ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຄານ ເພື່ອການພັດທະນາ ຮັບຮູ້ ການຄັດເລືອກ ທ. ຮາວ​​ສ໌ມານ ໃຫ້ເປັນ ຜູ້ຕາງໜ້າ ຂອງ ທ. ກວາອີໂດ


ທ່ານ ລູອິສ ອາລເບີໂຕ ໂມເຣໂນ (Luis Alberto Moreno), ປະທານ ທະນາຄານພັດທະນາ ລະຫວ່າງອາເມຣິກາ, ກ່າວໃນລະຫວ່າງ ກອງປະຊຸມສຸດຍ ທຸລະກິດ ຂອງອາເມຣິກາ ໃນນະຄອນ ລີມາ ຂອງເປຣູ, ວັນທີ 12 ເມສາ 2018.
ທ່ານ ລູອິສ ອາລເບີໂຕ ໂມເຣໂນ (Luis Alberto Moreno), ປະທານ ທະນາຄານພັດທະນາ ລະຫວ່າງອາເມຣິກາ, ກ່າວໃນລະຫວ່າງ ກອງປະຊຸມສຸດຍ ທຸລະກິດ ຂອງອາເມຣິກາ ໃນນະຄອນ ລີມາ ຂອງເປຣູ, ວັນທີ 12 ເມສາ 2018.

ທະນາຄານພັດທະນາລະຫວ່າງຂົງເຂດອາເມຣິກາ ຫຼືເອີ້ນຫຍໍ້ວ່າ IADB ໄດ້ຮັບຮູ້ຢ່າງ
ເປັນທາງການ ຜູ້ຕາງໜ້າຂອງເວເນຊູເອລາ ທີ່ໄດ້ຖືກແຕ່ງຕັ້ງໂດຍ ຜູ້ນຳ ຝ່າຍຄ້ານ
ທ່ານຮວານ ກວາອີໂດ ຊຶ່ງເປັນສະຖາບັນຫຼາຍຝ່າຍແຫ່ງທຳອິດ ທີ່ໄດ້ເອົາມາດຕະການ
ເຊັ່ນນີ້.

ທະນະຄານດັ່ງກ່າວນີ້ ເປັນທະນາຄານທີ່ໃຫ້ເງິນກູ້ ທີ່ໃຫຍ່ທີ່ສຸດໃນຂົງເຂດຂອງ
ອາເມຣິກາ ລາຕິນ ແລະ ການເຄື່ອນໄຫວດັ່ງກ່າວ ເປັນການເສຍປຽບຢ່າງໃຫຍ່ ສຳລັບ
ປະທານາທິບໍດີ ນິໂຄລັສ ມາດູໂຣ. ການກະທຳດັ່ງກ່າວ ໃນທີ່ສຸດອາດ ຈະເປີດປະຕູ
ໃຫ້ກູ້ເງິນເພື່ອການພັດທະນາ ແກ່ເວເນຊູເອລາ ຖ້າຫາກ ທ່ານມາດູໂຣ ລົງຈາກຈຳແໜ່ງ.

ທ່ານກວາອີໂດ ໄດ້ຖືກຮັບຮູ້ ໃຫ້ເປັນຜູ້ນຳຂອງເວເນຊູເອລາ ທີ່ຖືກຕ້ອງຕາມກົດໝາຍ
ໂດຍບັນດາປະເທດຕາເວັນຕົກ ເປັນສ່ວນໃຫຍ່ ລວມທັງ ສະຫະລັດ ພ້ອມກັນກັບ
ບັນດາປະເທດອາເມຣິກາລາຕິນ ນຳດ້ວຍ.

ທ່ານກວາອີໂດ ໄດ້ສະເໜີຊື່ ທ່ານ ຣີຄາໂດ ຮາວສ໌ມານ ນັກເສດຖະສາດຈາກ ມະຫາ
ວິທະຍາໄລ ຮາເວີດ ອະດີດລັດຖະມົນຕີ ຂອງລັດຖະບານເວເນຊູເອລາ ຜູ້ທີ່ໄດ້ໜີໄປ
ຂໍລີ້ໄພນັ້ນ ໃຫ້ເປັນຜູ້ຕ່າງໜ້າຂອງທ່ານ ຢູ່​ໃນທະນາຄານ IADB ຊຶ່ງ​ໄດ້​ບັງ​ຄັບໃຫ້
ບັນດາສະມາຊິກ ຄະນະກຳມະການປົກຄອງ ຂອງທະນະຄານ ທີ່ໃຫ້ເງິນກູ້ 48 ທ່ານ
ລົງຄະແນນສຽງ.

ທະນະຄານນີ້ ໄດ້ກ່າວໃນການຖະແຫລງຂ່າວວ່າ ການຕັດສິນໃຈຂອງຕົນ ເພື່ອຮັບຮູ້
ທ່ານຮາວ​ສ໌ມານ ມີຜົນບັງຄັບໃຊ້ໃນທັນທີ. ຖະແຫລງຂ່າວ ກ່າວອີກວ່າ ບັນດາສະມາ
ຊິກທີ່ໄດ້ລົງຄະແນນສຽງ ມີຈຳນວນທີ່ພຽງພໍ “ທີ່ຕ້ອງການ ໃນການແກ້ໄຂ ແລະໄດ້
ອອກສຽງ ເຫັນພ້ອມ ສຳລັບການຕັດສິນນັ້ນ.”

ໃນຄວາມຄືບໜ້າອີກຢ່າງນຶ່ງໃນວັນສຸກວານນີ້ ສາຍການບິນອາເມຣິກັນແອໄລສ໌ ໄດ້
ກ່າວວ່າ ຕົນໄດ້ໂຈະການບິນຊົ່ວ​ຄາວໄປຍັງ ນະຄອນຫຼວງກາຣາກັສ ແລະ ນະຄອນ
ມາຣາຄາຍໂບ ໂດຍອ້າງເຖິງຄວາມເປັນຫ່ວງ ທາງດ້ານຄວາມປອດ ໄພ ຢູ່ໃນ
ເວເນຊູເອລາ.

ຖະແຫລງການຂອງສາຍການບິນນີ້ ກ່າວວ່າ “ຄວາມປອດໄພ ແລະຄວາມໝັ້ນຄົງ
ຂອງທີມງານ ແລະບັນດາຜູ້ໂດຍສານຂອງພວກເຮົາ ແມ່ນອັນດັບນຶ່ງສະເໝີ ແລະ
ສາຍການບິນອາເມຣິກັນ ຈະບໍ່ບິນໄປຍັງປະເທດທັງຫຼາຍ ທີ່ພວກເຮົາຖື ວ່າ ບໍ່
ປອດໄພ.”

ການຕັດສິນໃຈດັ່ງກ່າວ ມີຂຶ້ນ ຫຼັງຈາກ ກະຊວງການຕ່າງປະເທດ ສະຫະລັດ ໃນ
ສັບປະດານີ້ ໄດ້ແຈ້ງເຕືອນໃນດ້ານການເດີນທາງ ໂດຍຮຽກຮ້ອງໃຫ້ຊາວ ອາເມຣິກັນ
ທັງຫຼາຍ ຫລີກລ່ຽງການ​ເດີນ​ທາງໄປເວເນຊູເອລາ “ຍ້ອນອາຊະຍາ ກຳ ຄວາມວຸ້ນວາຍ
ລະບົບການຮັກສາສຸຂະພາບທີ່ຂີ້ຮ້າຍ ແລະການຈັບກຸມ ຄຸມ​ຂັງ​ໂດຍ​ພາ​ລະ​ການ ແລະການຄວບ​ຄຸມ​ໂຕ​ແບບບໍ່ມີເຫດຜົນຕໍ່ພົນລະເມືອງ ສະຫະລັດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG