ລາຍງານສະບັບໃໝ່ຈາກຜູ້ກວດກາທົ່ວໄປ ຂອງກະຊວງຮັກສາຄວາມປອດໄພພາຍໃນ
ໄດ້ອະທິບາຍເຖິງສະພາບທີ່ໜ້າຕົກໃຈ ແລະ ຄວາມແອອັດຢ່າງແຮງ ຢູ່ສູນກັກຂັງພວກ
ຄົນເຂົ້າເມືອງໃນລັດ ເທັກຊັສ, ໂດຍຜູ້ບໍລິຫານລະດັບສູງ ທີ່ ສູນແຫ່ງນຶ່ງໄດ້ເວົ້າວ່າ
ທ່ານເປັນຫ່ວງເລື່ອງຄວາມປອດໄພສຳລັບພະນັກງານຂອງທ່ານ, ແລະ ເອີ້ນສະຖານະ
ການນັ້ນວ່າ “ລະເບີດເວລາທີ່ຈະກາຍເປັນອັນຕະລາຍໃນທີ່ສຸດ.”
ລາຍງານດັ່ງກ່າວທີ່ໄດ້ເປີດເຜີຍໃນວັນອັງຄານວານນີ້ ລວມມີຮູບຫຼາຍໃບຂອງຄົນທີ່
ນອນຢູ່ພື້ນຊີເມັນໃນກົງເຫຼັກ ໂດຍທີ່ບໍ່ມີຫຍັງເຮັດ, ຜູ້ຊາຍຢູ່ໃນຫ້ອງນຶ່ງທີ່ ມີແຕ່ຢືນໄດ້
ເທົ່ານັ້ນ, ພວກຜູ້ຊາຍ ແລະ ແມ່ຍິງທີ່ໃສ່ໜ້າກາກກັນພະຍາດ ປາກົດວ່າໄດ້ຢື້ມືຫານັກ
ຖ່າຍຮູບ ເພື່ອດຶງດູດຄວາມສົນໃຈ.
ຮູບໃບນຶ່ງໄດ້ສະແດງໃຫ້ເຫັນຜູ້ຊາຍ 88 ຄົນແອອັດກັນຢູ່ໃນຫ້ອງນຶ່ງທີ່ຖືກອອກແບບ
ມາໃຫ້ບັນຈຸ 40 ຄົນ, ແລະ ຄົນຜູ້ນຶ່ງໄດ້ຍູ້ປ້າຍເຈ້ຍໃບນຶ່ງໃສ່ປ່ອງຢ້ຽມທີ່ອ່ານວ່າ “ຊ່ວຍ
ແດ່.”
ລາຍງານດັ່ງກ່າວເວົ້າວ່າ ພວກຄົນເຂົ້າເມືອງບາງຄົນ ຕັ້ງໃຈເຮັດໃຫ້ຫ້ອງນ້ຳອຸດຕັນ
ດ້ວຍຖົງຕີນ ແລະ ຜ້າຫົ່ມ ເພື່ອໃຫ້ມີໂອກາດທີ່ຈະອອກມາຈາກກົງເຫຼັກ ໃນເວລາທີ່ມີ
ການສ້ອມແປງຫ້ອງນ້ຳນັ້ນ.
ລາຍງານຂອງຜູ້ກວດກາທົ່ວໄປ ກ່າວວ່າ ໂອກາດສຳລັບການຮັກສາອະນາໄມສ່ວນຕົວ
ແມ່ນຫາຍາກ ແລະ ວ່າພວກຄົນເຂົ້າເມືອງບາງຄົນໄດ້ລົ້ມປ່ວຍ ແລະ ຖອກທ້ອງຈາກ
ການກິນແຊນວິສ ໂບໂລນຍາ ທີ່ເຂົາເຈົ້າໄດ້ຮັບ.
ຜູ້ກວດກາທົ່ວໄປໄດ້ຮຽກຮ້ອງໃຫ້ ກະຊວງຮັກສາຄວາມປອດໄພພາຍໃນ “ດຳເນີນການ
ໃນທັນທີ ເພື່ອຫຼຸດຜ່ອນອັນຕະລາຍ ຈາກຄວາມແອອັດ ແລະ ການກັກຂັງຜູ້ໃຫຍ່ ແລະ
ເດັກນ້ອຍເປັນເວລາດົນນານໃນເຂດຮ່ອມພູ ຣີໂອ ກຣານເດ.”
ສະມາຊິກສະພາສັງກັດພັກເດໂມແຄຣັດກຸ່ມນຶ່ງ ຜູ້ທີ່ໄດ້ໄປຢ້ຽມຢາມນຶ່ງໃນສະຖານທີ່
ກັກຂັງໃນວັນຈັນທີ່ຜ່ານມາ ໄດ້ເອີ້ນສະພາບການຢູ່ທີ່ນັ້ນວ່າ “ເປັນຕາຂົນລຸກ.”
ບັນດານັກວິຈານໄດ້ຖິ້ມໂທດຄວາມແອອັດສ່ວນນຶ່ງໃສ່ ລັດຖະບານປະທານາທິບໍດີ
ທຣຳ ສຳລັບການປະຕິເສດທີ່ຈະປ່ອຍພວກຄົນເຂົ້ມເມືອງ ທີ່ພະຍາຍາມຂໍລີ້ໄພ.