ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ G20 ຈະເນ້ນໜັກໃສ່ການຊຸກຍູ້ ການຟື້ນໂຕຄືນ ຂອງເສດຖະກິດໂລກ (ວີດິໂອ)


ຜູ້ນໍາໂລກ G20 ປະຊຸມສຸດຍອດທີ່ ຣັດເຊຍ
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບກອງປະຊຸມ ຈີ-20

ເຖິງ​ແມ່ນ​ຄວາມ​ສົນໃຈ​ສ່ວນ​ໃຫຍ່​ຂອງໂລກ​ ​ໃນ​ລະຫວ່າງ​ກອງ​
ປະຊຸມ​ສຸດ​ຍອດຂອງ​ກຸ່ມ G20 ຈະແນ​ໄປ​ໃສ່​ເລື້ອງຊີ​ເຣຍກໍ​ຕາມ
​ແຕ່​ເລື້ອງການ​ຮື້​ຟື້ນ​ເສດຖະກິດກໍ​ຍັງ​ເປັນບຸລິມະສິດ​ຂອງບັນດາ​
ປະ​ເທດ​ທີ່​ກໍ​າລັງ​ພັດ​ທະນາ ຊຶ່ງ​ກໍາລັງ​ປະ​ເຊີນ​ໜ້າກັບ​ຄວາມ​ລໍາ
ບາກ ​ໃນ​ຂະນະ​ທີ່ສະຫະລັດ​ ຄ່ອຍໆຫລຸດຜ່ອນ ມາດ​ຕະການ
​ກະຕຸກ​ຊຸກຍູ້ເສດຖະກິດຂອງ​ຕົນ.

ການ​ປະຊຸມ​ສອງ​ວັນ​ໃນນະຄອນ St Petersburg ມີ​ຄວາມຕັ້ງ​
ໃຈ​ທີ່​ຈະເນັ້ນ​ໜັກໃສ່​ວຽກ​ງານ ແລະ​ການ​ເຕີບ​ໂຕຂອງເສດຖະ
ກິດ​ໂລກ ​ເພື່ອ​ຊ່ວຍ​ບັນດາ​ເສດຖະກິດ ທັງຫລາຍ​ໃຫ້ຄົງ​ໂຕຢູ່
ໄດ້ ​ໃນ​ຂະນະ​ທີ່ ສະຫະລັດ ຂື້ນ​ອັດຕາດ​ອກ​ເບ້ຍ.

ການຮັດເຄ່ງ​ນະ​ໂຍບາຍ​ການ​ເງິນຂອງ​ສະຫະລັດຂຶ້ນນັ້ນ ​ຂົ່ມຂູ່​ທີ່​ຈະ​ເຮັດ​ໃຫ້​ຕະຫລາດຮຸ້ນ
​ຕົກ​ລາຄາ ​ແລະສ້າງ​ຄວາມອ່ອນແອ​ໃຫ້​ຫລາຍໆເສດຖະກິດ ​ໃນ​ກຸ່ມ G20 ​ເຊັ່ນ ບຣາຊິລ
ອິນ​ເດຍ ອິນ​ໂດ​ເນ​ເຊຍ ​ເທິ​ກີ ​ແລະ ອາຟຣິກາ​ໃຕ້.

ບັນດາ​ຜູ້​ນໍາ​ ​ຈາກ​ປະ​ເທດ​ດັ່ງ​ກ່າວຈໍານວນ​ນຶ່ງ ຕ້ອງການ​ຢາກ​ໄດ້​ຮັບ​ການ​ຄໍ້າປະກັນ​ວ່າ
ສະຫະລັດຈະປະສານ​ງານ​ກັບປະ​ເທດ​ອຶ່ນໆ ​ເວລາ​ມີ​ການ​ດັດ​ແປງນະ​ໂຍບາຍ​ການ
​ເງິນ​ຂອງ​ຕົນ.

ບັນຫາ​ອື່ນໆ​ທີ່​ຈະ​ຍົກ​ຂຶ້ນ​ມາ​ຫາລື​ກັນ​ນັ້ນ​ ກໍ​ຄື ກົດ​ລະບຽບຄວບ​ຄຸມພວກສະ​ຖາ​ບັນ​ການ​
ເງິນ​ທັງ​ຫລາຍ ທີ່​ບໍ່​ແມ່ນ​ທະນາຄານ ທີ່​ພົວພັນ​ກັບການ​ຫາ​ກໍາ​ໄລ​ຈາກ​ເງິນ​ລົງທຶນ ​ແລະ​
ຕະຫລາດ​ການ​ເງິນ.

ບັນດາ​ນັກ​ເຄື່ອນ​ໄຫວ ຍັງ​ໄດ້ເຈາະ​ຈົງ​ການ​ຕ້ອງ​ຕິ​ຂອງ​ຕົນ​ໃສ່ຣັດ​ເຊຍ​ ຍ້ອນກົດໝາຍ
ກ່ຽວ​ກັບ​ກະ​ເທີຍຂອງຣັດ​ເຊຍ ​ແລະຖົກ​ຖຽງ​ກັບສະຫະລັດ ກ່ຽວ​ກັບການຮັບ​ເອົາ​ເດັກ
ນ້ອຍຣັດ​ເຊຍ ເປັນ​ລູກ​ລ້ຽງນັ້ນ.

ວີດິໂອ: ບັນດາຜູ້ນໍາໂລກພາກັນ ເດີນທາງໄປຮອດ St. Petersburg:

G20
please wait
Embed
G20

No media source currently available

0:00 0:03:20 0:00


XS
SM
MD
LG