​ແລະ New
Jersey ພວມດີ້ນ​ລົນເພື່ອ​ຟື້ນ​ໂຕ​ຄືນ​ຈາກ “ພາຍຸ​ແຊນ​ດີ ຊຶ່ງ​
ເປັນ​ລົມພາຍຸ​ຂະໜາດ​ແຮງ” ​ໃນ​ອາທິດ​ແລ້ວ​ນີ້ ບັນດາ​ເຈົ້າ​
ໜ້າ​ທີ່​ເລືອກ​ຕັ້ງກໍພວມພະຍາຍາມເພື່ອໃຫ້​ເປັນ​ທີ່​ແນ່ນອນ​
ວ່າ ປະຊາກອນ​ເຫລົ່າ​ນີ້​ມີ​ໂອກາດ​ໄດ້​ປ່ອນ​ບັດລົງ​ຄະ​ແນນ​
ສຽງ ​ໃນ​ວັນ​ອັງ​ຄານມື້​ນີ້.


ລັດຖະບານ ​ທັງ​ຢູ່​ໃນ​ລັດ New York ​ແລະ New Jersey ​ໄດ້​ວາງ​ມາດ​ຕະການອະນຸ
ຍາດ​ໃຫ້​ຜູ້​ມີ​ສິດ​ປ່ອນ​ບັດລົງ​ຄະ​ແນນ​ສຽງຢູ່ຕາມບ່ອນ ​ປ່ອນ​ບັດ​ຕ່າງໆ ​ແທນ​ທີ່​ຈະ​ເປັນ​ໜ່ວຍ​ປ່ອນ​ບັດ​ຂອງ​ເຂົາ​ເຈົ້າ ​ແລະ​ລັດ New Jersey ​ໄດ້​ອະ​ນຸຍາດ​ໃຫ້ຜູ້​ມີ​ສິດປ່ອນ​ບັດ ​ລົງ​ຄະ​ແນນ​ສຽງໂດຍ​ຜ່ານ​ທາງ email ​ແລະ fax ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ​ທີ່​ຈະ​ບໍ່​ຊ່ວຍຫຍັງຫຼາຍ​ເທົ່າ​ໃດ ​ໃນ​ເມື່ອ​ວ່າປະຊາກອນ ​ຫລາຍ​ກວ່າ​ນຶ່ງລ້ານ​ຄົນຍັງ​ບໍ່ ມີໄຟ​ຟ້າ​ໃຊ້​ເທື່ອ.

ການ​ຂາດ​ແຄນນໍ້າມັນ​ ​ແລະລະບົບການ​ຂົນ​ສົ່ງສາທາລະນະ ທີ່​ເປັນ​ອຳ ມະ​ພາດນັ້ນ ຄາດ​ວ່າ​ຈະ​ສ້າງ​ຄວ​າມຍຸ່ງຍາກ​ໃຫ້​ແກ່​ບັນດາ​ຜູ້​ປ່ອນ​ບັດທີ່​ພະຍາຍາມ​ໄປ​ໃຊ້​ສິດ​ໃຊ້​ສຽງ ທີ່​ໜ່ວຍ​ປ່ອນ​ບັດ​ເຂົາ​ເຈົ້ານັ້ນ.

ບາງ​ເມືອງ ​ໃນ​ລັດ New Jersey ​ໄດ້​ສົ່ງ​ຫີບ​ປ່ອນ​ບັດ​ພິ​ເສດ​ ໄປ​ຍັງ​ບ່ອນ​ພັກ​ເຊົາ​ສຸກ​ເສີນ. ສ່ວນ​ຢູ່ນະຄອນ​ New York ​ໄດ້​ສົ່ງ​ລົດ​ເມ​ໄປ​ຮັບ​ເອົາປະຊາຊົນ ​ໄປຍັງ​ໜ່ວຍ​ປ່ອນ​ບັດ
ຕ່າງໆ.
XS
SM
MD
LG