ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແນວຄິດທີ່ແຕກຕ່າງ ກ່ຽວກັບເກົາຫຼີເໜືອ ອາດທົດສອບ ສາຍພົວພັນ ສະຫະລັດ-ເກົາຫຼີໃຕ້


ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ກັບ ປະທານາ
ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຂວາ, ຖະແຫຼງການຮ່ວມ
ຈາກສວນກຸຫຼາບຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 30 ມິຖຸນາ, 2017.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ກັບ ປະທານາ ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຂວາ, ຖະແຫຼງການຮ່ວມ ຈາກສວນກຸຫຼາບຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 30 ມິຖຸນາ, 2017.

ຄຳຖາມຫຼາຍຂໍ້ ໄດ້ປາກົດຂຶ້ນ ກ່ຽວກັບ ອະນາຄົດຂອງພັນທະມິດຮັກສາຄວາມປອດໄພ ສະຫະລັດ ແລະ ເກົາຫຼີໃຕ້, ໃນຂະນະທີ່ທັງສອງປະເທດ ໄດ້ເອົາວິທີການທີ່ແຕກຕ່າງ
ກັນຕໍ່ ເກົາຫຼີເໜືອ, ເຖິງແມ່ນຈະມີຄວາມຈິງທີ່ວ່າ ສາຍພົວພັນທີ່ມີມາຍາວນານຫຼາຍທົດ
ສະວັດ ຈະຍັງຄົງເຂັ້ມແຂງມາຈົນຮອດປັດຈຸບັນນີ້ກໍຕາມ, ອີງຕາມການກ່າວຂອງນັກ
ຊ່ຽວຊານ.

ທ່ານນາງ Sue Mi Terry ອະດີດນັກວິເຄາະອົງການ CIA ແລະ ຜູ້ອຳນວຍການພະ
ແນກບັນຫາ ເກົາຫຼີ, ຍີ່ປຸ່ນ ແລະ ມະຫາສະໝຸດ ທີ່ສະພາຮັກສາຄວາມປອດໄພແຫ່ງ
ຊາດ ສະຫະລັດ ໄດ້ກ່າວຕໍ່ວີໂອເອວ່າ “ສະຫະລັດ ແລະ ເກົາຫຼີໃຕ້ ມີການຮ່ວມມືກັນ
ໃນເວລານີ້ ຍ້ອນວ່າ ເກົາຫຼີເໜືອ ບໍ່ໄດ້ເຮັດຫຍັງເທື່ອ, ພວກເຂົາເຈົ້າບໍ່ໄດ້ຮັບເອົາຄຳ
ຂໍຮ້ອງ ຂອງ ເກົາຫຼີໃຕ້ ເພື່ອໃຫ້ມີການປຶກສາຫາລືກັນ. ແຕ່ສິ່ງດັ່ງກ່າວນັ້ນອາດເຮັດໃຫ້
ມີການປ່ຽນແປງທິດທາງໄດ້.”

ຄຳຖາມຕ່າງໆ ກ່ຽວກັບ ຄວາມເຂັ້ມແຂງ ແລະ ຄວາມຍືດຍຸ່ນຂອງສາຍພົວພັນ ວໍຊິງຕັນ
ກັບນະຄອນຫຼວງ ໂຊລ ນັ້ນ ໄດ້ກາຍເປັນສິ່ງທີ່ໜ້າສົນໃຈຢ່າງຍິ່ງ ຫຼັງຈາກປະທານາທິບໍ
ດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ໄດ້ປະກາດໃນການກ່າວຄຳປາໄສອອກທາງໂທລະພາບ
ໃນວັນທີ 15 ສິງຫາທີ່ຜ່ານມາ ວ່າ ມັນຈະບໍ່ມີການດຳເນີນການທາງທະຫານໃນແຫຼມ
ເກົາຫຼີ ໂດຍປາສະຈາກການອະນຸມັດ ຂອງລັດຖະບານຂອງທ່ານ.

ທ່ານ ມູນ ໄດ້ກ່າວຄຳຖະແຫຼງການຂອງທ່ານ ບໍ່ເທົ່າໃດມື້ ຫຼັງຈາກປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະເໜີຄວາມເປັນໄປໄດ້ ກ່ຽວກັບ “ໄຟ ແລະ ຄວາມດຸ
ຮ້າຍ ທີ່ໂລກບໍ່ເຄີຍເຫັນມັນມາກ່ອນ”
ຖ້າ ເກົາຫຼີເໜືອ ສືບຕໍ່ແນວທາງຂອງການພັດ
ທະນາອາວຸດໃນປັດຈຸບັນຂອງພວກເຂົາ.

ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຄົບຮອບການດຳລົງຕຳແໜ່ງໄດ້ 100 ວັນ ໃນວັນ
ພະຫັດທີ່ຜ່ານມານັ້ນ, ປະທານາທິບໍດີ ເສລີນິຍົມຂອງເກົາຫຼີໃຕ້ ໄດ້ກ່າວຢໍ້າຈຸດຢືນຢັດ
ຂອງທ່ານວ່າ “ມັນຈະບໍ່ມີສົງຄາມຄັ້ງຕໍ່ໄປໃນແຫຼມເກົາຫຼີ.” ໃນສິ່ງທີ່ປາກົດວ່າຈະເປັນ
ການເຕືອນຕໍ່ການຢືນຢັດຂອງທ່ານ ທຣຳ, ເຊິ່ງໄດ້ຮັກສາທາງເລືອກການທະຫານໄວ້
ໃນການພິຈາລະນາຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG