ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກຊາຍຂອງຜູ້ນໍາຜະເດັດການ ມີຄະແນນນໍາໜ້າຢ່າງຫຼວງຫຼາຍ ໃນການລົງຄະແນນສຽງເລືອກຕັ້ງປະທານາທິບໍດີໃນ ຟີລິບປິນ


ປະຊາຊົນ ພາກັນຕໍ່ແຖວຍາວ ເພື່ອລົງຄະແນນສຽງເລືອກຕັ້ງ ທີ່ສະຖານທີ່ລົງຄະແນນສຽງ, ວັນຈັນທີ 9 ພຶດສະພາ 2022, ໃນນະຄອນຫຼວງມະນີລາ, ປະເທດຟີລິບປີນ.
ປະຊາຊົນ ພາກັນຕໍ່ແຖວຍາວ ເພື່ອລົງຄະແນນສຽງເລືອກຕັ້ງ ທີ່ສະຖານທີ່ລົງຄະແນນສຽງ, ວັນຈັນທີ 9 ພຶດສະພາ 2022, ໃນນະຄອນຫຼວງມະນີລາ, ປະເທດຟີລິບປີນ.

ລູກຊາຍ ແລະຜູ້ທີ່ມີຊື່ຄືກັນກັບພໍ່ ຜູ້ນໍາຜະເດັດການຟິລິບປິນທີ່ຖືກຂັບໄລ່ອອກຈາກອໍານາດ ທ່ານເຟີດິນານ ມາໂກສ (Ferdinand Macos) ມີຄະແນນນໍາໜ້າຢ່າງ​ຫຼວງ​ຫຼາຍ ໃນການນັບຄະແນນເລືອກຕັ້ງ ປະທານາທິບໍດີ ຢ່າງບໍ່ເປັນທາງການ ໃນປະ​ເທດປະຊາທິປະໄຕ​ຢູ່ເອເຊຍ ທີ່​ມີ​ການ​ແບ່ງ​ແຍກຢ່າງເລິກເຊິ່ງໃນມື້ວັນຈັນວານນີ້, ອີງຕາມລາຍງານຂອງອົງການຂ່າວ AP.

ດ້ວຍການນັບ​ບັດຄະແນນຫຼາຍກວ່າ 77 ເປີເຊັນ​ໄປ​ແລ້ວ, ທ່ານ ມາໂກສ ຈູເນ່ຍ ມີຄະແນນ 25 ລ້ານ, ນໍາໜ້າຄູ່ແຂ່ງຂອງທ່ານ ຮອງ​ປະ​ທາ​ນາ​ທິບໍດີ​ໃນ
ປັດ​ຈຸ​ບັນ ທ່ານເລນີ ໂຣບຣີໂດ (Leni Robredo), ທີ່ຕໍ່ສູ້ສະໜັບສະໜຸນທາງດ້ານສິດທິມະນຸດ ທີ່ມີຄະແນນ 11 ລ້ານ 9 ແສນ.

ຜູ້ທີ່ໄດ້ຮັບໄຊຊະນະ ຈະ​ເຂົ້າດໍາລົງຕໍາແໜ່ງໃນວັນທີ 30 ມິຖຸນາເປັນເວລາ 6 ປີ ໃນສະ​ໄໝນຶ່ງປີຂອງການເປັນຜູ້ນໍາ ໃນຂະນະທີ່ຂົງເຂດເອເຊຍຕາເວັນອອກ ສຽງໃຕ້ໄດ້ຮັບຜົນກະທົບຢ່າງຮຸນແຮງອັນ ເນື່ອງມາຈາກການລະບາດຂອງພະ ຍາດໂຄວິດ-19 ແລະການປິດເມືອງ.

ຍັງມີສິ່ງທ້າທາຍອື່ນໆນໍາອີກດ້ວຍ ເຊິ່ງລວມມີ ຄວາມທຸກຍາກທີ່ເພີ້ມຂຶ້ນ ແລະບໍ່ມີວຽກເຮັດງານທໍາ, ການກໍ່ການຮ້າຍເປັນເວລາຍາວຫຼາຍສິບປີຂອງພວກມຸສລິມ ແລະຄອມມູນິສຫົວຮຸນແຮງ. ປະທານາທິບໍດີຄົນຕໍ່ໄປຍັງຕ້ອງຮັບຟັງຄວາມຕ້ອງການ ໃນການຟ້ອງຮ້ອງປະທານາທິບໍດີ ທ່ານໂຣດຣິໂກ ດູເຕີເຕ (Rodrigo Duterte) ສໍາລັບການສັງຫານປະຊາຊົນຫຼາຍພັນຄົນ ໃນລະຫວ່າງການໃຊ້ກໍາລັງປາບປາມຢາເສບຕິດຂອງທ່ານ, ການເສຍຊີວິດຂອງຜູ້ຄົນເຫຼົ່າ ນັ້ນ ແມ່ນກໍາລັງຢູ່ພາຍໃຕ້ການສືບສວນຂອງໜ່ວຍງານສານອາຍາລະຫວ່າງປະເທດ.

ເຈົ້າເມືອງ ເມືອງ ດາວາວ (Davao) ທ່ານນາງຊາຣາ ດູເຕີເຕ (Sara Duterte), ເຊິ່ງເປັນລູກສາວຂອງທ່ານດູເຕີເຕ ແມ່ນລົງສະໝັກເປັນຮອງປະ ທານາທິບໍດີຮ່ວມກັບ ທ່ານ ມາໂກສ ຈູເນ່ຍ, ເຊິ່ງເປັນຄູ່ພັັນທະມິດທີ່ເປັນລູກຫຼານຂອງຜູ້ນໍາຜະເດັດການທັງສອງຄົນ ອັນໄດ້ສ້າງຄວາມກັງວົນໃຈໃຫ້ກັບກຸ່ມ​ປົກ​ປ້ອງສິດທິມະນຸດ. ການຜູກໝັດດັ່ງກ່າວນັ້ນ ໄດ້ລວມເອົາອໍານາດການລົງຄະແນນສຽງເລືອກຕັ້ງ ທັງພາກເໜືອ ແລະພາກໃຕ້ຂອງພວກເຂົາເຈົ້າເຂົ້າກັນ ອັນໄດ້ສ້າງຄວາມເຂັ້ມແຂງທາງດ້ານການເມືອງຂອງພວກເຂົາຂຶ້ນຕື່ມ, ເຊິ່ງໄດ້ເປັນແຮງຜັກດັນ ເຮັດໃຫ້ພວກເຂົາເຈົ້າມີໂອກາດຫຼາຍຂຶ້ນ, ແຕ່ໄດ້ເຮັດໃຫ້ນັກເຄື່ອນໄຫວເພື່ອສິດທິມະນຸດ ມີຄວາມກັງວົນໃນຫຼາຍໆດ້ານ.

ທ່ານນາງຊາຣາ ດູເຕີເຕ ກໍມີຄະແນນນໍາທີ່ໜ້າຢ້ານເຊັ່ນກັນ, ດ້ວຍຄະແນນສຽງ 24 ລ້ານ 9 ແສນ ໃນການນັບຄະແນນການເລືອກຕັ້ງເປັນຮອງປະທານາທິບໍດີຢ່າງບໍ່ເປັນທາງການ ຈາກຂໍ້ມູນຂອງຄະນະກໍາມາທິການການເລືອກຕັ້ງ.

“ຖ້າພວກເຂົາເຈົ້າຊະນະການເລືອກຕັ້ງ, ປະຫວັດສາດຈະຊໍ້າຮອຍດ້ວຍໂຕຂອງມັນເອງ,” ທ່ານມາຍ​ເລສ ແຊນເຊສ (Myles Sanchez), ພະນັກງານຂອງອົງການສິດທິມະນຸດໄດ້ກ່າວ. “ນັ້ນ ມັນອາດຈະມີກົດໄອຍະການ ແລະຜູ້ທີ່ສັງ ຫານພວກຄ້າຢາເສບຕິດເກີດຂຶ້ນອີກຄັ້ງ ເໝືອນດັ່ງຜູ້ປົກຄອງຂອງພວກເຂົາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG