ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂື່ອນໄຊຍະບູລີ ຍັງຈະດໍາເນີນຕໍ່ໄປ ເຖິງແມ່ນຈະໃຊ້ ເງິນລົງທຶນ ເພີ້ມຂຶ້ນ ກໍຕາມ


ທ່ານວີລະພົນ ວີລະວົງ (ຜູ້ກ່າວຄໍາເຫັນ) ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ຂອງລາວ
ທ່ານວີລະພົນ ວີລະວົງ (ຜູ້ກ່າວຄໍາເຫັນ) ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ຂອງລາວ

ກຸ່ມຜູ້ລົງທຶນໃນໂຄງການເຂື່ອນໄຊຍະບູລີ ຍັງຢາກຈະລົງທຶນກໍ່ສ້າງເຂື່ອນດັ່ງກ່າວຕໍ່ໄປ ເຖິງແມ່ນວ່າຈະຕ້ອງເພີ່ມເງິນລົງທຶນ ຫຼາຍຂຶ້ນກວ່າແຜນການເດີມກໍ່ຕາມ.

ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ຂອງ
ລາວ ໃຫ້ການຢືນຢັນວ່າ ທາງການລາວ ໄດ້ພົວພັນເພື່ອສອບຖາມໄປຍັງກຸ່ມຜູ້ລົງທຶນ ໃນໂຄງການກໍ່ສ້າງເຂື່ອນໄຊຍະບູລີແລ້ວວ່າ ມີຄວາມພ້ອມທີ່ຈະດໍາເນີນໂຄງການຕໍ່ໄປ
ຫຼືບໍ່ ຊຶ່ງກໍ່ໄດ້ຮັບຄໍາຕອບຈາກຸ່ມຜູ້ລົງທຶນເມື່ອບໍ່ນານມານີ້ວ່າ ຍັງຢາກຈະລົງທຶນເພື່ອກໍ່
ສ້າງເຂື່ອນດັ່ງກ່າວນີ້ຕໍ່ໄປ ຖິງແມ່ນວ່າ ຈະຕ້ອງເພີ່ມເງິນລົງທຶນເຂົ້າໃນໂຄງການນີ້ຫຼາຍ
ຂຶ້ນກວ່າແຜນການເດີມກໍຕາມ.

ທັ້ງນີ້ໂດຍສາເຫດທີ່ເຮັດໃຫ້ຕ້ອງມີການເພີ່ມເງິນລົງທຶນເຂົ້າໃນໂຄງການຫຼາຍຂຶ້ນນັ້ນກໍ
ຍ້ອນວ່າ ຈາກການສຶກສາເພື່ອປ້ອງກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ
ຈາກເຂື່ອນໄຊຍະບູລີ ທີ່ຈະຕ້ອງກໍ່ສ້າງຢູ່ເທິງແມ່ນໍ້າຂອງທີ່ດໍາເນີນການສຶກສາ ໂດຍຊ່ຽວ
ຊານຈາກສະວິດສະແລນ ແລະຝຣັ່ງເສດໃນໄລຍະໝໍ່ໆມານີ້ ພົບວ່າ ການທີ່ຈະປ້ອງກັນ ຜົນກະທົບຕໍ່ສິ່ງແວດລ້ອມຊາດ ໃນເຂດຕອນລຸ່ມຂອງໂຄງການໄດ້ຢ່າງມີປະສິດທິຜົນ
ນັ້ນ ກໍຈໍາເປັນຢ່າງຍິ່ງທີ່ຈະຕ້ອງມີການໃຊ້ເງິນລົງທຶນເພີ່ມຂຶ້ນ.

ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງຂອງລາວ ທີ່ກໍາລັງຈະດໍາເນີນການກໍ່ສ້າງຕໍ່ໄປ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງຂອງລາວ ທີ່ກໍາລັງຈະດໍາເນີນການກໍ່ສ້າງຕໍ່ໄປ

ເງິນລົງທຶນທີ່ຈະຕ້ອງເພີ່ມ
ຂຶ້ນດັ່ງກ່າວ ກໍ່ຈະເປັນການ
ນໍາໄປໃຊ້ເຂົ້າໃນການກໍາ
ຈັດຕະກອນດິນ ເພື່ອບໍ່
ໃຫ້ເກີດການທັບຖົມຂອງ
ຕະກອນດິນ ທີ່ຈະເປັນ
ສາເຫດເຮັດໃຫ້ເກີດການ
ຕື້ນເຂີນ ໃນເຂດຕອນລ່າງ
ຂອງແມ່ນໍ້າຂອງ ແລະພ້ອມ
ກັນນີ້ ເພື່ອເປັນການປ້ອງ
ກັນບໍ່ໃຫ້ເຂື່ອນໄປຂວາງກັ້ນ
ເສັ້ນທາງສັນຈອນໄປມາຂອງ
ສັດນໍ້າອີກດ້ວຍນັ້ນ ກໍເຮັດໃຫ້ຕ້ອງມີີການເພີ້ມຊ່ອງທາງສັນຈອນຂອງສັດນໍ້າ ທີ່ຢູ່ຕອນ
ເທິງ ແລະຕອນລ່າງຂອງເຂື່ອນໃຫ້ຫຼາຍຂຶ້ນອີກດ້ວຍ.

ຊຶ່ງແນ່ນອນວ່າເງິນລົງທຶນ ທີ່ຈະຕ້ອງເພີ່ມຂຶ້ນດັ່ງກ່າວນີ້ ຍ່ອມຈະຕ້ອງຕົກເປັນພາລະຂອງ ກຸ່ມລົງທຶນໃນໂຄງການເຂື່ອນໄຊຍະບູລີຢູ່ແລ້ວ ແລະກຸ່ມຜູ້ລົງທຶນໃນໂຄງການກໍ່ພ້ອມທີ່ຈະ
ລົງທຶນເພີ່ມຂຶ້ນຢູ່ແລ້ວ ພຽງແຕ່ວ່າຍັງຈະຕ້ອງມີການຕົກລົງກັນໃນລາຍລະອຽດເທົ່ານັ້ນ
ດັ່ງທີ່ທ່ານ ວິລະພົນ ໄດ້ຢືນຢັນວ່າ:

“ລັດຖະບານລາວກໍ່ໄດ້ຖາມບໍລິສັດຜູ້ທີ່ສິພັດທະນາວ່າ ຍິນດີເຮັດນໍາບໍ່ ເຂົາກະວ່າ
ຍິນດີເຮັດນໍາຫັ້ນແລ້ວ ເພາະວ່າໃນໄລຍະຍາວແລ້ວ ມັນກະສິດີສໍາລັບໝົດທຸຝ່າຍ ຖືວ່າມັນເປັນເຂື່ອນທີ່ວ່າບໍ່ມີຜົນກະທົບຫຍັງໝົດ ແຕ່ວ່າມັນມີ Cost ເພີ່ມຂຶ້ນ
ອັນນີ້ຍັງສິໄດ້ລົມກັນ ໃນລາຍລະອຽດເພີ້ມ.

ສິ່ງແວດລ້ອມທໍາມະຊາດ ຢູ່ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງທີ່ລາວ
ສິ່ງແວດລ້ອມທໍາມະຊາດ ຢູ່ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງທີ່ລາວ

ພ້ອມກັນນີ້ ທ່ານວີລະພົນ
ຍັງໄດ້ໃຫ້ການຢືນຢັນວ່າ
ທາງການລາວ ໄດ້ປະຕິບັດ
ເງື່ອນໄຂຕາມຂໍ້ຕົກລົງວ່າ
ດ້ວຍການໃຊ້ປະໂຫຍດ ຈາກ
ແມ່ນໍ້າຂອງ ຊຶ່ງເປັນຂໍ້ຕົກລົງ
ຮ່ວມກັນ ລະຫວ່າງລັດຖະ
ບານລາວ, ໄທ, ກໍາປູເຈຍ
ແລະຫວຽດນາມ ໃນຖານະ
ທີ່ເປັນປະເທດສະມາຊິກໃນ
ຄະນະກໍາມາທິການແມ່ນໍ້າ
ຂອງ (MRC) ດ້ວຍກັນ ຢ່າງ
ຄົບຖ້ວນແລ້ວ. ຊຶ່ງກໍ່ຄື ການ
ປຶກສາຫາລືຮ່ວມກັບປະເທດ
ພາຄີໃນ MRC ເປັນເວລາບໍ່
ໜ້ອຍກວ່າ 6 ເດືອນກ່ອນ
ທີ່ຈະລົງມືກໍ່ສ້າງເຂື່ອນໄຊຍະ
ບູລີ ໂດຍທາງການລາວກໍ່ໄດ້ປະຕິບັດຕາມເງື່ອນໄຂດັ່ງກ່າວຢ່າງຄົບຖ້ວນ ນັບຕັ້ງແຕ່ ເດືອນ
ເມສາ 2011 ເປັນຕົ້ນມາແລ້ວ ຫາກແຕ່ວ່າ ດ້ວຍເຫດທີ່ປະເທດພາຄີໃນ MRC ດ້ວຍກັນ ຍັງຄົງມີຄວາມກັງວົນໃຈກ່ຽວກັບບັນຫາຜົນກະທົບ ທີ່ຈະເກີດຂຶ້ນຈາກການກໍ່ສ້າງເຂື່ອນ ໄຊຍະບູລີເທິງລໍາແມ່ນໍ້າຂອງດັ່ງກ່າວ ສະນັ້ນທາງການລາວ ຈຶ່ງໄດ້ວ່າຈ້າງຊ່ຽວຊານຕ່າງ ປະເທດໃຫ້ທໍາການສຶກສາປ້ອງກັນຜົນກະທົບດັ່ງກ່າວຢ່າງຮອບດ້ານ ບົນພື້ນຖານຂອງ ການດໍາເນີນງານໃນທຸກຂັ້ນຕອນຢ່າງໂປ່ງໃສ.

ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທໄປປະທ້ວງ ແລະຍື່ນໜັງສືຕໍ່ ລັດຖະສະພາໄທ ທີ່ບາງກອກ ເມື່ອວັນທີ 18 ເມສາ 2012.
ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທໄປປະທ້ວງ ແລະຍື່ນໜັງສືຕໍ່ ລັດຖະສະພາໄທ ທີ່ບາງກອກ ເມື່ອວັນທີ 18 ເມສາ 2012.

ແຕ່ຢ່າງໃດກໍຕາມ ບັນຫາ
ໂຄງການເຂື່ອນໄຊຍະບູລີ
ໃນເວລານີ້ກໍບໍ່ໄດ້ມີພຽງແຕ່
ບັນຫາຄວາມກັງວົນໃຈຂອງ
ປະເທດພາຄີໃນ MRC ດ້ວຍ
ກັນເທົ່ານັ້ນຫາກຍັງຕອງປະ
ເຊີນກັບການຖືກຄັດຄ້ານ
ຈາກອົງການອານຸລັກສະ
ພາບແວດລ້ອມທຳມະຊາດ
ອີກດ້ວຍ. ໂດຍຫລ້າສຸດເຄືອ
ຂ່າຍປະຊາຊົນໄທເພື່ອການ
ອານຸລັກຊັບພະຍາກອນທຳ
ມະຊາດໃນແມ່ນໍ້າຂອງກໍໄດ້ລວມຕົວກັນຢູ່ຕໍ່ໜ້າສໍານັກງານໃຫຍ່ຂອງທະນາຄານໄທພານິດ ແລະສໍານັກງານໃຫຍ່ຂອງກຸ່ມບໍລິສັດ ຊ. ການຊ່າງ ຢູ່ໃນບາງກອກ ເພື່ອສະແດງເຖິງການ
ຄັດຄ້ານຕໍ່ໂຄງການເຂື່ອນໄຊຍະບູລີ ທີ່ຈະຕ້ອງໃຊ້ເງິນລົງທຶນຫລາຍກວ່າ 3,500 ລ້ານໂດລາ
ດັ່ງກ່າວ.

XS
SM
MD
LG