ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂອ້ລົມ ລະຫວ່າງພັກຝ່າຍຕ່າງໆ ໃນອັຟການິສຖານ ທີ່ Qatar


ປະທານາທິບໍດີອັຟການິສຖານ ທ່ານ Ashraf Ghani
ປະທານາທິບໍດີອັຟການິສຖານ ທ່ານ Ashraf Ghani

ເຈົ້າໜ້າທີ່ອັຟການິສຖານ ບັນດາຜູ້ຕາງໜ້າຂອງກຸ່ມຕາລີບານ
ສະມາຊິກສະພາສັນຕິພາບຂັ້ນສູງ ຂອງອັຟການິສຖານ ພວກ
ນັກຊ່ຽວຊານທີ່ເປັນອິດສະຫລະແລະພັກຝ່າຍຕ່າງໆທີ່ເຮັດສົງ
ຄາມ ນອກເໜືອໄປຈາກກຸ່ມຕາລີບານ ພວມເຕົ້າໂຮມກັນ ຢູ່ທີ່
Doha ນະຄອນຫລວງຂອງ Qatar ເພື່ອເຂົ້າຮ່ວມການເຈລະ
ຈາຫາລື ລະຫວ່າງຊາວອັຟການິສຖານ ທີ່ເລີ້ມຂຶ້ນ ໃນວັນເສົາ
ມື້ນີ້.

ສອງມື້ຂອງອັນທີ່ເອີ້ນວ່າ “ການສົນທະນາຫາລືແບບເປີດກວ້າງ”
ແມ່ນແນໃສ່ ເພື່ອຊອກຫາຊ່ອງທາງ ເຮັດໃຫ້ການມີຄວາມເຫັນ
ແຕກຕ່າງກັນລະຫວ່າງລັດຖະບານສາມັກຄີຊາດຂອງປະທານາ
ທິບໍດີ Ashraf Ghani ແລະພວກຕາລີບານ ແຄບເຂົ້າ.

ນັກຊ່ຽວຊານອັຟການິສຖານຄົນນຶ່ງ ທີ່ໄປຮ່ວມການເຈລະຈາຫາລືຢູ່ Qatar ກ່າວຕໍ່ວີໂອ ເອວ່າ ເປົ້າໝາຍກໍແມ່ນຊຸກຍູ້ໃຫ້ມີການເຈລະຈາໂດຍກົງ ເພື່ອເຮັດໃຫ້ຊ່ອງຫວ່າງທີ່ແບ່ງ
ແຍກທ່າທີຂອງທັງສອງຝ່າຍໃຫ້ແຄບເຂົ້າ.

ນັກວິເຄາະທີ່ບໍ່ຂໍລະບຸຊື່ກ່າວວ່າ ພັກຝ່າຍຕ່າງໆທີ່ເຂົ້າຮ່ວມການເຈລະຈາຫາລືຢູ່ Qatar ຈະແລກປ່ຽນຂໍ້ສະເໜີຊຶ່ງກັນແລະກັນ ເພື່ອຊຸກຍູ້ໃຫ້ມີການເຈລະຈາສັນຕິພາບລະຫວ່າງ ລັດຖະບານກາບູລແລະພວກຕາລີບານ. ການປະຊຸມໃນ ຄັ້ງນີ້ແມ່ນຈັດໃຫ້ມີຂຶ້ນໂດຍອົງ ການສົນທະນາຫາລື Pugwash ວ່າດ້ວຍວິທະຍາສາດ ແລະກິດຈະການຂອງໂລກ ຊຶ່ງ
ເປັນກຸ່ມຈັດຕັ້ງນາໆຊາດ ໂດຍການຮ່ວມມືກັບອົງການສະຫະປະຊາຊາດ.

ແຕ່ແນວໃດກໍຕາມ ນັກວິເຄາະທ່ານນີ້ກ່າວຕື່ມວ່າ ເຈົ້າໜ້າທີ່ລັດຖະບານອັຟການິສຖານ ຢູ່ທີ່ກອງປະຊຸມສົນທະນາຫາລື ຢູ່ Qatar ແມ່ນຢູ່ໃນລະດັບສ່ວນບຸກຄົນເທົ່ານັ້ນ ບໍ່ແມ່ນ ເປັນຜູ້ຕາງໜ້າລັດຖະບານໂດຍກົງ.

ໂຄສົກຂອງກຸ່ມຕາລີບານ ກ່າວຕໍ່ວີໂອເອວ່າ ຕົນໄດ້ຕັດສິນໃຈ ເຂົ້າຮ່ວມກອງປະຊຸມສົນ ທະນາຫາລືທີ່ Qatar ຫລັງຈາກມີການຕົກລົງກັນວ່າ ກອງປະຊຸມນີ້ບໍ່ແມ່ນການເຈລະຈາ ສັນຕິພາບ.

XS
SM
MD
LG