ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ປ່ອຍ ຊາວປະມົງຈີນ ພ້ອມເຮືອຫາປາ (ວີດີໂອ)


ປັກ​ກິ່ງ ກ່າວ​ວ່າ ຊາວ​ປະ​ມົງ​ຈີນ 16 ຄົນທີ່​ໄດ້​ຖືກຈັບ​​ເພື່ອ​ຮຽກ​ຄ່າ​ໄຖ່​ ຢູ່​ໃນເກົາຫລີ​ເໜືອນັ້ນ ​ໄດ້​ຖືກ​ປ່ອຍໂຕ​ແລ້ວ.
ປັກ​ກິ່ງ ກ່າວ​ວ່າ ຊາວ​ປະ​ມົງ​ຈີນ 16 ຄົນທີ່​ໄດ້​ຖືກຈັບ​​ເພື່ອ​ຮຽກ​ຄ່າ​ໄຖ່​ ຢູ່​ໃນເກົາຫລີ​ເໜືອນັ້ນ ​ໄດ້​ຖືກ​ປ່ອຍໂຕ​ແລ້ວ.
ບັນດາ​ເຈົ້າ​ໜ້າ​ທີ່ໃນກຸງ​ປັກ​ກິ່ງ ກ່າວ​ວ່າ ຊາວ​ປະ​ມົງ​ຈີນ 16 ຄົນ
ທີ່​ໄດ້​ຖືກຈັບເພື່ອ​ຮຽກ​ຄ່າ​ໄຖ່​ ຢູ່​ໃນເກົາຫລີ​ເໜືອນັ້ນ ​ໄດ້​ຖືກ​ປ່ອຍ
​ໂຕ​ແລ້ວ.

ກະຊວງ​ການຕ່າງປະ​ເທດ​ຈີນກ່າວ​ວ່າ ພວກ​ຜູ້​ຊາຍ​ຈຸນີ້ແລະ​ເຮືອ
​ຫາ​ປາ​ຂອງ​ເຂົາ​ເຈົ້າ ​ໄດ້ເດີນທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ
​ປອດ​ໄພ​ ໃນ​ວັນ​ອັງຄານມື້ນີ້​ ​ແລະ ​ກ່າວ​ຕື່ມ​ອີກ​ວ່າ ບໍ່​ໄດ້​ມີ​ການ
​ຈ່າຍເງິນ​ຄ່າໄຖ່ ​ແຕ່​ປະການໃດ.

​ເຈົ້າ​ຂອງ​ເຮື​ອກ່າ​ວວ່າ ຊາວ​ເກົາຫລີ​ເໜືອໄດ້​ຮຽກຮ້ອງເອົາ​ເງິນ
ເກືອບ 100,000 ​ໂດ​ລາ ​ເພື່ອ​ແລກ​ກັບ​ການ​ປ່ອຍເຮືອ​ແລະສົ່ງ​
ພວກລູກ​ເຮືອ​ຄືນ​ໃຫ້ ຊຶ່ງເຮືອ​ລຳ​ດັ່ງ ກ່າວ ໄດ້​ຖືກ​ຍຶດ​ໄວ້ໃນ​ວັນ​
ທີ 6 ​ເດືອນ​ພຶດສະພາ ຢູ່ເຂດນ່ານ​ນໍ້າ ​ລະຫວ່າງຈີນ ​ແລະ
​ແຫຼມເກົາຫລີ​ເໜືອ.

ຍັງ​ເປັນ​ທີ່​ບໍ່​ແຈ້ງ​ຂາວ​ເທື່ອ​ວ່າ ​ແມ່ນກຸ່ມ​ໃດ​ຢູ່​ໃ​ນເກົາຫລີ​ເໜືອ ​
ເປັນ​ຜູ້ຮັບຜິດຊອບ​ຕໍ່​ການລັກພາ​ໂຕ​ໃນ​ຄັ້ງນີ້. ​ໂຄສົກ​ກະຊວງ
​ຕ່າງປະ​ເທດ​ຈີນ ທ່ານ Hong Lei ກ່າວ​ວ່າ ກຸງ​ປັກ​ກິ່ງຕ້ອງການ​ຄໍາ​ອະພິ​ບາຍກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ ຝ່າຍ​ເກົາຫລີ​ເໜືອ ສາມາດ​ເລີ້ມ​ທໍາ​ການ​ສືບ​ສວນຢ່າງ​ເຕັມທີ່ ​ຫ້ອມ​ລ້ອມ​ເຫດ​ຮ້າຍດັ່ງກ່າວ ​ໂດຍ​ໃຫ້​ຄໍາ​ອະພິ​ບາຍ​ແກ່​ຝ່າຍ​ຈີນ ​ແລະນອກ​ນັ້ນກໍ​ເອົາ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເກີດ ເຫດການ​ປະ​ເພດ​ນີ້​ຂື້ນ
ອີກ.”

​ເຫດ​ຮ້າຍ​ທີ່​ວ່າ​ນີ້​ ໄດ້​ເຮັດ​ໃຫ້ເກີດມີ​ປະຕິກິ​ລິ​ຍາແບບ​ໂກດ​ແຄ້ນ​ໃນ​ການ​ລົງ​ຂ່າວ​ແລະສະແດງ
ຄວາມເຫັນ​ທາງ​ອິນ​ເຕີ​ແນັດ​ຂອງຈີນ ​ແລະ​ຂົ່ມຂູ່ວ່າ​ຈະ​ສ້າງບັນຫາ ທີ່​ສົບ​ສົນ​ວຸ້ນວາຍ​ຕໍ່​ຄວາມ​ສຳ
ພັນ​ທາງ​ດ້ານ​ການ​ທູດ​ທີ່​ຕຶງ​ຄຽດ​ຢູ່​ແລ້ວ ລະຫວ່າງ ປະ​ເທດ​ທັງ​ສອງ.

Nokor
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG