ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຕະຫຼົກ ແລະ ນັກເຄື່ອນໄຫວ ສິດທິ ພົນລະເຮືອນ ທ່ານ ດິກ ເກຣັກໂກຣີ ເສຍຊີວິດແລ້ວ


ນັກຕະຫຼົກ ແລະ ນັກເຄື່ອນໄຫວ ສິດທິ ພົນລະເຮືອນ ທ່ານ ດິກ ເກຣັກໂກຣີ ກ່າວຄຳປາໄສໃນການປະທ້ວງສັນຕິພາບ ທີ່ເມືອງ ອິງໂກວູດ, ລັດ ຄາລິຟໍເນຍ. 29 ກໍລະກົດ, 2003.
ນັກຕະຫຼົກ ແລະ ນັກເຄື່ອນໄຫວ ສິດທິ ພົນລະເຮືອນ ທ່ານ ດິກ ເກຣັກໂກຣີ ກ່າວຄຳປາໄສໃນການປະທ້ວງສັນຕິພາບ ທີ່ເມືອງ ອິງໂກວູດ, ລັດ ຄາລິຟໍເນຍ. 29 ກໍລະກົດ, 2003.

ທ່ານ ດິກ ເກຣັກໂກຣີ ຜູ້ທີ່ໄດ້ທຳລາຍຄວາມກີດກັ້ນດ້ານເຊື້ອຊາດ ສີຜິວໃນຊຸມປີ 1960
ແລະ ໄດ້ໃຊ້ຄຳເວົ້າຕະຫຼົກຂອງລາວເພື່ອກະ ຈາຍຂໍ້ຄວາມ ກ່ຽວກັບ ຄວາມຍຸຕິທຳທາງ
ສັງຄົມ ແລະ ການມີສຸຂະພາບ ທີ່ແຂງແຮງ, ໄດ້ເສຍຊີວິດແລ້ວ. ເພິ່ນມີອາຍຸໄດ້ 84 ປີ.

ລຸກຊາຍຂອງທ່ານ ເກຣັກໂກຣີ, ທ້າວ ຄຣິສຕຽນ ໄດ້ກ່າວຕໍ່ອົງການ ຂ່າວ AP ວ່າພໍ່ຂອງ
ລາວ ໄດ້ເສຍຊີວິດໃນຕອນແລງຂອງວັນເສົາວານ ນີ້ ໃນນະຄອນຫຼວງ ວໍຊິງຕັນ, ຫຼັງ
ຈາກໄດ້ໄປປິ່ນປົວສຸຂະພາບຢູ່ໂຮງໝໍ ປະມານນຶ່ງອາທິດ. ທ່ານໄດ້ປະສົບກັບການຕິດ
ເຊື້ອແບັກທີເຣຍທີ່ ຮ້າຍແຮງ.

ທ່ານ ເກຣັກໂກຣີ ແມ່ນນຶ່ງໃນບັນດານັກຕະຫຼົກ ທີ່ໄດ້ປະສົບຄວາມສຳ ເລັດຢ່າງຫຼວງ
ຫຼາຍ ກັບບັນດາຜູ້ຊົມຄົນຜິວຂາວ ໃນຕົ້ນຊຸມປີ 1960. ທ່ານໄດ້ເຕີບໂຕຈາກໄວເດັກທີ່
ທຸກຍາກໃນນະຄອນ St. Louis ລັດ ມີສຊູຣີ ຈົນກາຍເປັນນັກເວົ້າເຍາະເຍີ້ຍການເມືອງ
ຜູ້ທີ່ໄດ້ໃຫ້ຄຳເຫັນ ຢ່າງຊຳນິຊຳນານ ກ່ຽວກັບ ການແບ່ງແຍກຊົນຊາດສີຜິວ ໃນຕອນ
ຕົ້ນໆຂອງການເຄື່ອນໄຫວສິດທິພົນລະເຮືອນ.

ນອກນັ້ນ ທ່ານຍັງໄດ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ໃນປີ 1968 ໃນຖານະຜູ້
ລົງແຂ່ງຂັນຈາກພັກ ສັນຕິພາບ ແລະ ເສລີພາບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG