ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານ Walmart ແລະຮ້ານ Dick's Sporting Goods ຄວບຄຸມ ການຂາຍປືນ ຢ່າງເຂັ້ມງວດ


ຄົນຊຶ້ຜູ້ນຶ່ງ ແມ່ນກຳລັງຂົນຂອງ ໃສ່ລົດຂອງລາວ ຫຼັງຈາກທີ່
ລາວຊື້ຂອງ ຈາກຮ້ານ Walmart ໃນເມືອງ Pittsburgh, 22 ກຸມພາ 2018.
ຄົນຊຶ້ຜູ້ນຶ່ງ ແມ່ນກຳລັງຂົນຂອງ ໃສ່ລົດຂອງລາວ ຫຼັງຈາກທີ່ ລາວຊື້ຂອງ ຈາກຮ້ານ Walmart ໃນເມືອງ Pittsburgh, 22 ກຸມພາ 2018.

​ຮ້ານ​ຂາຍຍ່ອຍ ທີ່ສຳຄັນຂອງ​ສະຫະລັດ 2 ບໍລິສັດ ​ໄດ້​ປ່ຽນ​ນະ​ໂຍບາຍການ​ຂາຍ​ປືນ
​ຂອງ​ພວກຕົນ ​ໃນ​ວັນ​ພຸດ​ວານ​ນີ້ ອັນ​ເປັນຜົນເນື່ອງ​ມາ​ຈາກ​ການ​ຍິງ​ສັງຫານ​ໝູ່​ທີ່​
ໂຮງຮຽນມັດທະ ຍົມປາຍ ​ໃນ​ລັດຟລໍຣີດາ​ນັ້ນ.

ຮ້າ​ນ Walmart ​ຊຶ່ງເປັນ​ຮ້ານ​ຂາຍຍ່ອຍ ​ທີ່​ໃຫຍ່​ສຸດ​ໃນສະຫະລັດ ​ໄດ້​ປະກາດ​ອອກ
​ໄປ​ວ່າ ຕົນໄດ້​ເພີ້ມອາຍຸ​ ຂອງ​ພວກ​ທີ່ໄດ້ຮັບ​ອະນຸຍາດ​ໃຫ້​ຊື້​ປືນ​ໄດ້​ ຂຶ້ນ​ເປັນ 21 ປີ.

ຮ້ານ Walmart ກ່າວຢູ່ໃນຖະແຫຼງການວ່າ “ພວກ​ເຮົາ​ເອົາ​ມາດ​ຕະການ​ຢ່າງ​ຈິງ​ຈັງ
ແທ້ໆ ​ໃນ​ໜ້າ​ທີ່​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ​ໃນ​ຖານະ​ຜູ້​ຂາຍ.”

ນອກນັ້ນ ຮ້ານ Walmart ຍັງ​ໄດ້​ເຊົາ​ຂາຍເຄື່ອງ​ຫຼິ້ນ ​ແລະສິ່ງອື່ນໆ ທີ່​ມີລັກສະນະ
ຄ້າຍຄື​ກັນ​ກັບ​ປືນ ຈາກ​ໜ້າ ​ເວັບ​ໄຊ​ ຂອງ​ຕົນ. ຮ້ານ​ຂາຍຍ່ອຍຂະໜາດໃຫຍ່ດັ່ງກ່າວ​ ​
ໄດ້​ຢຸດ​ເຊົາການ​ຂາຍ​ປືນທີ່​ມີ​ອະນຸພາຍ​ຮ້າຍ​ແຮງ ຫຼື assault-style ​ໃນ​ປີ 2015​
ແລະ​ບໍ່​ໄດ້​ຂາຍ​ປືນ​ສັ້ນ ນອກຈາກ​ຮ້ານຂອງຕົນ ຢູ່​ໃນ​ລັດ Alabama.

​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້ ຮ້ານ Dick’s Sporting Good ​ກໍໄດ້​ປະກາດ​ໄປ​ວ່າ ຕົນ​ຈະ​ບໍ່
​ຂາຍ​ປືນ​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ ຫຼື​ວ່າ ປືນ​ແບບ​ໃດ​ກໍ​ຕາມ ​ໃຫ້​ພວກໜຸ່ມນ້ອຍ ​ທີ່​ມີ​
ອາຍຸ​ຕ່ຳ​ກວ່າ 21 ປີ.

ຮ້ານດັ່ງກ່າວ ຍັງ​ໄດ້​ເອົາ​ບາດກ້າວ​ເພີ້ມ​ຕື່ມອີກ​ຂັ້ນ​ນຶ່ງແລະ​ຮຽກຮ້ອງ​ໃຫ້​ລັດຖະສະພາ
ເກືອດ​ຫ້າມ​ການ​ຂາຍ​ປືນ​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ ​ແລະ​ໃຫ້​ເພີ້ມອາ​ຍຸ​ຕ່ຳ​ສຸດຂອງ​ພວກ​
ທີ່​ມີ​ສິດ​ຊື້​ປືນ​ໄດ້ຂຶ້ນຕື່ມ​.

ຮ້ານ​ຂາຍ​ເຄື່ອງ​ກິລາ Dick's Sporting Goods ​ໃນ​ເຂດ Arlington Heights, ລັດ Illinois, 28 ກຸມພາ 2018.
ຮ້ານ​ຂາຍ​ເຄື່ອງ​ກິລາ Dick's Sporting Goods ​ໃນ​ເຂດ Arlington Heights, ລັດ Illinois, 28 ກຸມພາ 2018.

ທ້າວ Nikolas Cruz ມືປືນ​ທີ່ຖືກກ່າວຫາ​ຍິງ​ສັງຫານ​ໝູ່ ​ທີ່​ໂຮງຮຽນ​ມັດທະຍົມ​ປາຍ
ຢູ່ເມືອງ Parkland ແມ່ນ ​ໃຊ້​ປືນ AR-15.

ຮ້ານ Dick’s Sporting Good ກ່າວ​ວ່າ ທ້າວ Cruz ​ໄດ້​ຊຶ້ປືນດັ່ງກ່າວ ຈາກຮ້ານ
ແຫ່ງ​ນຶ່ງຂອງ​ຕົນຫຼັງ​ຈາກ​ທີ່​ໄດ້​ກວດກາ​ເອກ​ກະ​ສອນ​ຕ່າງໆ​ຕາມ​ຂັ້ນ​ຕອນ​ແລ້ວ, ​ແຕ່​ກໍ
ກ່າວຢ້ຳວ່າ ມັນບໍ່ແມ່ນປືນອັນດຽວກັນ ຫຼືຊະນິດດຽວ ກັບ​ທີ່ໄດ້ໃຊ້​ໃນ​ການ​ຍິງ​ສັງຫານ​
ໝູ່​ ເມື່ອວັນ​ທີ 14 ກຸມພາ.

ທັງ​ຮ້ານ Walmart​ ​ແລະ​ຮ້ານ Dick’s ຕ່າງກໍກ່າວ​ວ່າ ຕົນມີຄວາມໝັ້ນໝາຍຕໍ່ການ​
ໃຫ້​ບໍລິ ການ​ພວກ​ນັກ​ກິລາ ພວກ​ນາຍພານ ​ແລະ​ພວກ​ທີ່​ມີ​ສິດ​ຖື​ປືນ ທີ່​ເຂົາເຈົ້າເອີ້ນວ່າ
​ເປັນ​ພວກ​ປະຊາຊົນ​ທີ່​ປະຕິບັດຕາ​ມກົດໝາຍນັ້ນ.

ການ​ສັງຫານໝູ່17 ຄົນ ​ຢູ່ທີ່ໂຮງຮຽນ​ມັດທະຍົມ​ປາຍ ມາຈໍຣີ ສະໂຕນແມນ ດັກກລາສ
(Marjory Stoneman Douglas) ​ແມ່ນ​ມີຜົນກະທົບ ​ຕໍ່​ບັນດາບໍລິສັດ ຊຶ່ງເບິ່ງຄືວ່າ ໄດ້
ຈັບຕາເບິ່ງການຢັ່ງ​ຫາງ​ສຽງ​ໃນທົ່ວ​ປະ​ເທດ ​ທີ່ໃຫ້ການ​ສະໜັບສະ​ໜຸນຢ່າງຖ້ວມລົ້ນ ຕໍ່ກົດ
ໝາຍຄວບຄຸມປືນຢ່າງຮັດກຸມ​ນັ້ນ.

ມີບໍລິສັດ​ໃຫຍ່ໆ ສິບ​ກວ່າ​ບໍລິສັດ ​ໄດ້​ຍຸຕິ​ການ​ຫຼຸດ​ລາຄາ​ ​ຕໍ່​ພວກ​ສະມາຊິກຂອງສະມາ
ຄົມ​ປືນ​ຍາວແຫ່ງຊາດ ຫຼື NATIONAL Rifle Association (NRA) ຊຶ່ງ​ຮວມມີສາຍ
​ການ ບິນ ແດ​ລຕາ, ​ເອັນ​ເຕີຣ​ໄພຣສ ​ເຣັນ ​ເອີ ຄາຣ ​ປະກັນ​ໄພແມັຕ​ໄລ​ຟ ​ແລະ​ໂຮງ​
ແຮມ​ແບັສ ​ແວັສ​ເທີນ.​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Dick's Sporting Goods CEO: We Don't Want to be a Part of This Story'
please wait

No media source currently available

0:00 0:01:59 0:00

XS
SM
MD
LG