ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສຶກສາອາເມຣິກັນຄົນນ່ຶງ ທີ່ຖືກກັກຂັງຢູ່ໃນ ເກົາຫຼີເໜືອ ໄດ້ໃຫ້ການ ສາລະພາບຕໍ່ ສາທະລະນະຊົນ.


ນັກສຶກສາ ອາເມຣິກັນ ທ້າວ Otto Warmbier, ກາງ, ເດີນທາງ
ໄປຮອດສານວັດທະນະທຳຂອງປະຊາຊົນ ເກົາຫຼີເໜືອ,​ 29 ກຸມພາ, 2016.
ນັກສຶກສາ ອາເມຣິກັນ ທ້າວ Otto Warmbier, ກາງ, ເດີນທາງ ໄປຮອດສານວັດທະນະທຳຂອງປະຊາຊົນ ເກົາຫຼີເໜືອ,​ 29 ກຸມພາ, 2016.

ນັກສຶກສາມະຫາວິທະຍາໄລອາເມຣິກັນ ຄົນໜຶ່ງທີ່ໄດ້ຖືກກັກຂັງຢູ່ ໃນ ເກົາຫຼີເໜືອ ໄດ້ອອກມາສາລະພາບຕໍ່ສາທາລະນະວ່າລາວໄດ້ ພະຍາຍາມທີ່ຈະລັກເອົາປ້າຍໂຄສະນາທາງດ້ານການເມືອງຈາກ ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງ ພຽງຢາງ.

ທ້າວ Otto Warmbier ໄດ້ອອກມາປະກົດຕົວພ້ອມກັບຜູ້ຄວບຄຸມ ນັກ ໂທດຫຼາຍຄົນຊ້ອງໜ້າກຸ່ມນັກຂ່າວພາຍໃນ ແລະ ຕ່າງປະເທດ ໃນວັນຈັນມື້ນີ້ ທີ່ນະຄອນຫຼວງ ເກົາຫຼີເໜືອ. ນັກສຶກສາຈາກມະຫາ ວິທະຍາໄລລັດ ເວີຈິເນຍ ອາຍຸ 21 ປີ ຜູ້ທີ່ໄດ້ເດີນທາງໄປຢ້ຽມຢາມ ປະເທດ ເກົາຫຼີເໜືອ ພ້ອມກັບກຸ່ມນັກທ່ອງທ່ຽວ ໄດ້ຖືກຈັບກຸມໃນ ເດືອນທີ່ຜ່ານມາ ກ່ອນລາວຈະຂຶ້ນເຮືອບິນອອກເດີນທາງອອກ ຈາກປະເທດໄປ. ລາວຖືກກ່າວຫາວ່າມີການປະພຶດທີ່ມຸ່ງຮ້າຍຕໍ່ປະເທດ, ດ້ວຍການຊ່ວຍເຫຼືອ ຂອງ ສະຫະລັດ.

ທ້າວ Warmbier ໄດ້ກ່າວຕໍ່ນັກຂ່າວວ່າລາວໄດ້ຍ້າຍຄຳຂວັນການເມືອງ ໄປຈາກເຂດພະນັກ ງານຂອງໂຮງແຮມເຊິ່ງເປັນບ່ອນທີ່ກຸ່ມດັ່ງກ່າວໄດ້ ໄປພັກຢູ່ອາໄສ ເພື່ອນຳໄປໃຫ້ສະມາຊິກ ຂອງໂບດຂອງລາວໄດ້ເຫັນ ຄຳຂວັນດັ່ງກ່າວໃນບ່ອນສະແດງວ່າໃຫ້ເປັນຕາງຖ້ວຍ“ລາງ ວັນ.” ລາວກ່າວວ່າ ສະມາຊິກ ຂອງໂບດໄດ້ສະເໜີຂາຍລົດມືສອງໃຫ້ລາວລາຄາ 10,000 ໂດລາ. ຖ້າຫາກລາວຖືກຈັບ ແລະ ບໍ່ສາມາດກັບຄືນສູ່ປະເທດໄດ້, ສະມາຊິກຂອງໂບດໄດ້ ກ່າວວ່າ ແມ່ຂອງທ້າວ Warmbier ຈະໄດ້ຮັບເງິນ 200,000 ໂດລາ.

Nokor Detained American
please wait

No media source currently available

0:00 0:01:44 0:00

XS
SM
MD
LG