ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາປົວເບົາຫວານ Mounjaro ພົບວ່າໄດ້ຊ່ວຍ ຜູ້ຫຼຸດຄວາມອ້ວນເສຍນໍ້າໝັກ 27 ກິໂລກຣາມ


ຊິງຊັ່ງນໍ້າໜັກ ທີ່ເຫັນຢູ່ນະຄອນນິວຢອກ ມັນທີ 3 ມີນາ 2018 Mounjaro ແມ່ນຢາທີ່ຖືກອະນຸມັດປົວເບົາຫວານສະນິດ 2
ຊິງຊັ່ງນໍ້າໜັກ ທີ່ເຫັນຢູ່ນະຄອນນິວຢອກ ມັນທີ 3 ມີນາ 2018 Mounjaro ແມ່ນຢາທີ່ຖືກອະນຸມັດປົວເບົາຫວານສະນິດ 2

ການສຶກ​ສາໃໝ່ໄດ້​ຄົ້ນພົບວ່າ ຢາປົວພະຍາດເບົາຫວານ ມູນຈາໂຣ (mounjaro) ໄດ້ຊ່ວຍຄົນອ້ວນພີ ຫລືຊ່ວຍໃຫ້ຜູ້ທີ່​ມີ​ນ້ຳ​ໜັກ​ເກີນເສຍນໍ້າໜັກຢ່່າງໜ້ອຍນຶ່ງ​ສ່ວນສີ່ຂອງນໍ້ານັກໃນຮ່າງກາຍ​ຂອງເຂົາເຈົ້າ ອີງຕາມລາຍງານອົງການຂ່າວເອພີ.

ນັ້ນແມ່ນປະມານ 27 ກິໂລກຣາມ (60 ພາວ) ໂດຍສະ​ເລ່ຍ. ປະ​ຊາ​ຊົນ​ດັ່ງ​ກ່າວຍັງໄດ້ພາກັນຄຸມ​ອາ​ຫານ ແລະອອກກຳລັງກາຍຢ່າງ​ເອົາ​ຈິ​ງ​ເອົາ​ຈັງ. ກຸ່ມ​ຄົນ​ຜູ້​ທີ່​ໄດ້​ຄວບ​ຄຸມ​ອາ​ຫານ​ ແລະ ອອກ​ກຳ​ລັງ​ກາຍ, ແຕ່ໄດ້ຮັບການສັກຢາແທນແບບ​ຈຳ​ລອງ, ໄດ້ເສຍນໍ້າໜັກໃນຂັ້ນຕົ້ນ. ແຕ່ເຂົາເຈົ້າໄດ້ມີ​ນ້ຳ​ໜັກຂຶ້ນຄືນໜ້ອຍ​ນຶ່ງ. ຜົນການສຶກ​ສາໄດ້​ຖືກເຜີຍແຜ່ໃນວັນອາທິດ. ຢາດັ່ງ​ກ່າວມີ​ຊື່​ວ່າ ເທີເຊິປາທາຍ (Tirzepatide.) ມັນຍັງຢູ່ພາຍໃຕ້ການທົບທວນເພື່ອປິ່ນປົງໂຣກອ້ວນໃນສະຫະລັດຢູ່. ການຕັດສິນໃຈຄາດວ່າຈະມີຂຶ້ນໃນທ້າຍປີນີ້

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG