ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການ​ຢ້ຽ​ມ​ຢາມ ​ສູກ​ກັກ​ຂັງ ພາ​ໃຫ້​ມີ​ການ​ຮຽກ​ຮ້ອງ ​ໃຫ້​ຫົວໜ້​າປ້ອງ​ກັນ​ຊາຍ​ແດນ ​ລາ​ອອກ


​ພາບ​ຖ່າຍ​ວັນ​ທີ 20 ມັງ​ກອນ 2012 ສະ​ແດງ​ໃຫ້​ເຫັນ​ຮົ້ວ​ຊາຍ​ແດ​ນ​ໃກ້​ກັບ​ເມືອງ ໂຄ​ລ​ເວ​ີ​ເດ​ລ ໃນລັດ​ນິວ​ເມັກ​ຊິ​ໂກ.
​ພາບ​ຖ່າຍ​ວັນ​ທີ 20 ມັງ​ກອນ 2012 ສະ​ແດງ​ໃຫ້​ເຫັນ​ຮົ້ວ​ຊາຍ​ແດ​ນ​ໃກ້​ກັບ​ເມືອງ ໂຄ​ລ​ເວ​ີ​ເດ​ລ ໃນລັດ​ນິວ​ເມັກ​ຊິ​ໂກ.

ສະ​ມາ​ຊິກ​ສະ​ພາ​ສອງ​ທ່ານ ທີ່​ນຳ​ພາ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ສະ​ພາ​ ໄປ​ຢ້​ຽມ​ຢາມ​ຫຼາຍ​
ບ່ອນ​ສຸດ​ທ້າຍ ​ທີ່ເດັກ​ນ້ອຍ​ແມ່​ຍິງຊາວ​ກົວ​ເຕີ​ມາ​ລາຍັງ​ມີ​ຊີ​ວິດ​ຢູ່​ໃນ​ຂະ​ນະທີ່​ຢູ່​ພາຍ
​ໃຕ້​ ການ​ກັກ​ຂັງຂອງ​ລັດ​ຖະ​ບານ​ກາງນັ້ນ ໄດ້​ຮຽກ​ຮ້ອງ​ໃຫ້​ຫົວ​ໜ້າ​ອົງ​ການ​ປ້ອງ​ກັນ
ຊາຍ​ແດນ​ສະ​ຫະ​ລັດ​ ລາອ​ອກ​ ​ໃນ​ວັນ​ອັງ​ຄານ​ວານ​ນີ້.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ໂຈອາ​ກິນ ກັ​ສ​ໂຕ​ຣ ກ່າວ​ຕໍ່​ກອງປະ​ຊຸມ​ນັກ​ຂ່າວ ​ທີ່​ເມືອງ ລອ​ສ
ເບີກ ລັດ​ນິວ​ເມັກ​ຊິ​ໂກ ​ວ່າ ​ກຳ​ມາ​ທິ​ການ ​ດ້ານການ​ພາ​ສີ ແລະ​ປ້ອງ​ກັນ​ຊາຍ​ແດນ ​ຫຼື
CBP ທ່ານ​ເຄວິນ ແມັກອາ​ລີ​ນັນ ນັ້ນ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່ານຄວນ​ລາ​ອອກ​.”

ທ່ານ​ກັ​ສ​ໂຕ​ຣ ​ແມ່ນ​ຜູ່​ນຶ່ງ​ໃນ​ຈຳ​ນວນສະ​ມາ​ຊິກ​ສະ​ພາ 13 ທ່ານແລະ​ບັນ​ດາ​ສະມາ
​ຊິກ​ສະ​ພາ ​ທີ່​ຖືກ​ເລືອກ​ໃໝ່ ຜູ້​ທີ່​ໄດ້ຂໍ​ຮ້ອງ​ໄປ​ຢ້ຽມ​ຢາມ​ສອງ​ສະ​ຖານ​ທີ່ ບ່ອນ​ນາງ
ແຈັກ​ເກີ​ລິນ ຄາ​ລ ມາ​ກິນ ອາ​ຍຸ 7 ປີ ​ທີ່ໄດ້​ນຳ​ພາ​ໂຕ​ໄປ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ຊາຍ
​ແດນ ຫຼັງ​ຈາກ​ນາງ ພໍ່​ຂອງ​ນາງ ແລ​ະ​ຄົນ​ເຂົ້າ​ເມືອງອີກ 161 ຄົນ​ໄດ້​ຖືກ​ກັກ​ຂັງ​ຢູ່​ໃນ
ທະ​ເລ​ຊາຍ​ ລັດ​ນິວ​ເມັກ​ຊິ​ໂກ ໃນ​ວັນ​ທີ 6 ທັນ​ວາ.

ເດັກ​ນ້ອຍ​ແມ່​ຍິງ​ໄດ້​ເສຍ​ຊີ​ວິດ​ໃນວັນ​ທີ 8 ທັນ​ວາຊຶ່ງ​ພາ​ໃຫ້​ມີການ​ສືບ​ສວນ​ຫຼາຍ
​ຢ່າງກ່ຽວ​ກັບ​ວ່າເປັນ​ຫຍັ​ງແລະ​ເວ​ລາ​ໃດ​ນາ​ງ​ໄດ້​ລົ້ມ​ປ່ວຍ ພວກ​ເຈົ້າ​ໜ້າ​ທີ່ໄດ້ຮັບ ​
ມື​ຢ່າງ​ໃດ​ກັບ​ກໍ​ລະ​ນີ​ຂອງ​ນາງ ແລະ​ເຮັດ​ຫຍັງ ຖ້າ​ຫາກ​ໄດ້​ເຮັດ ທີ່​ອາດ​ໄດ້ປ້ອງ​ກັນ
ການ​ຕາຍ​ຂອງ​ນາງ​ຈາກພະ​ຍາດ​ທີ່​ເກີດ​ຂຶ້ນ​ຢ່າ​ງວ່ອງໄວ ຫຼັງ​ຈາກ​ເດີນ​ທາງ​ມາ​ເຖິງ
​ສະ​ຫະ​ລັດ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານໂຣ​ລ ຣຸຍ​ສ໌ ນາຍ​ໝໍ​ຫ້ອງ​ສຸກ​ເສີນ ທີ່​ກາຍ​ມາ​
ເປັນ​ສະ​ມາ​ຊິກ​ສະ​ພາ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ ​ກ່າວ​ວ່າ ເຄື່ອງ​ມື ແລະ​ການ​ເຝິກ​ຫັດ​ທີ່​
ພວກ​ເຈົ້າ​ໜ້າ​ທີ່​ຊາຍ​ແດນ​ມີ​ນັ້ນບໍ່​ເປັນ​ທີ່​ພຽງ​ພໍ​ສຳ​ລັບໃຊ້​ປິ່ນ​ປົວ​ຢ່າງເໝາະ​ສົມແກ່
​ນາງ ຜູ້​ທີ່​ໄດ້​ເລີ້ມ​ຮາກ ລະ​ຫວ່າງ​ຕອນ​ເຊົ້າ​ຂີ່​ລົດ​ເມ​ໄປ​ເມືອງ​ລອສ​ເບີກ.

ສະ​ມາ​ຊິກ​ໃນ​ຄະ​ນະ​ອີກຄົນ​ນຶ່ງ​ກ່າວ​ວ່າ ໂຕະ​ທີ່​ນາງ​ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ເມືອງ​
ລອ​ສ​ເບີກນັ້ນ ບັດ​ນີ້​ໄດ້​ມີ​ເຕົາ​ໄມ​ໂກ​ຣ​ເວບ​ສອງ​ອັນ​ຕັ້ງ​ຢູ່​ເທິງ.

ທ່ານ​ເຄວິນ ແມັກອາ​ລີ​ນັນ ຫົວ​ໜ້າ​ປ້ອງ​ກັນ​ຊາຍ​ແດນ ລາຍ​ງານ​ຕໍ່​ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທີ​ລັດ​ຖະ​ສະ​ພາ ວັນ​ທີ 11 ທັນ​ວາ 2018.
ທ່ານ​ເຄວິນ ແມັກອາ​ລີ​ນັນ ຫົວ​ໜ້າ​ປ້ອງ​ກັນ​ຊາຍ​ແດນ ລາຍ​ງານ​ຕໍ່​ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທີ​ລັດ​ຖະ​ສະ​ພາ ວັນ​ທີ 11 ທັນ​ວາ 2018.

ສະ​ຖານ​ທີ່​ທຳ​ອິດ​ບ່ອນ​ທີ່ນາງແຈັກ​ເກີ​ລິນ ແລະ​ຜູ້​ທີ່​ຖືກ​ກັກ​ຂັງ​ຄົນ​ອື່ນໆ​ໄດ້​ຖືກ​ນຳ
​ພາ​ໄປ ຍັງ​ຢູ່​ບ່ອນ​ສອກ​ຫລີກ​ທີ່​ຫ່າງ​ໄກ ຂອງ​ລັດ​ນິວ​ເມັກ​ຊິ​ໂກ ທີ່​ຮ້ອ​ງວ່າ ອັນ​ເຕີ​ລົບ
ແວ​ລ​ສ໌ ບໍ່​ມີ​ນ້ຳປະ​ປາໃຊ້ ​ເນື່ອງ​ຈາກ​ມີ​ສານ​ພິດ ແລະ​ມີ​ແຕ່ຫ້ອງ​ຖ່າຍ​ເຄື່ອນ​ທີ່​ໄວ້​
ໃຊ້ 2 ບ່ອນ ອີງ​ຕາມ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ຄະ​ນະ​.

ທ່ານ​ນາງ​ຄ​ຣິ​ສເຈີນ ແນ​ລ​ສັນ ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ສະ​ຫງ​ົບ​ພາຍ​ໃນ ລາຍ​ງານ​ຕໍ່​ທຳ​ນຽບ​ຂາວ ວັນ​ທີ 18 ມິ​ຖຸ​ນາ 2018.
ທ່ານ​ນາງ​ຄ​ຣິ​ສເຈີນ ແນ​ລ​ສັນ ລັດ​ຖະ​ມົນ​ຕີ​ຮັກ​ສາ​ຄວາມ​ສະ​ຫງ​ົບ​ພາຍ​ໃນ ລາຍ​ງານ​ຕໍ່​ທຳ​ນຽບ​ຂາວ ວັນ​ທີ 18 ມິ​ຖຸ​ນາ 2018.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ລ ກ​ຣີນ ກ່າວ​ຫຼັງ​ຈາກ​ການ​ຢ້ຽມ​ຢາມ​ວ່າ “ປະ​ຊາ​ຄົມ​ປ້ອງ
​ກັນ​ການ​ທຳ​ຮ້າຍ​ສັດ ຫຼື SPCA ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ພວກ​ສັດທີ່​ຢູ່​ໃນ​ຄວາມ​ດູ​ແລໄດ້
​ຮັບ​ການ​ປະ​ຕິ​ບັດ​ຕໍ່ ຄື​ດັ່ງ​ມະ​ນຸດ​ກຳ​ລັງ​ຖືກ​ດູ​ແລ​ຢູ່​ໃນ​ສະ​ຖານ​ທີ່​ແຫ່ງ​ນີ້.”

ກຸ່ມ​ດັ່ງ​ກ່າວ​ແມ່ນໄດ້​ນຳ​ພາ​ໂດຍ​ຄະ​ນະສະ​ມາ​ຊິກ​ສະ​ພາຮິ​ສ​ແປ​ນິ​ສ ໄດ້ຮ້ອງ​ຂໍ​ໃຫ້​
ມີການ​ສືບ​ສວນ​ຂອງ​ສະ​ພາເພີ້ມ​ຕື່ມ ​ນອກ​ຈາກ​ການ​ສືບ​ສວນ​ພາຍ​ໃນ ​ຂອງ​ກະ
​ຊວງ​ຮັກ​ສາ​ຄວາມ​ສ​ະ​ຫງົບພາຍ​ໃນ​ ທີ່​ກຳ​ກັບ​ນຳຫ້ອງ​ການ CBP ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG