ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຕ້ອງ​ປ່ອຍ​ທະ​ນາຍ​ຄວາມ​ຈີນ ທ່ານ​ຫຼູ ຊີ​ເຫວີຍ ໃນ​ທັນ​ທີ ແລະ​ບໍ່​ໃຫ້​ສົ່ງ​ທ່ານ​ກັບ​ໄປ​ຈີນ


​ຮູບ​ທະ​ນາຍ​ຄວາມ​ແລະ​ຜູ້​ຕໍ່​ສູ້​ເພື່ອ​ສິດ​ທິ​ມະ​ນຸດ​ຊາວ​ຈີນ ທ່ານ​ຫລູ ຊີ​ເຫວີຍ ຢູ່​ທາງ​ສາຍ​ນຶ່ງ ປະ​ມານ 300 ກິ​ໂລ​ແມັດ​ຫ່າງ​ຈາກວຽງ​ຈັນ ໄປ​ທາງ​ທິດ​ເໜືອ ເມື່ອ​ວັນ​ທີ 27 ກໍ​ລະ​ກົດ 2023.
​ຮູບ​ທະ​ນາຍ​ຄວາມ​ແລະ​ຜູ້​ຕໍ່​ສູ້​ເພື່ອ​ສິດ​ທິ​ມະ​ນຸດ​ຊາວ​ຈີນ ທ່ານ​ຫລູ ຊີ​ເຫວີຍ ຢູ່​ທາງ​ສາຍ​ນຶ່ງ ປະ​ມານ 300 ກິ​ໂລ​ແມັດ​ຫ່າງ​ຈາກວຽງ​ຈັນ ໄປ​ທາງ​ທິດ​ເໜືອ ເມື່ອ​ວັນ​ທີ 27 ກໍ​ລະ​ກົດ 2023.

ພວກ​ນັກ​ຊ່ຽວ​ຊານ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ໄວໆ​ມານີ້ ຮຽກ​ຮ້ອງ​ໃຫ້ ສ​ປ​ປ ລາວ​ ຍຸ​ຕິ​ການ​ຈັບ​ກຸມ​ຄຸມ​ຂັງ​ໂດຍ​ພະ​ລະ​ການ ທະ​ນາຍ​ຄວາມ​ແລະ​ຜູ້​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ຫຼູ ຊີ​ເຫວີຍ ແລະ​ປ່ອຍ​ໃຫ້​ຜູ້​ກ່ຽວ​ເດີນ​ທາງ​ຕໍ່ ເພື່ອ​ໄປ​ເຕົ້າ​ໂຮມ​ກັບ​ຄອບ​ຄົວ​ຂອງລາວ.

“ການ​ຕິດ​ຕາມ​ສອດ​ແນມ ການ​ປະ​ຫັດ​ປະ​ການ ແລະ​ການ​ຈັບ​ກຸມ​ຄຸມ​ຂັງ​ທ່ານ​ຫຼູ ຊີ​ເຫວີຍ ຕ້ອງ​ຍຸ​ຕິ​ໃນ​ທັນ​ທີ” ພວກ​ນັກ​ຊ່ຽວ​ຊານ​ກ່າວ.

​ພວກ​ນັກ​ຊ່ຽວ​ຊານ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ ​ກຳ​ມະ​ການ​ອິດ​ສະ​ຫຼະ ທີ່​ເອີ້ນ​ວ່າ Special Procedures ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດເວົ້າ​ວ່າ ທ່ານ​ຫຼູ ຊີ​ເຫ​ວີຍ ຊຶ່ງ​ເປັນ​ຜູ້​ປົກ​ປ້ອງ​ສິດ​ທິ​ມະ​ນຸດຊາວ​ຈີນ ແລະ ​ທະ​ນາຍ​ຄວາມທີ່​ມີ​ຊື່​ສຽງ ຖືກ​ຈັບ​ໂດຍ​ຕຳ​ຫຼວດ​ລາວ​ເມື່ອ​ວັນ​ທີ 28 ກໍ​ລະ​ກົດໃນ ຂະ​ນະ​ທີ່​ລາວພວມ​ຂຶ້ນ​ລົດ​ໄຟ​ໄປ​ໄທ. ລາວ​ໄດ້​ຫຼົບ​ໜີ​ຈາກ​ຈີນ ແລະ​ຕັ້ງ​ໃຈ​ຈະ​ເດີນ​ທາງ​ຈາກ​ໄທ​ໄປ​ສະ​ຫະ​ລັດ ເພື່ອ​ເຕົ້າ​ໂຮມ​ກັບ​ຄອບ​ຄົວ​ຂອງ​ລາວ.

ມາ​ຈົນ​ຮອດ​ເວ​ລານີ້ ຍັງ​ບໍ່​ມີ​ໃຜ​ຮູ້​ວ່າ ​ທ່ານ​ຫຼູ ຊີ​ເຫວີຍ ​ຖືກ​ຂັງ​ຢູ່​ໃສ ໂດຍ​ປາ​ສະ​ຈາກ​ການ​ຕິດ​ຕໍ່​ກັບ​ທະ​ນາຍ​ຄວາມຂອງ​ລາວ ຄອບ​ຄົວ​ຂອງ​ລາວ ຫຼື​ແມ່ນ​ແຕ່​ຜູ້​ທີ່​ລາວ​ຢາກ​ພົບ.

“ພວກ​ເຮົາ​ເຊື່ອ​ວ່າ ທ່ານ​ຫຼູ ຊີ​ເຫວີຍ ຕົກ​ຢູ່​ໃນ​ຄວາມ​ສ່ຽງ ຕໍ່​ການ​ທີ່​ຈະ​ຖືກ​ເນ​ລ​ະ​ເທດ​ໄປ​ຈີນ ບ່ອນ​ທີ່​ມີ​ພື້ນ​ຖາ​ນ​ອັນ​ສຳ​ຄັນ​ທີ່​ພາ​ໃຫ້​ເຊື່ອ​ວ່າ ລາວ​ອາດ​ຈະຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ຢ່າງ​ຮ້າຍ​ແຮງ​ໃນ​ການ​ຖືກ​ສົ່ງ​ກັບດ້ວຍ​ການ​ຖືກ​ທໍ​ລະ​ມານຫຼື​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ ໄຮ້​ມະ​ນຸດ​ສະ​ທຳຫຼື​ການ​ປະ​ຕິ​ບັດ​ທີ່​ຕ່ຳ​ຊ້າ​ຫຼື​ຖືກ​ລົງ​ໂທດ. ນອກ ນັ້ນ ລາວ​ຍັງ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຕໍ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ຮ້າຍ​ແຮງຮວມ​ທັງ​ການ​ຄຸມ​ຂັງ​ໂດຍ​ພະ​ລະ​ການຫຼື​ການ​ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນ” ພວກ​ນັກ​ຊ່ຽວ​ຊານສະ​ຫະ​ປະ​ຊ​າ​ຊາດ​ກ່າວ.

ພາຍ​ໃຕ້​ກົດ​ໝາຍ​ສິ​ດ​ທິ​ມະ​ນຸດ​ລະ​ຫວ່າງ​ປະ​ເທດ ຫຼັກ​ການ​ທີ່​ເຄີຍ​ປະ​ຕິ​ບັດ​ບໍ່​ສົ່ງ​ຜູ້​ຂໍ​ລີ້​ໄພກັບ​ຄືນ​ປະ​ເທດນັ້ນ ໃຫ້​ການ​ຄ້ຳ​ປະ​ກັນ​ວ່າ ຜູ້​ໃດ​ກໍ​ຕາມ​ບໍ່​ຄວນ​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ ບ່ອນ​ທີ່​ຜູ້​ກ່ຽວ​ອາດ​ຈະ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ຂອງ​ຖືກ​ທໍ​ລະ​ມານ​ຫຼື​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ ໄຮ້​ມະ​ນຸດ​ສະ​ທຳ ຫຼື​ການ​ປະ​ຕິ​ບັດ​ທີ່​ຕ່ຳ​ຊ້າ​ຫຼື​ຖືກ​ລົງ​ໂທດ ຫຼື​ການ​ຖືກ​ບັງ​ຄັບ​ໃຫ້​ຫາຍ​ສາບ​ສູນ ແລະ​ອັນ​ຕະ​ລາຍ​ທີ່​ບໍ່​ສາ​ມາດ​ແກ້​ໄຂ​ໄດ້​ອື່ນໆ.

ພວກ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ “ຖ້າ​ຫາກ​ການ​ສົ່ງ​ກັບ​ມີ​ຂຶ້ນ ມັນ​ຈະ​ເປັນ​ການ​ຂັດ​ກັບ​ຫຼັກໃຈກາງ ບໍ່​ສົ່ງ​ຜູ້​ຂໍ​ລີ້​ໄພ​ກັບ ດັ່ງ​ທີ່​ໄດ້​ມີ​ການ​ລະ​ບຸ​ໄວ້ ​ຮວມ​ຢູ່​ໃນ​ຂໍ້​ກຳ​ນົດ​ອື່ນໆ ໃນ​ມາດ​ຕາ 3 ຂອງ​ສົນ​ທິ​ສັນ​ຍາ ​ຕໍ່​ຕ້ານ​ການ​ທໍ​ລະ​ມານ​ແລະ​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ ໄຮ້​ມະ​ນຸດ​ສະ​ທຳ​ຫຼື​ການ​ປະ​ຕິ​ບັດ​ທີ່​ຕ່ຳ​ຊ້າ​ຫຼື​ການ​ລົງ​ໂທດ ຊຶ່ງ ສ​ປ​ປ ລາວ ກໍ​ເປັນ​ພາ​ຄີນັ້ນ” ພວກ​ນັກ​ຊ່ຽວ​ຊານ​ກ່າວ.

“ມັນ​ເປັນ​ເລື້ອງ​ທີ່ຮັບ​ເອົາ​ບໍ່​ໄດ້ ​ທີ່​ຜູ້​ປົກ​ປ້ອ​ງ​ສິດ​ທິ​ມະ​ນຸດ​ເຮັດ​ວຽກ​ດ້ວຍ​ຄວາມ​ສະ​ຫງົບ​ເພື່ອ​ສົ່ງ​ເສີມ ປ້ອງ​ກັນ ແລະ​ປົກ​ປ້ອງ​ສິ​ດ​ທິ​ມະ​ນຸດຂອງ​ຜູ້​ອື່ນ ໄດ້​ຖືກ​ປະ​ຫັດ​ປະ​ຫານ​ ແມ່ນ​ກະ​ທັງ​ໃນ​ເວ​ລາ​ທີ່​ຫຼົບ​ໜີ” ພ​ວກ​ນັກ​ຊ່ຽວ​ຊານ​ກ່າວ.

“ອີງ​ຕາມ​ພື້ນ​ຖານ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ສອດ​ຄ່ອງ​ກັບ​ພັນ​ທະ​ທາງ​ດ້ານ​ສິດ​ທິ​ມະ​ນຸດ​ລະ​ຫວ່າງ​ປະ​ເທດ​ຂອງລາວນັ້ນ ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ ນຳ​ໃຊ້​ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອັນ​ຕະ​ລາຍ ​ທີ່​ແກ້​ໄຂ​ບໍ່​ໄດ້​ຕໍ່​ຊີ​ວິດ​ແລະ​ກຽດ​ສັກ​ສີ​ຂອງ​ທ່ານ​ຫຼູ ຊີ​ເຫວີຍ” ພວກ​ນັກ​ຊ່ຽວ​ຊານ​ສະ​ຫະ​ປະ​ຊາ​ຊາດ​ກ່າວ.

ພວກ​ເຂົາ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ສ​ປ​ປ ລາວ ບໍ່​ໃຫ້​ສົ່ງ​ທ່ານ​ຫຼູ ຊີ​ເຫວີຍ​ກັບ​ຄືນ​ໄປ ສ​ປ ຈີນ ຮັບ​ຮອງ​ໃຫ້​ມີ​ການ​ປ່ອຍ​ໂຕ​ລາວ ແລະ​ອະ​ນຸ​ຍາດ​ໃຫ້ລາວ​ໄດ້​ເຕົ້າ​ໂຮມ​ກັບ​ຄອບ​ຄົວ​ຂອງລາວ​ຢູ່​ທີ່​ສະ​ຫະ​ລັດ.

ພວກ​ນັກ​ຊ່ຽວ​ຊານ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຕິດ​ຕໍ່​ໄປ​ຫາ​ເຈົ້າ​ໜ້າ​ທີ່ຂອງ ສ​ປ​ປ ລາວ​ແລ້ວ ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວນີ້.

ອ່ານ​ຂ່າວນີ້​ຕື່ມ ຈາກ​ເວັບ​ໄຊ ສະ​ຫະ​ປະ​ຊາ​ຊາດ

XS
SM
MD
LG