ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ອົ​ບ​ພະ​ຍົບ ບໍ່​ມີ​ບ່ອນ​ຢູ່​ອາ​ໄສ ຈາກແຂວງ​​ອິດ​ລິບ ​ຂອງ​ຊີ​ເຣຍ ມີ​ຈຳ​ນວນ​ສູງ ເປັນ​ປະ​ຫວັດ​ການ


ພົນ​ລະ​ເຮືອນ​ຊາວ​ຊີ​ເຣຍ ພາ​ກັນ​ຫລົບ​ໜີ​ຈາ​ກ​ເມືອງ ອິດ​ລິບ​ທ່າມ​ກາງ​ທີ່​ມີຝົນ​ຕົກ ໄປ​ສູ່​ທາງ​ພ​າກ​ເໜືອ ເພື່ອ​ຊອກ​ຫາ​ບ່ອນ​ປອດ​ໄພ ໃກ້​ກັບ​ຊາຍ​ແດນ​ເທີ​ກີ ຕິດ​ກັບ​ຊີ​ເຣຍ ເມື່ອວັນ​ທີ 13 ກຸມ​ພ່ 2020.
ພົນ​ລະ​ເຮືອນ​ຊາວ​ຊີ​ເຣຍ ພາ​ກັນ​ຫລົບ​ໜີ​ຈາ​ກ​ເມືອງ ອິດ​ລິບ​ທ່າມ​ກາງ​ທີ່​ມີຝົນ​ຕົກ ໄປ​ສູ່​ທາງ​ພ​າກ​ເໜືອ ເພື່ອ​ຊອກ​ຫາ​ບ່ອນ​ປອດ​ໄພ ໃກ້​ກັບ​ຊາຍ​ແດນ​ເທີ​ກີ ຕິດ​ກັບ​ຊີ​ເຣຍ ເມື່ອວັນ​ທີ 13 ກຸມ​ພ່ 2020.

ສະ​ຫະ​ປະ​ຊາດ​ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ພົນ​ລະ​ເຮືອນຫຼາຍກວ່າ 140,000 ຄົນ ​ບໍ່​ມີ​ທີ່
​ຢູ່​ອາ​ໄສ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜື​ອຂອງ​ຊີ​ເຣຍ ໃນ​ໄລ​ຍະ​ພຽງ​ສາມ​ມື້​ທີ່​ຜ່ານ​ມາ​ເທົ່າ​ນັ້ນ.

ການ​ສູ້​ລົບ​ທີ່​ເພີ້ມ​ທະ​ວີ​ຂຶ້ນໃນ​ທົ່ວ​ແຂວງ​ອິດ​ລິບ ແລະ​ອາ​ແລັບ​ໂປ​ໄດ້​ເຮັດ​ໃຫ້ປະ​ຊາຊົນ​
ຫຼາຍກວ່າ 830,000 ຄົນ​ ​ຕ້ອງພາ​ກັນ​ຫລົບ​ໜີ​ຈາກ​ບ້ານ​ເຮືອນ​ເຂົາ​ເຈົ້າ ນັບ​ແຕ່​ຕົ້ນ​ເດືອນ
​ທັນ​ວາ​ເປັນ​ຕົ້​ນ​ມາ ເຮັດ​ໃຫ້​ອັນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເອີ້ນວ່າ ເປັນ​ໄພ​ພິ​ບັດ​ທີ່​ຮ້າຍ
​ແຮງ​ສຸດທາງ​ດ້ານມະນຸດ​ສະ​ທຳ ນັບ​ແຕ່ເກີດ​ບັນ​ຫາ​ຂັດ​ແຍ້ງທີ່ໄດ້​ເລີ້ມ​ຂຶ້ນ​ໃນ​ປີ 2011
ເປັນ​ຕົ້ນ​ມາ. ມີປະ​ຊາ​ຊົນ 3 ລ້ານ​ຄົນ​ອາ​ໄສ​ຢູ່​ໃນ​ແຂວງ​ດັ່ງ​ກ່າວ.

ທ່ານ​ສະເຕັບ​ຟານີ ດູ​ຈາ​ຣິກ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ແມ່​ຍິງ ແລະ​ເດັກ​ນ້ອຍ​
ຮວມ​ຢູ່​ໃນ​ພວກ​ທີ່​ໄດ້​ຮັບ​ຄວາມທຸກທໍ​ລະ​ມານທີ່​ສຸດ ເຂົາ​ເຈົ້າແມ່ນ​ປະ​ກອບເປັນ 81 ເປີ​
ເຊັນ ​ຂອງຜູ້ຄົນບໍ່​ມີ​ທີ່​ຢູ່​ອາ​ໄສ​ ຫວ່າງ​ມໍ່ໆ​ມາ​ນີ້. ທ່ານ​ກ່າວ​ເພີ້ມ​ວ່າ “ອຸນ​ຫະ​ພູມ​ຢູ່ໃນ​ທົ່ວ​
ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ແມ່ນ​ຕ່ຳ​ກວ່າ​ຈຸດ​ນ້ຳກ້ອນມາ​ໄດ້​ຫຼາຍ​ມື້​ແລ້ວ
ປ່ອຍ​ໃຫ້​ບັນ​ດາ​ຄອບ​ຄົວເຫຼົ່າ​ນີ້​ຕ້ອງ​ປະ​ເຊີນ​ໜ້າກັບ​ສະພ​າບ​ຄວາມ​ຍາກ​ລຳ​ບາກທີ່​ຮ້າຍ
​ແຮງ​ຂຶ້ນ​ນຳ​ນັບ​ມື້.”

​ພວກ​ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ຫຼາຍໆ​ຄົນ​ພາ​ກັນ​ຍົກ​ຍ້າຍ​ໄປທາງ​ທິດ​ເໜືອ ​ຫາ​ສູນ​ຕ່າງໆ
ທີ່ມີ​ຜູ້​ຄົນ​ແອ​ອັດ​ກັນ​ຢູ່ແລ້ວ​ ໃກ້​ກັບ​ຊາຍ​ແດນ​ຊີ​ເຣຍຕິດ​ກັບເທີ​ກີ.

ເຂົາ​ເຈົ້າ​ພາ​ກັນ​ຫລົບ​ໜີ​ການ​ສູ້​ລົບ ທີ່​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ລະ​ຫວ່າງ​ທະ​ຫານ​
ຊີ​ເຣຍ ທີ່​ໜູນ​ຫຼັງ​ໂດຍ​ຣັດ​ເຊຍ ແລະ​ອີ​ຣ່ານ ແລະ​ບັນ​ດາ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ
ຊີ​ເຣຍທີ່​ຕິດ​ອາ​ວຸດຈຳ​ນວນ​ນຶ່ງ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈ​າກ​ເທີ​ກີ. ລັດ​ຖະ​ບານ
​ຊີ​ເຣຍ​ພະ​ຍາ​ຍາມ​ຈະ​ທຳ​ລາຍທີ່​ໝັ້ນ​ບ່ອນ​ສຳ​ຄັນສຸດ​ທ້າຍຂອງ​ພວກ​ຕໍ່​ຕ້ານ​ລັດ​
ຖະ​ບານ.

ສະ​ພາບ​ການ​ໄດ້​ຊຸດ​ໂຊມ​ລົງ​ຕື່ມໃນ​ເດືອນ​ນີ້ ເວ​ລາ​ກຳ​ລັງລັດ​ຖະ​ບານ​ຊີ​ເຣຍໄດ້​ສັງ​
ຫານທະ​ຫານເທີ​ກີ 13 ຄົນ ​ຊຶ່ງ​ໄດ້​ເຮັ​ໃຫ້​ອັງ​ກາ​ຣາ​ຕອບ​ໂຕ້​ຄືນ ​ໃນ​ການ​ປະ​ທະ​ກັນ​ທີ່​
ຮ້າຍ​ແຮງ​ລະ​ຫວ່າງສອງ​ປະ​ເທດ​ເພື່ອນ​ບ້ານ ນັບ​ແຕ່​ການ​ຂັດ​ແຍ້ງ​ໄດ້​ເລີ້ມ​ຂຶ້ນ​ເມື່ອ
​ເກົ້າ​ປີ​ກ່ອນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG