ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຈນປຸ້ນເພັດ ມູນຄ່າ 50 ລ້ານໂດລາ ຢູ່ເດິ່ນບິນ ບຣັສເຊີລສ໌


ພວກ​ຂະ​ໂມ​ຍ ພາກັນ​ຫລົບໜີ​ໄປ​ພ້ອມກັບເພັດ ທີ່​ມີ​ລາ​ຄາ​ຢ່າງ​ໜ້ອຍ 50 ລ້ານ​ໂດ​ລາ ​​ທີ່​ເດີ່ນ​ເຮືອບິນ ບຣັສເຊີລສ.
ພວກ​ຂະ​ໂມ​ຍ ພາກັນ​ຫລົບໜີ​ໄປ​ພ້ອມກັບເພັດ ທີ່​ມີ​ລາ​ຄາ​ຢ່າງ​ໜ້ອຍ 50 ລ້ານ​ໂດ​ລາ ​​ທີ່​ເດີ່ນ​ເຮືອບິນ ບຣັສເຊີລສ.
ຕໍາຫລວດ​ໃນ​ກຸງ​ບຣັສເຊີລສ ກ່າວ​ວ່າ ພວກ​ຂະ​ໂມ​ຍ ພາກັນ​
ຫລົບໜີ​ໄປ​ພ້ອມກັບເພັດ ທີ່​ມີ​ລາ​ຄາ​ຢ່າງ​ໜ້ອຍ 50 ລ້ານ​ໂດ​ລາ ​
ໃນ​ການ​ປຸ້ນແບບທ້າ​ທາຍ ​ທີ່​ເດີ່ນ​ເຮືອບິນ.

ລາຍ​ງານ​ກ່າວ​ວ່າ ກຸ່ມ​ມື​ປືນ ພວກ​ຜູ້​ຊາຍ​ທີ່ໃສ່​ໜ້າ​ກາກ ພັງ​
ຮົ້ວ​ຮັກສາ​ຄວາມ​ປອດ​ໄພເຂົ້າ​ໄປ​ ທີ່​ເດີ່ນ​ເຮືອບິນບຣັສເຊີ​ລສ ​
ໃນ​ຕອນແລງ​ວັນ​ຈັນວານ​ນີ້ ​ໂດຍຂັບ​ລົດ​ຂອງ​ເຂົາ​ເຈົ້າ ​ເຂົ້າ​ໄປ​
ໃນ​ເດີ່ນ​ຈ​ອດ​ເຮືອບິນ ​ແລ້ວນໍາ​ເອົາ​ເພັດ​ຈາກອອກ​ຈາກ​ລົດ​ຕູ້
ປ້ອງ​ກັນຄວາມ​ປອດ​ໄພ ທີ່​ລໍຖ້າສົ່ງ​ເພັດ​ໃສ່ເຮືອບິນ ທີ່​ຈະ​ເດີນ
ທາງໄປ​ສູ່ປະ​ເທດສະ​ວິດ​ເຊີ​ແລນ. ບັນດາ​ເຈົ້າ​ໜ້າ​ທີ່ກ່າວວ່າ
ພວກ​ຂະ​ໂມ​ຍ​ໄດ້ເສັດ​ສິ້ນການ​ປຸ້ນ​ພາຍ​ໃນ​ບໍ່​ເທົ່າ​ໃດ​ນາ​ທີ ​ໂດຍ​
ທີ່​ບໍ່​ໄດ້​ມີ​ການ​ຍິງ​ກັນ​ເລີຍ.

ພາ​ຍລຸນຕໍ່ມາ ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄດ້​ພົບ​ເຫັນ​ລົດ ທີ່​ຖືກ​ເຜົາ​ໃໜ້ຢູ່​ໃກ້​ກັບ​ເດີ່ນ​ເຮືອບິນ.
​ໂຄສົກ​ຜູ້​ນຶ່ງ ທີ່ສູນ​ກາງ Antwerp World Diamond ​ໄດ້ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ມູນ​ຄ່າຂອງເພັດທີ່​ຫາຍ​ສາບ​ສູນ​ໄປ ​ໂດຍ​ກ່າວ​ຕໍ່ອົງການ ​ຂ່າວ​ຝຣັ່ງວ່າ ນີ້​ແມ່ນການ​ລັກຂະ​ໂມ​ຍ​ເພັດ ທີ່​ໃຫຍ່​ທີ່​ສຸດ​ເທົ່ທີ່​ເຄີຍມີ​ມາ.
XS
SM
MD
LG