ການກໍ່ສ້າງໂຮງງານຜະລິດກະແສໄຟຟ້າດ້ວຍຖ່ານລິກໄນ້ຢູ່ເມືອງຫົງສາ ແຂວງໄຊຍະບຸລີ
ໄດ້ເລີ່ມຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້ ໂດຍມີກໍານົດການກໍ່ສ້າງແລ້ວ ແລະສົ່ງກະ
ແສໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ໄປຂາຍ ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ
ຫລື EGAT ນັບແຕ່ປີ 2016 ເປັນຕົ້ນໄປ ພາຍໃຕ້ສັນຍາສໍາປະທານໂຄງການເປັນໄລ
ຍະ ເວລາ 25 ປີ.
ໂຄງການດັ່ງກ່າວນີ້ ເປັນການຮ່ວມທຶນລະຫວ່າງ ກຸ່ມບໍລິສັດພະລັງງານບ້ານປູ ແລະກຸ່ມ
ບໍລິສັດຜະລິດໄຟຟ້າລາດຊະບູລີ ຈາກປະເທດໄທ ກັບວິສະຫະກິດຖືຮຸ້ນຂອງລັດຖະບານ
ລາວໃນສັດສ່ວນ 40:40:20 ຕາມລໍາດັບ ດ້ວຍເງິນທຶນຄິດເປັນມູນຄ່າລວມເຖິງ 3,700
ລ້ານໂດລາ ຊຶ່ງໃນນີ້ກໍເປັນການກູ້ຢືມຈາກສະຖາບັນການເງິນຕ່າງປະເທດເຖິງ 70%.
ສ່ວນທີ່ເຫຼືອ ກໍເປັນການລະດົມທຶນຈາກບໍລິສັດຮ່ວມທຶນ ຕາມສັດສ່ວນ ທີ່ໄດ້ມີການປະ
ກອບສ່ວນເຂົ້າໃນການຮ່ວມລົງທຶນດັ່ງກ່າວ.
ໂຄງການຫົງສາລິກໄນ້ ຖືເປັນ
ໂຮງໄຟຟ້າຂະໜາດໃຫຍ່ແຫ່ງ
ທໍາອິດໃນລາວ ທີ່ຈະສາມາດ
ຜະລິດພະລັງງານໄຟຟ້າໄດ້ເຖິງ
1,878 MW ໂດຍໃນນີ້ກໍຈະ
ຂາຍໃຫ້ກັບລັດວິສະຫະກິດໄຟ
ຟ້າລາວ (EDL) ໃນປະລິມານ
100 MW ຊຶ່ງໝາຍຄວາມວ່າ
ພະລັງງານໄຟຟ້າສ່ວນໃຫຍ່
ຈະສົ່ງໄປຂາຍໃຫ້ກັບ EGAT
ຕາມສັນຍາຊື້ຂາຍ ທີ່ໄດ້ຕົກລົງ
ຮ່ວມກັນຢ່າງເປັນທາງການ
ເມື່ອເດືອນກຸມພາ 2011 ທີ່ຜ່ານມາອັນຖືເປັນສ່ວນນຶ່ງໃນບົດບັນທຶກຄວາມເຂົ້າໃຈຮ່ວມ
(MOU) ທີ່ລັດຖະບານໄທຈະຮັບຊື້ກະແສໄຟຟ້າຈາກລາວໃນປະລິມານບໍ່ໜ້ອຍກວ່າ
7,000 MW ນັບຈາກ 2015 ເປັນຕົ້ນໄປ. ທາງດ້ານທ່ານ ຄໍາມະນີ ອິນທິລາດ ຜູ້ອຳ
ນວຍການບໍລິຫານລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຖະແຫລງຢືນຢັນວ່າ ເປົ້າໝາຍ
ສຳຄັນຂອງການພັດທະນາທາງດ້ານພະລັງງານໄຟຟ້າຂອງລາວ ໃນໄລຍະ10 ປີຕໍ່ໄປນີ້ ກໍຄືການເພິ່ມລະະດັບຄວາມອາດສາມາດຂອງ EDL ທັງໃນດ້ານການຕອບສະໜອງ
ຄວາມຕ້ອງການຊົມໃຊ້ພະລັງງານໄຟຟ້າພາຍໃນ ແລະການເພິ່ມປະລິມານການສົ່ງອອກ
ກະແສໄຟຟ້າ ໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.
ສຳລັບການຕອບສະໜອງຄວາມຕ້ອງການຊົມໃຊ້ພະລະງານໄຟຟ້າຢູ່ພາຍໃນປະເທດນັ້ນ
EDL ກໍໄດ້ວາງເປົ້າໝາຍທີ່ຈະຂະຫຍາຍແນວສາຍສົ່ງກະແສໄຟຟ້າໃຫ້ຄອບຄຸມເຖຶງ 80%
ແລະ 90% ຂອງຈຳນວນຄົວເຮືອນຂອງປະຊາຊົນລາວທັງໝົດໃນປີ 2015 ແລະປີ 2020
ຕາມລຳດັບ ດັ່ງທີ່ທ່ານຄໍາມະນີ ໄດ້ໃຫ້ການຢືນຢັນວ່າ:
“ພວກເຮົາຈະສົມທົບຢ່າງແໜ້ນແຟ້ນລະຫວ່າງການ
ຈໍາໜ່າຍຢູ່ພາຍໃນປະເທດເພື່ອໃຫ້ພຽງພໍກັບຄວາມ
ຕ້ອງການ ແລະການສົ່ງອອກຕ່າງປະເທດໃຫ້ນັບມື້
ນັບເພີ່ມຂຶ້ນ ສຳລັບການຈຳໜ່າຍເພື່ອຊົມໃຊ້ຢູ່ພາຍ
ໃນປະເທດ ເມື່ອຮອດປີ 2015 ແມ່ນຈະໃຫ້ບັນລຸ
ຈຳນວນຄອບຄົວໃນທົ່ວປະເທດໃຫ້ໄດ້ໃຊ້ໄຟຟ້າ
ຕັ້ງແຕ່ 80% ຂຶ້ນໄປ ແລະຄັນເມື່ອຮອດປີ 2020
ກໍຈະໃຫ້ບັນລຸຄາດໝາຍໃຫ້ໄດ້ຫຼາຍກ່ວາ 90%.”
ໃນປັດຈຸບັນນີ້ ຢູ່ໃນປະເທດລາວມີເຂື່ອນທີ່ສ້າງສຳເລັດ
ແລະກໍໄດ້ທໍາການຜະລິດກະແສໄຟຟ້າແລ້ວ ຈຳນວນ
ທັງໝົດ 14 ໂຄງການຊຶ່ງມີກຳລັງຕິດຕັ້ງລວມກັນ 2,540 ເມກາວັດ ແລະກໍສາມາດ
ຜະຫລິດກະແສໄຟຟ້າໄດ້ລວມກັນຫລາຍກວ່າ 11 ພັນລ້ານກິໂລວັດໂມງຕໍ່ປີ.
ແຕ່ຢ່າງໃດກໍຕາມໃນຈຳນວນ 14 ໂຄງການເຂື່ອນດັ່ງກ່າວ
ກໍ່ເປັນເຂື່ອນທີ່ຢູ່ພາຍໃຕ້ການດູແລແລະຄູ້ມຄອງຂອງ
EDL ຈໍານວນ 9 ໂຄງການ ຊຶ່ງມີກໍາລັງຕິດຕັ້ງຮວມກັນ
ພຽງແຕ່ໃນປະລິມານບໍ່ເກີນ 1,800 ລ້ານກິໂລວັດໂມງຕໍ່ປີ
ແລະໃນນີ້ ກໍ່ເປັນກະແສໄຟຟ້າທີ່ຕອບສະໜອງການຊົມໃຊ້
ພາຍໃນປະເທດໃນປະລິມານລວມ 1,400 ລ້ານກິໂລວັດ
ໂມງຕໍ່ປີເທົ່ານັ້ນ. ສ່ວນອີກ 5 ໂຄງການນັ້ນ ກໍເປັນການ
ລົງທຶນຂອງຕ່າງປະເທດ ຊຶ່ງມີກໍາລັງຕິດຕັ້ງລວມກັນເຖິງ
2,157 ເມກາວັດ ໃນນັ້ນ 90% ເປັນພະລັງງານໄຟຟ້າ
ທີ່ຈະຕ້ອງສົ່ງໄປຂາຍປະເທດໄທ.