ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸມຊົນຊາວອົບພະຍົບ ຈັດງານລະນຶກ ທຽນອັນເໝິນ ເຖິງແມ່ນວ່າຈະມີການປາບປາມຢູ່ໃນຮົງກົງ ແລະ ຈີນ ກໍຕາມ


 ຕຳຫຼວດ ເຝົ້າຍາມ ຢູ່ຖະໜົນສາຍນຶ່ງ ໃນເຂດ ຄັອສເວ ເບ ໃນຮົງກົງ ໃນວັນທີ 4 ມິຖຸນາ 2024.
ຕຳຫຼວດ ເຝົ້າຍາມ ຢູ່ຖະໜົນສາຍນຶ່ງ ໃນເຂດ ຄັອສເວ ເບ ໃນຮົງກົງ ໃນວັນທີ 4 ມິຖຸນາ 2024.

ບັນດາເຈົ້າ​ໜ້າ​ທີ່ໃນ​ຈີນ ​ແລະ​ຮົງ​ກົງ ​ກຳລັງ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ສັງຄົມ​ພົນລະ​ເຮືອນ​ຢ່າງ​ເຂັ້ມ​ງວດ ​ໃນ​ຂະນະ​ທີ່​ປະຊາຊົນ​ໃນ​ເມືອງຕ່າງໆ ຫຼາຍ​ສິບ​ເມືອງ​ໃນ​ທົ່ວ​ໂລກ ພາກັນ​ລະນຶກ​ເຖິງ​ວັນ​ຄົບຮອບ 35 ປີ​ຂອງ​ການ​ສັງຫານ​ໝູ່ ຢູ່​ທີ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ ​ໃນ​ວັນ​ອັງຄານມື້​ນີ້.

ກ່ອນ​ວັນ​ຄົບຮອບ, ອຳນາດ​ການ​ປົກຄອງ​ຮົງ​ກົງ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ 8 ຄົນ​ໃນ​ການ​ລົງ​ໂຄສະນາ​ໃນ​ສື່​ສັງຄົມ​ເພື່ອ​ລະນຶກເຖິງ​ວັນ​ທີ 4 ມິຖຸນາ, ​ເຊິ່ງຕຳຫຼວດ​ກ່າວ​ວ່າ​ແມ່ນມີຈຸດປະສົງ​ເພື່ອ​ໃຊ້ “ວັນ ​ທີ່​ລະອຽດ​ອ່ອນ​ທີ່​ກຳລັງຈະ​ມາ​ເຖິງ” ​ເພື່ອ​ຍຸຍົງ​ໃຫ້​ມີ​ຄວາມ​ກຽດ​ຊັງ​ຕໍ່​ລັດຖະບານ​ຮົງ​ກົງ ​ແລະ ມີ​ເຈດ​ຕະນາ​ຊັກ​ຈູງ.

ຜູ້ທີ່ພົ້ນ​ເດັ່ນ​ກວ່າ​ໝູ່​ໃນ​ບັນດາ​ຜູ້ທີ່​ຖືກ​ຈັບ​ກຸມ​ແມ່ນ​ທະນາຍຄວາມດ້ານ​ສິດທິ​ມະນຸດ ທ່ານ ໂຈ ຫັງ-ຕຸງ (Chow Hang-tung) ຊຶ່ງ​ໄດ້​ຖືກ​ກັກຂັງ​ມາ​ແຕ່​ປີ 2021 ​ໃນ​ການ​ຈັດພິທີສູດ​ມົນ ​ທຽນອັນເໝັນ ປະ​ຈຳ​ປີ ຢູ່​ສວນສາທາລະນະ ວິກຕໍເຣຍ (Victoria) ຂອງ​ຮົງ​ກົງ, ​ເຊິ່ງຖືກສັງ​ຫ້າມ​ນັບ​ແຕ່​ປັກ​ກິ່ງ​ໄດ້​ບັງຄັບໃຊ້​ກົດໝາຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ທີ່​ເປັນທີ່ຖົກ​ຖຽງ​ກັນ​ ກ່ຽວ​ກັບ​ອະດີດ​ອານາ​ນິຄົມ​ຂອງ​ອັງກິດ ແຫ່ງນີ້ ໃນປີ 2020.

ບຸກຄົນອື່ນໆທີ່ຖືກຈັບກຸມໂດຍຕໍາຫຼວດຮົງກົງ ມີແມ່ ແລະລຸງຂອງທ່ານ ໂຈ (Chow) ແລະອະດີດສະມາຊິກຂອງພັນທະມິດຮົງກົງທີ່ປະຈຸບັນຖືກຍຸບ ແລ້ວ, ເຊິ່ງເຄີຍຈັດພິທິປະຈໍາປີດັ່ງກ່າວ ແລະ ທ່ານນາງ ໂຈ (Chow) ໄດ້ດຳລົງຕໍາ ແໜ່ງເປັນຮອງປະທານກ່ອນທີ່ຈະຖືກຍຸບ.

ນອກ​ເໜືອ​ໄປ​ຈາກ 8 ຄົນ​ທີ່​ຖືກ​ຈັບ​ໃນ​ການ​ຂຽນ​ຂໍ້ຄວາມ​ໃນ​ສື່​ສັງຄົມ​ເພື່ອ​ລະນຶກເຖິງ​ວັນ​ທີ 4 ມິຖຸນາ ​ແລ້ວ, ຕຳຫຼວດ​ຮົງ​ກົງ​ ຍັງ​ໄດ້​ກັກ​ຕົວ​ນັກ​ສິລະ​ປິນ ຊັນມູ ເຊິນ (Sanmu Chen) ​ໃນ​ວັນ​ຈັນວານ​ນີ້ ຢູ່​ໃນ​ເຂດ​ການ​ຄ້າ​ທີ່​ມີ​ວຸ້ນວາຍ​ໃນ​ເມືອງ Causeway Bay, ໃກ້​ກັບສວນສາທາລະນະ ວິກຕໍເຣຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG