ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຊ່ຽວຊານກ່າວວ່າ ການພັດທະນາ ມີສ່ວນຊ່ວຍເຮັດໃຫ້ ນໍ້າຖ້ວມ (ເບິ່ງວີດີໂອ)


ນັກຊ່ຽວຊານກ່າວວ່າ ການພັດທະນາ ມີສ່ວນຊ່ວຍເຮັດໃຫ້ ນໍ້າຖ້ວມ (ເບິ່ງວີດີໂອ)
ນັກຊ່ຽວຊານກ່າວວ່າ ການພັດທະນາ ມີສ່ວນຊ່ວຍເຮັດໃຫ້ ນໍ້າຖ້ວມ (ເບິ່ງວີດີໂອ)

ຢູ່​ໃນ​ບາງ​ພາກສ່ວນ​ຂອງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ ນໍ້າ​ຖ້ວມ​​ແມ່ນຍັງເພິ່ມປະລິ ມານ​ຂຶ້ນ​ໄປ​ຢູ່​ເລື້ອຍໆ ​ໂດຍ​ໄດ້​ໄຫລ​ຖ້ວມ​ທົ່ງ​ໄຮ່​ທົ່ງ​ນາ ແລະ​ເມືອງ​ຕ່າງໆ ຍັງ​ຜົນ​ໃຫ້​ມີ​ຄົນ​ເສຍ​ຊີວິດ ແລະ​ສ້າງຄວາມ​ເສຍ​ຫາຍ​ເພພັງຢ່າງ​ໃຫຍ່ ​ແຕ່​ດັ່ງ​ທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ມາ​ນັ້ນ ກໍ​ແມ່ນ​ວ່າບັນຫາ​ອາດ​​ໄດ້ຮ້າຍ​​ແຮງໄປ​ກວ່າ​ນັ້ນ​ອີກ. ດາຣາມີ​ເລຶ່ອງນີ້ມາສະ​ເໜີ​ທ່ານ​​.

ເບິ່ງວີດີໂອ ລາຍງານພາສາອັງກິດ:

ຟັງລາຍງານພາສາລາວ:

ມັນ​ເປັນ​ພາບ​ທີ່ເຫັນ​ກັນ​ເປັນ​ປົກກະຕິ​ເກີນໄປ​ແລ້ວ​ໃນ​ເຂດ​ນະຄອນຫລວງ​ບາງກອກ​ຂອງ​ໄທ.
ນັ້ນກໍຄືພາບ​ພວກ​ຊາວ​ບ້ານ​ຊາວ​ເມືອງ​ພາກັນຍ່າງລຸຍ​ນໍ້າທີ່​ສູງພຽງ​ຫົວ​ເຂົ່າ.

ຢູ່​ໃນ​ບາງເຂດ​ຂອງ​ບາງກອກ​ນັ້ນ​ ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ບໍ່ພໍ​ໃຈ ແມ່ນ​ໄດ້​ຟົ​ດ​ເດືອດ​ລົ້ນ
ອອກ​ມາ.

ແຕ່​ວ່າແມ່ນ​ແຕ່​ໃນ​ຂະນະ​ທີ່ພວກ​ຊາວ​ເມືອງ​ບາງກອກ​ພາກັນ​ດິ້ນຮົນ​ສູ້​ຊົນ​ກັບ​ສະພາບ​ນໍ້າ
ຖ້ວມ​ຢູ່​ຕໍ່​ໄປ​ນັ້ນ ​ແຕ່​ກໍມີ​ຄວາມ​ຮູ້ສຶກ​ສໍານຶກກັນ​ວ່າໄພ​ນໍ້າ​ຖ້ວມ​ອາດ​ຮ້າຍ​ແຮງ​ໄປ​ກວ່າ​ນີ້​ອີກ.

ການສັນຈອນໃນນະຄອນຫລວງບາງກອກຂອງໄທ, ວັນທີ 7 ພະຈິກ 2011.
ການສັນຈອນໃນນະຄອນຫລວງບາງກອກຂອງໄທ, ວັນທີ 7 ພະຈິກ 2011.

ທ່ານ Mark Bartolini ​ເປັນຜູ້​ຊ່ຽວຊານ​ດ້ານໄພ​ພິບັດປະ​ຈໍາ​ອົງການ​ພັດທະ​ນາ​ລະຫວ່າງ​
ປະ​ເທດຂອງ​ສະຫະລັດ ຫລື​ຢູ​ເສດ ທ່ານກ່າວ​ວ່ານໍ້າ​ຖ້ວມທີ່​ໄຫລ​ຖ້ວມ​ຢ່າງ​ຊ້າໆໃນ​ໄທ​ນັ້ນ
ໄດ້​ເອື້ອ​ອໍາ​ນວຍ​ໃຫ້ປະຊາຊົນມີ​
ເວລາ​ໄດ້​ກະ​ກຽມ​ຫ້າງ​ຫາຮັບ​ມື
ກັບ​ມັນ ​ແລະ​ລົດ​ຜ່ອນ​ຜົນເສຍ​
ຫາຍ ​ຊຶ່ງ​ບໍ່​ເປັນ​ເຊ່ນນັ້ນຢູ່ສະ​ເໝີ​ ໄປ.

“ຄວາມ​ຈິງ​ກໍ​ຄື​ວ່າ ຜົນ​ທີ່​ໄດ້​
ຈາກ​ການພັດທະນາ​ອາດ​
ສູນ​ເສຍ​ໄປ​ໃນ​ພຽງ​ຄືນ​ດຽວ
ເທົ່າ​ນັ້ນ ຕະຫລອດ​ທັງເວລາ​
ຫລາຍ​ຟ້າ​ຫລາຍ​ປີ ພ້ອມ​
ດ້ວຍ​ເງິນຈໍານວນ​ຫລາຍ​ພັນລ້ານ​ໂດ​ລາ​ ທີ່​ໄດ້​ທຸ່ມ​ເທເຂົ້າ​ໃສ່ການສ້າງສາປະ​ເທດ​
ຊາດ ​ແລະລັດຖະບານຕ່າງໆນໍາ ​ເວົ້າໃນ​ແງ່​ການ​ລົງທຶນ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ ບາ​ໂຕ​ລີ​ນີ ກ່າວ​ຕໍ່​ໄປ​ວ່າ ​ທີ່​ຜ່ານ​ມາ ໄທແລະ​ປະ​ເທດ​ອື່ນໆ​ແມ່ນ​ໄດ້​ພິສູດ​ໃຫ້​ເຫັນ
ເຖິງ ​ຄວາມ​ສາມາດ​ໃນ​ການ​ກັບ​ຄືນ​ສູ່​ສະພາບ​ເດີມ​ໄດ້ ​ແຕ່​ກໍ​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ກັນ
ຫລາຍ​ຢ່າງຢູ່.

ທ່ານ ບາ​ໂຕ​ລີ​ນີ ​ເວົ້າວ່າ: “​ເວລາ​ໃດ​ທີ່​ພວກ​ເຮົາ​ຢູ່ໃນ​ເຂດ​ທີ່​ມີ​ພື້ນ​ທີ່​ຕໍ່າທີ່ສາມາ​ດ
ຈະ​ຖືກ​ນໍ້າ​ຖ້ວມ​ໄດ້ບວກ​ກັບ​ຈໍານວນ​ປະຊາຊົນ​ເຕີບ​ໂຕ​ຂຶ້ນນັບ​ມື້​ນັ້ນ ກໍ​ແນ່ນອນ​
ວ່າ ​ເຮົາຈະ​ປະ​ເຊີນ​ກັບ​ບັນຫາ​ເປັນບາງ​ຄັ້ງ​ບາງ​ຄາວ ​ແລະ​ພ້ອມ​ກັບສະພາບ​
ດິນ​ຟ້າ​ອາກາດປ່ຽນ​ແປງ​ທີ່​ດໍາ​ເນີນ​ໄປ​ຢູ່​ຢ່າງ​ຕໍ່​ເນຶ່ອງ​ໃນ​ເວລາ​ນີ້ ​ເຮົາກໍຈະ​ເຫັນ
ເຫດການແບບນີ້​ ຕື່ມຂຶ້ນ​ເລື້ອຍໆ.”

ສະຫະລັດ​ກໍາລັງ​ໃຫ້​ເງິນ​ຊ່ວຍ​ເຫລືອ​ ຫລາຍ​ກວ່າ 2 ລ້ານ ​7 ​ແສນໂດ​ລາ​ ເພື່ອຊ່ວຍຂົງ
ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ​ຟື້ນ​ຕົວ​ຄືນຈາກ​ໄພ​ນໍ້າ​ຖ້ວມ. ​ແຕ່ນອກ​ນີ້​ແລ້ວ ​ສະຫະ
ລັດ​ກໍ​ຍັງ​ພະຍາຍາມ​ແບ່ງປັນ​ບາງ​ສິ່ງ​ບາງ​ຢ່າງ ໃຫ້ໄດ້​ຮູ້​ນໍາ​ຕື່ມ​ອີກ. ນັ້ນ​ກໍ​ຄື​ບົດຮຽນຈາກ
ຄວາມ​ຫາ​ຍະນະ​ທີ່​ໄດ້​ເກີດ​ຂຶ້ນ​ແກ່​ສະຫະລັດເອງ​.

ໃນ​ປີ 2005 ພາຍຸເຮີຣີ​ເຄນ Katrina ​ໄດ້​ປະ​ທະ​ເຂດ​ຝັ່ງ​ອ່າວເມັກ​ຊິ​ໂກ ຂອງ​ສະຫະລັດ
ເຮັດ​ໃຫ້ເກີດ​ໄພ​ນໍ້າ​ຖ້ວມ​ນະຄອນ New Orleans ທີ່​ຍັງ​ຜົນ​ໃຫ້​ພວກ​ຊາວ​ເມືອງ​ທີ່ຈົນຕາ
ແຈ ຕ້ອງໄດ້ພາກັນ​ຂຶ້ນ​ໄປ​ຢູ່​ເທິງ​ຫລັງຄາ​ບ້ານ​ຂອງ​ພວກ​ເຂົາ​ເຈົ້າ​ ເພື່ອ​ລໍຖ້າ​ການ​ກູ້​ໄພ.

ແມ່ຍິງຄົນນຶ່ງອາບນໍ້າ ຢູ່ໃນຮ່ອມນ້ອຍໆໃນຄຸ້ມນຶ່ງ ທີ່ຖືກນໍ້າຖ້ວມໃນບາງກອກ, ວັນທີ 8 ພະຈິກ 2011.
ແມ່ຍິງຄົນນຶ່ງອາບນໍ້າ ຢູ່ໃນຮ່ອມນ້ອຍໆໃນຄຸ້ມນຶ່ງ ທີ່ຖືກນໍ້າຖ້ວມໃນບາງກອກ, ວັນທີ 8 ພະຈິກ 2011.

ເວລາ​ນີ້​ ພວກ​ເຈົ້າໜ້າ​ທີ່​ສະຫະ
ລັດ​ກໍາລັງ​ປະຕິບັດ​ງານ​ຮ່ວມ​ກັນ​
ກັບ​ພວກ​ເຈົ້າໜ້າ​ທີ່ຈາກ​ທົ່ວ​ຂົງ
ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​
ເພື່ອ​ປັບປຸງ​ກາ​ນ ກະກຽມ​ຮັບ​ມື
ກັບ​ໄພພິບັດແລະກາ​ນຕິດ​ຕໍ່​ສື່
ສານ ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.

ທ່ານ Barakrishman Raja-
gopal ຊ່ຽວຊານ​ດ້ານວາງ​
ແຜນ​ຜັງ​ເມືອງ ຂອງ​ສະ​ຖາ​ບັນ
ເທັກ​ໂນ​ໂລ​ຈີແຫ່ງ​ລັດ​ແມັດ​ຊາ
ຈູ​ແຊດ​ສ໌ ຫລື MIT ກ່າວຜ່ານ
ທາງຄອມ​ພິ​ເຕີ ຫລື Skype
ວ່າ ນັ້ນ​ຍັງ​ບໍ່​ເປັນ​ການ​ພຽງພໍ​.

ພວກ​ຫົວ​ເມືອງ​ຕ່າງໆ​ຕ້ອງ​
ໄດ້​ຄິດ​ໜັກ ກ່ຽວ​ກັບ​ວ່າ
ຄວນ​ຈະເຕີບໂຕ​ຢ່າງ​ໃດ
ຄວນ​ຈະ​ນໍາ​ໃຊ້ເທັກ​ໂນ​ໂລ​ຈີປະ​ເພດ​ໃດ ​ ເວລາ​ທີ່​ພວກ​ເຂົາ​ເຈົ້າຂະຫຍາຍ​ໂຕ
ໃຫຍ່​ຂຶ້ນນັ້ນ ​ແລະ​ວິທີ​ທີ່ພວກເຂົາ​ເຈົ້າຄິດ​ຄາດ​ການ​ລ່ວງ​ໜ້າ​ ກ່ຽວ​ກັບ​ບັນຫາ​
ຕ່າງໆ ແລະ​ວາງ​ມາ​ດຕະການ​ຕ່າງໆ​ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ບັນຫາ​ເຫລົ່າ​ນັ້ນ​
ກາຍ​ເປັນ​ວິ​ກິດ​ການ​ໄປ.”

ທ່ານ Rajagopal ກ່າວ​ຕໍ່​ໄປ​ວ່າ ຕົວຢ່າງ​ເຊັ່ນ ການນໍາໃຊ້​ຄອນ​ກຣີດ ຢູ່​ໃນເມືອງ​ທີ່​ເຕີ​ບ
ໂຕ​ຂຶ້ນ​ນັບ​ມື້ ເຊັ່ນ​ບາງກອກ​ນັ້ນ ​ແມ່ນ​ມີ​ສ່ວນເຮັດໃຫ້​ເກີດ​ນໍ້າຖ້ວມ ​ຍ້ອນ​ການ​ລາດ​ຄອນ
ກຣີດ​ຫລື​ຊີມັງຢອງ​ໃສ່​ເທິງລະບົບທໍ່ລະບາຍ​ນໍ້າຕາມ​ທໍາ​ມະ​ຊາດ.

ສໍາລັບ​ເວລາ​ປັດຈຸບັນນີ້ຊາວ​ໄທ​ຫລາຍໆ​ຄົນກໍ​ແມ່​ນພະຍາຍາມ​ສູ້​ຊົນ​ຕໍ່​ໄປ​ເພື່ອ​ໃຫ້​ຢູ່​ລອດ
ໄປ​ຊໍາ​ຊາ ຈົນ​ກວ່າລະດັບ​ນໍ້າ​ຖ້ວມຈະ​ລົດ​ລົງ​.

XS
SM
MD
LG