ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຜູ້ນໍາທະຫານມຽນມາ ຍືດເວລາກັກຂັງ ທ່ານນາງ ຊູຈີ ຜູ້ນຳພົນລະເຮືອນ ອອກໄປອີກ


ພວກປະທ້ວງຢູ່ນະຄອນຢາງກຸ້ງ ເພື່ອຄັດຄ້ານຕໍ່ການລັດຖະປະຫານໃນມຽນມາ
ພວກປະທ້ວງຢູ່ນະຄອນຢາງກຸ້ງ ເພື່ອຄັດຄ້ານຕໍ່ການລັດຖະປະຫານໃນມຽນມາ

ພວກປະທ້ວງໃນມຽນມາໃນວັນຈັນວານນີ້ໄດ້ປະນາມການຕັດສິນໃຈຂອງລັດຖະ
ບານທະຫານ ໃນການຕໍ່ເວລາການຄຸມຂັງຜູ້ນຳທີ່ຖືກໂຄ່ນລົ້ມ, ທ່ານນາງ ອອງຊານ ຊູ ຈີ ໄປຈົນເຖິງວັນພຸດມື້ອື່ນ.

ກຳລັງທະຫານ ແລະລົດທະຫານ ໄດ້ອອກໄປປະຕິບັດງານໃນວັນຈັນວານນີ້ ໃນການເພີ່ມທະວີການປະຈໍາການຮັກສາຄວາມປອດໄພໃນຕົວເມືອງໃຫຍ່ຕ່າງໆ.

ຢູ່ນະຄອນແມນດາເລ (Mandalay), ທະຫານໄດ້ໃຊ້ລູກປືນຢາງ ແລະລູກປືນແທ້ເພື່ອສະຫຼາຍການປະທ້ວງຢູ່ຕໍ່ໜ້າທະນາຄານເສດຖະກິດມຽນມາ. ສື່ມວນຊົນທ້ອງຖິ່ນລາຍງານວ່າ ມີຄົນຈຳນວນນຶ່ງໄດ້ຮັບບາດເຈັບ.

ສື່ມວນຊົນລາຍງານວ່າ, ຢູ່ນະຄອນຢາງກຸ້ງ, ເມືອງທີ່ມີປະຊາກອນຫຼາຍທີ່ສຸດຂອງປະເທດ, ຜູ້ປະທ້ວງໃນຈໍານວນໜ້ອຍລົງໄດ້ໄປເຕົ້າໂຮມກັນໃນວັນຈັນວານນີ້ ຍ້ອນມີລົດທະຫານຫລາຍຂຶ້ນໄປຢູ່ຕາມຖະໜົນຫົນທາງ.

ຕຳຫຼວດນະຄອນຫຼວງເນປີດໍ ໄດ້ກັກຂັງກຸ່ມປະທ້ວງທີ່ເປັນນັກຮຽນປະມານ 20 ຄົນ. ສຳນັກຂ່າວຣອຍເຕີສ໌ (Reuters) ລາຍງານວ່າພວກເຂົາໄດ້ຖືກປ່ອຍຕົວໃນເວລາຕໍ່ມາ.

ທະຫານໄດ້ກັກຂັງທ່ານນາງຊູຈີໃນຂໍ້ກ່າວຫາວ່າມີເຄື່ອງວິທະຍຸໂອ້ລົມວອກກີທອກກີນໍາເຂົ້າ ຢ່າງຜິດກົດໝາຍ ໃນ 2 ອາທິດກ່ອນໃນຂະນະທີ່ ພວກກ່ຽວ ໄດ້ຍຶດອໍານາດນັ້ນ.

ທ່ານນາງກຳລັງຖືກຄຸມຂັງຢູ່ເຮືອນທີ່ບ້ານພັກຢ່າງເປັນທາງການຂອງທ່ານນາງໃນນະຄອນຫຼວງເນປີດໍ. ຄຳສັ່ງທໍາອິດໃຫ້ກັກຂັງທ່ານນາງແມ່ນຈະໝົດອາຍຸໃນວັນຈັນວານນີ້.

ໃນຄືນວັນອາທິດຕໍ່ໃສ່ວັນຈັນວານນີ້ນັ້ນ, ເຈົ້າໜ້າທີ່ໄດ້ຕັດການເຂົ້າເຖິງອິນເຕີແນັດ, ຫາກໍ່ເປີດໃຫ້ມັນກັບມາໃຊ້ໄດ້ ໃນຕອນເຊົ້າຂອງວັນຈັນວານນີ້.

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ ແອນໂຕນິໂອ ກູແຕເຣສ (Antonio Guterres) ກ່າວວ່າຂໍ້ຈຳກັດດັ່ງກ່າວ, ແລະການຈັບກຸມຜູ້ນຳທາງດ້ານການເມືອງ ແລະສັງຄົມພົນລະເຮືອນແມ່ນ “ເປັນບັນຫາທີ່ໜ້າເປັນຫ່ວງຢ່າງເລິກເຊິ່ງ.”

ໂຄສົກຂອງທ່ານກູແຕເຣສ (Guterres) ກ່າວໃນຖະແຫຼງການສະບັບນຶ່ງໃນວັນອາທິດຜ່ານມານີ້ວ່າ "ເລຂາທິການໃຫຍ່ມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບສະຖານະການໃນມຽນມາ, ລວມທັງການໃຊ້ກຳລັງເພີ່ມຂຶ້ນ ແລະການລາຍງານວ່າມີການຈັດສົ່ງລົດຫຸ້ມເກາະໄປຢູ່ໃນຕົວເມືອງໃຫຍ່ຕ່າງໆເພີ້ມຂຶ້ນ". “ທ່ານຮຽກຮ້ອງໃຫ້ທະຫານແລະຕຳຫຼວດຂອງມຽນມາ ຮັບປະກັນວ່າສິດທິໃນການຊຸມ ນຸມຢ່າງສັນຕິ ແມ່ນໄດ້ຮັບການເຄົາລົບຢ່າງເຕັມສ່ວນ ແລະພວກປະທ້ວງບໍ່ໄດ້ຖືກລົງໂທດ. ລາຍງານກ່ຽວກັບຄວາມຮຸນແຮງທີ່ຍັງສືບຕໍ່ຢູ່, ການຂົ່ມຂູ່ ແລະການກໍ່ກວນໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພແມ່ນເປັນເລື້ອງທີ່ບໍ່ສາມາດຍອມຮັບເອົາໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG