ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປົ້າໝາຍການພັດທະນາ ທີ່ຢູ່ໃນຈຸດສຸມ ໃນຂະນະທີ່ບັນດາຜູ້ນຳ ມາເຕົ້າໂຮມກັນ ເພື່ອການປະຊຸມຂອງສະຫະປະຊາຊາດ


ແຟ້ມພາບ - ປ້າຍ "#UNGA" ຈັດສະແດງຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ໃນວັນເສົາ ທີ 24 ກັນຍາ 2022
ແຟ້ມພາບ - ປ້າຍ "#UNGA" ຈັດສະແດງຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ໃນວັນເສົາ ທີ 24 ກັນຍາ 2022

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໄດ້​ນຳ​ເອົາ​ບັນ​ດາ​ຜູ້​ນຳ​ໂລກ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ນິວຢອກ​ໃນ​ອາ​ທິດ​ນີ້, ໂດຍ​ການ​ປະ​ຊຸມ​ໃນ​ວັນ​ຈັນ​ມື້​ນີ້​ໄດ້​ສຸມ​ໃສ່​ການ​ເລັ່ງ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການພັດ​ທະ​ນາ​ໃນ​ທົ່ວ​ໂລກ.

​ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ (Antonio Guterres) ກ່າວ​ກ່ອນ​ກອງ​ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ມີ​ພຽງ 15% ຂອງ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ 17 ຂໍ້​ທີ່​ຈະ​ບັນລຸເປົ້າໝາຍ​ໄດ້ພາຍ​ໃນ​ປີ 2030.

"ກອງປະຊຸມສຸດຍອດ SDG ໃນວັນຈັນຈະເປັນຊ່ວງເວລາທີ່ລັດຖະບານຕ່າງໆ ຈະມາຮ່ວມປະຊຸມພ້ອມກັບແຜນແລະຂໍ້ສະເໜີທີ່ຈະແຈ້ງເພື່ອເລັ່ງຄວາມຄືບໜ້າ," ທ່ານ ກູເຕເຣສ ກ່າວວ່າ.

​ບັນດາເປົ້າ​ໝາຍດັ່ງກ່າວ ​ລວມມີ​ການ​ຢຸດຕິ​ຄວາມທຸກ​ຍາກ, ຢຸດຕິ​ຄວາມ​ອຶດຫິວ, ການຮັບປະກັນ​ການ​ເຂົ້າ​ເຖິງ​ພະລັງງານ​ທີ່​ສາມາດ​ຊື້​ໄດ້, ການດຳ​ເນີນ​ການ​ເຄື່ອນ​ໄຫວ​ຢ່າງ​ຮີບ​ດ່ວນ ​ເພື່ອ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ແລະການ​ສົ່ງເສີມ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ.

ບົດລາຍງານໃນເດືອນກໍລະກົດກ່າວວ່າ ຜົນກະທົບຂອງວິກິດການດິນຟ້າອາກາດ, ຜົນກະທົບທີ່ແກ່ຍາວຂອງການແຜ່ລະບາດຂອງ COVID-19, ສົງຄາມໃນຢູເຄຣນ ແລະເສດຖະກິດໂລກທີ່ອ່ອນແອ ໄດ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າໃນການບັນລຸບັນດາເປົ້າຫມາຍຂອງການພັດທະນາ.

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ​ແມ່ນ​ເປັນນຶ່ງ​ໃນ​ບັນດາ​ປະທານາ ທິບໍດີ, ນາຍົກລັດຖະມົນຕີ ​ແລະ​ກະສັດ​ຈາກ 145 ປະ​ເທດ ມີກຳນົດ​ຈະ​ກ່າວ​ຄຳປາ​ໄສ ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ອັງຄານ​. ທ່ານໄບເດັນ ມີກຳນົດທີ່ຈະກ່າວຄຳປາໄສໃນວັນອັງຄານ, ເຊັ່ນດຽວກັນກັບທ່ານກູເຕເຣສ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG