ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການພັດທະນາ: ການຢ້າງປາ (ພາກ 1)


ຊາຍຄົນນີ້ກຳລັງຈະເອົາປາທີ່ຫາມາໄດ້ໃໝ່ໆ ໄປເອືອບ ແລະ ຢ້າງໃຫ້ແຫ້ງ ເພື່ອໄວ້ກິນດົນ
ຊາຍຄົນນີ້ກຳລັງຈະເອົາປາທີ່ຫາມາໄດ້ໃໝ່ໆ ໄປເອືອບ ແລະ ຢ້າງໃຫ້ແຫ້ງ ເພື່ອໄວ້ກິນດົນ

ການເກັບຮັກສາປາໄວ້ກິນດົນ ກໍແມ່ນມີຫຼາຍໆວິທີ ທີ່ແຕກຕ່າງກັນໄປ. ສອງວິທີທຳອິດກໍຄື ເຮັດໃສ່ກະປ໋ອງແລະແຊ່ເຢັນແຂງ. ສ່ວນສອງວິທີອື່ນອີກ ກໍແມ່ນຕາກແຫ້ງແລະຢ້າງໄວ້. ສຳລັບມື້ນີ້ ເຮົາຈະສະເໜີລາຍງານເລື່ອງທຳອິດໃນຈຳນວນສອງເລື່ອງ ທີ່ຈະເວົ້າເຖິງ ແຕ່ ລະບາດກ້າວ ໃນການຕາກ ແລະຢ້າງປາໃຫ້ແຫ້ງ ເພື່ອເກັບໄວ້ກິນດົນ.

ເຮົາ​ຄວນ​ເລີ້ມຕົ້ນ​ດ້ວຍປາສົດ ​ທີ່ຫາ​ກໍ​ເອົາ​ຂຶ້ນ​ມາ​ຈາກ​ນໍ້າໃໝ່ໆ. ຖ້າ​ເປັນ​ປາ​ນ້ອຍ​ໃຫ້​ປະ​ຫົວ​ຂອງມັນ​ໄວ້ ​ແຕ່ຖ້າມັນ​ໂຕ​ໃຫຍ່ກວ່າ 20 ຊັງ​ຕີ​ແມັດ ​ຫຼື​ໜັກ​ກວ່າ 115 ກຣາມ ໃຫ້ຕັດ​ຫົວຂອງ​ມັນ​ອອກ. ຫຼັງ​ຈາກ​ນັ້ນ ຈົ່ງລ້າງ​ມັນ​ໃຫ້​ສະອາດ​, ​ເສາະ​ເກັດ​ມັນ​ອອກ ​ແລ້ວ​ຄົວ​ມັນ​ ໂດຍ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ທາງໃນທ້ອງ​ປາອອກໝົດ ​ແລ້ວ​ກໍ​ລ້າງ​ດີໆ ດ້ວຍ​ນ້ຳ​ສະອາດ​ແລ້ວ​ເອົາເກືອທາປາ​ນັ້ນ.

ຕໍ່​ມາ​ໃຫ້​ເອົາ​ປາ​ລົງ​ໄປແຊ່ໃນ​ຊາມ​ໂຫ້​ງຫຼື​ແອ່ງ ທີ່​ມີນໍ້າ 1 ​ລິດ ​ປະສົມເກືອ 300 ​ກຣາມ. ການກະທຳ​ດັ່ງກ່າວ​ ​ແມ່ນເພື່ອ​ເຮັດ​ໃຫ້​ເລືອດ​ໝົດ​ໄປ​ຈາກ​ຊີ້ນ​ປາ. ປະປາ​ແຊ່​ນ້ຳ​ເກືອ​ໄວ້​ປະມານ 30 ນາທີ ​ແລ້ວໃຫ້​ລ້າງ​ມັນ​ອີກເທື່ອ​ນຶ່ງ​ດ້ວຍ​ນໍ້າ​ສະ ອາດ.

ການພັດທະນາ: ການຢ້າງປາ (ພາກ 1)
ການພັດທະນາ: ການຢ້າງປາ (ພາກ 1)

ບັດ​ນີ້ ຈົ່ງ​ເອົາ​ປາ​ລົງ​ໄປ​ແຊ່​ໃສ່​ໃນນໍ້າທີ່ມີເກືອ ຫຼາຍ​ກວ່າ​ເກົ່າ​. ນໍ້າເທື່ອ​ນີ້​ຈະຕ້ອງປະສົມເກືອ​ຫຼາຍຈົນ​ເຮັດ​ໃຫ້​ປາ​ຟູ. ຖ້າ​ເຫັນ​ວ່າ​ປາ​ຍັງ​ຈົມ​ຢູ່ ຈົ່ງ​ຕື່ມ​ເກືອ​ລົງ​ໄປ​ອີກຈົນ​ປາ​ຟູ​ຂຶ້ນ​ມາ ຈື່ງ​ຖື​ວ່າເກືອ​ພໍ.

ແລ້ວ​ເອົາ​ໄມ້​ແປ້ນ​ທີ່ສະອາດ​ອັດ​ຊາມ ​ຫຼື​ແອ່ງ​ປາ​ນັ້ນ​ໄວ້ ໃຫ້ເອົາ​ ກ້ອນຫີນ​ໜັກໆເຕັງ​ເທິງ ​ແລະ​ ປະ​ມັນ​ໄວ້​ເປັນ​ເວລາ​ປະມານ 6 ຊົ່ວ​ໂມງ.

ຫຼັງ​ຈາກ​ນັ້ນ​ ໃຫ້​ເອົາ​ ປາ​ອອກ​ມາ​ຈາກນໍ້າເກືອ ແລ້ວ​ເອົາ​ຕາກ​ໃສ່​ເທິງ​ພາ​ຊະນະ​ທີ່ ສະອາດ ​ແລະເອົາ​ຜ້າ​ຂາວ​ທີ່ສະອາດ ປົກ​ໄວ້​ຈົນ​ມັນ​ແຫ້ງ.

ການ​ຕາກ​ປາວິທີ​ນີ້​ ຍັງ​ບໍ່​ທັນ​ຈົບເທື່ອ ​ເທື່ອ​ໜ້າ​ເຮົາ​ຈື່ງຈະ​ເວົ້າກັນ​ເຖິງ​ຂັ້ນ​ຕອນ​ຕໍ່​ໄປ ຊື່ງ​ພ້ອມ​ດຽວ​ກັນ​ ເຮົາກໍ​ຈະ​ລົມ​ກັນ​ເຖິງ​ວີ​ທີ​ຢ້າງປາ​ນຳ.

ວິທີ​ນຶ່ງ​ອີກ ​ໃນ​ການ​ຕາກ​ປາ ​ແມ່ນ​ເອີ້ນ​ວ່າ​ຕາກ​ປາ​ເຄັມ. ວິທີ​ນີ້​ ເຮົາ​ຈະ​ໃຊ້​ກັບ​ຫຼື​ກະຕ່າ​ທີ່ເຮັດ​ດ້ວຍໄມ້. ຫຼັງ​ຈາກ​ລ້າງ​ປາ​ໃຫ້​ສະອາດ​ແລ້ວ ​ໃຫ້​ເອົາ​ຈັກ​ສອງ​ສາມ​ໂຕ​ໃສ່​ລົງ​ໄປ​ໃນ​ກົ້ນ​ກັບ​ຫຼື​ກະຕ່າ​ທີ່ວ່າ​ນັ້ນ ເອົາ​ເກືອ​ປົກ​ເທິງ ແລ້ວເອົາປາ​ຢອງ​ໃສ່​ຕ່ື່ມ ​ແລ້ວກໍ​ເອົາ​ເກືອ​ໂຮຍ​ເທິງ​ອີກ ​ເຮັດ​ຄື​ເກົ່າ ​ເປັນ​ຊັ້ນໆ ​ໄປ​ເລື້ອຍໆ​ຈົນ​ກວ່າ​ກັບ ​ຫຼື​ກະຕ່າ​ຈະ​ເຕັມ.

ຢ່າງ​ໃດ​ກໍ​ດີ ຈົ່ງ​ຢ່າ​ໃສ່​ເກືອ​ຫຼາຍເກີນ​ໄປ ຄື​ໃຫ້​ໃສ່​ແຕ່​ພຽງ​ນື່ງ​ສ່ວນ ຕໍ່​ປາ​ສາມ​ສ່ວນ​ເທົ່າ​ນັ້ນ. ຕົວຢ່າງ​ກໍ​ຄື ຖ້າ​ທ່ານ​ມີ​ປາ 3 ກິ​ໂລ ທ່ານ​ກໍ​ຄວນ​ໃຊ້​ເກືອ​ແຕ່​ພຽງ​ນື່ງ​ກິ​ໂລ​ເທົ່າ​ນັ້ນ.

ຫຼັງ​ຈາກ​ນຶ່ງ​ອາທິດ​ຫຼື 10 ມື້ແລ້ວ ​ໃຫ້​ເອົາ​ປາ​ອອກມາລ້າງດ້ວຍ​ນໍ້າປະສົມເກືອ​ເລັກນ້ອຍແລ້ວ​ ຕາກ​ໃຫ້​ແຫ້ງ.

ການ​ຕາກ​ປາ ​ຫລື​ເຮັດ​ປາ​ແຫ້ງ​ໄວ້​ກິນດົນ​ນັ້ນກໍ​ດີ​ຢູ່ ​ແຕ່​ວ່າ​ມັນ​ໃຊ້​ເກືອຫຼາຍ ​ແລະ ​ເຮົາ​ຢາກໃຫ້ບັນດາທ່ານ​ຈື່​ໄວ້​ວ່າ​ ທ່ານໝໍ​ໄດ້​ແນະນຳ​ໃຫ້​ຄົນ​ເຮົາ​ ກິນ​ເກືອ​ແຕ່​ໃນ​ຈຳນວນ​ຈຳກັດ ເພາະ​ມັນ​ເຮັດ​ໃຫ້​ຄວາມດັນ​ຂອງ​ເລືອດເຮົາ​ສູ​ງ ຊຶ່ງເຮັດໃຫ້​ເຮົາ​ສ່ຽງ​ຕໍ່​ການເປັນ​ລົມ​ສາລະ​ບາດ ຫລື​ເກີດ​ອາການ​ຫົວ​ໃຈ​ວາຍ​ຕາຍ​ໄດ້ ແລະ ບາງ​ຄົນ​ກໍ​ມີ​ປະຕິກິລິຍາ​ຕໍ່​ເກືອ ​ຫຼາຍ​ກວ່າ​ຫຼືສູງ​ກວ່າ​ອີກ​ບາງ​ຄົນ.

XS
SM
MD
LG