ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີລາຍລະອຽດຕ່າງໆ ປາກົດອອກມາ ກ່ຽວກັບ ຜູ້ຊາຍ ເກົາຫຼີເໜືອ ທີ່ໂຕນໜີອອກຈາກປະເທດ ຊຶ່ງເປັນປະເດັນ ໃນຂໍ້ກ່າວອ້າງຂອງ ເກົາຫຼີເໜືອ ເລື້ອງ COVID-19


ພວກນັກສຶກສາເກົາຫຼີເໜືອ ເຕົ້າໂຮມຊຸມນຸມເພື່ອປະນາມ ເກົາຫຼີໃຕ້ ຫຼັງຈາກທີ່ພວກຜູ້ໂຕນໜີຊາວເກົາຫຼີເໜືອ ແລະນັກເຄື່ອນໄຫວອື່ນໆ ໃນເກົາຫຼີໃຕ້ ໄດ້ປ່ອຍໃບປິວຕໍ່ຕ້ານພຽງຢາງຂ້າມຊາຍແດນ, ຢູ່ທີ່ສວນເຍົາວະຊົນພຽງຢາງ ທີ່ເປັນໂຮງມະຫໍລະສົບກາງແຈ້ງ ຢູ່ໃນພຽງຢາງ, ວັນທີ 6 ມິຖຸນາ 2020.
ພວກນັກສຶກສາເກົາຫຼີເໜືອ ເຕົ້າໂຮມຊຸມນຸມເພື່ອປະນາມ ເກົາຫຼີໃຕ້ ຫຼັງຈາກທີ່ພວກຜູ້ໂຕນໜີຊາວເກົາຫຼີເໜືອ ແລະນັກເຄື່ອນໄຫວອື່ນໆ ໃນເກົາຫຼີໃຕ້ ໄດ້ປ່ອຍໃບປິວຕໍ່ຕ້ານພຽງຢາງຂ້າມຊາຍແດນ, ຢູ່ທີ່ສວນເຍົາວະຊົນພຽງຢາງ ທີ່ເປັນໂຮງມະຫໍລະສົບກາງແຈ້ງ ຢູ່ໃນພຽງຢາງ, ວັນທີ 6 ມິຖຸນາ 2020.

ເກົາຫຼີໃຕ້ ໄດ້ຍອມຮັບວ່າ ຊາວເກົາຫຼີເໜືອທີ່ໂຕນໜີເຂົ້າມາ ຜູ້ທີ່ໄດ້ຖືກກ່າວຫາວ່າ ທຳການຂົ່ມຂືນຢູ່ໃນເກົາຫຼີໃຕ້ນັ້ນ ອາດໄດ້ເລັດລອດກພວກທະຫານຢາມເຂດຊາຍແດນຂອງເກົາຫຼີໃຕ້ ກ່ອນທີ່ຜູ້ກ່ຽວປາກົດວ່າ ລອຍນ້ຳກັບຄືນເຂົ້າໄປໃນບ້ານເກີດຂອງລາວ.

ໃນກອງປະຊຸມຖະແຫລງຂ່າວ ວັນຈັນມື້ນີ້ ບັນດາເຈົ້າໜ້າທີ່ຂອງກອງທັບເກົາຫຼີໃຕ້ ໄດ້ກ່າວວ່າ ພວກເພິ່ນໄດ້ພົບເຫັນຖົງເຄື່ອງຂອງຊາຍດັ່ງກ່າວ ຢູ່ໃກ້ກັບຮ່ອງນ້ຳ ໂດຍປາກົດວ່າລາວໄດ້ໃຊ້ມັນເພື່ອລອດໜາມໝາກຈັບຢູ່ທີ່ເກາະກາງວາທາງພາກຕະເວັນອອກສຽງເໜືອ ຊຶ່ງເປັນເຂດທີ່ແບ່ງແຍກຈາກເກົາຫຼີເໜືອ ດ້ວຍແມ່ນນ້ຳຮານ.

ຊາຍດັ່ງກ່າວອາຍຸ 24 ປີ ຜູ້ທີ່ໄດ້ຫລົບໜີມາຈາກເກົາຫຼີເໜືອ ໃນປີ 2017 ເມື່ອບໍ່ດົນມານີ້ ໄດ້ຖືກກ່າວຫາວ່າ ກະທຳການຂົ່ມຂືນຜູ້ໂຕນໜີອີກຄົນນຶ່ງ ແລະເປັນສາເຫດທີ່ທາງການອອກໝາຍຈັບຜູ້ກ່ຽວໃນ ເກົາຫຼີໃຕ້ ອີງຕາມລາຍງານຂອງສື່ມວນຊົນເກົາຫຼີໃຕ້. ຜູ້ກ່ຽວຍັງໄດ້ຖືກປົດອອກຈາກວຽກເມື່ອບໍ່ດົນມານີ້ ຕາມທີ່ລາຍງານໄດ້ກ່າວໄປ.

ແຕ່ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງເກົາຫຼີໃຕ້ ໄດ້ກ່າວວ່າ ຜູ້ໂຕນໜີກັບຄືນໄປນັ້ນ ບໍ່ໄດ້ຖືກລົງທະບຽນເປັນຜູ້ປ່ວຍຕິດໂຄວິດ-19 ຫຼືເປັນບຸກຄົນ ຜູ້ທີ່ໄດ້ສຳພັດກັບບຸກຄົນຜູ້ອື່ນໃດ ທີ່ຕິດພະຍາດໂຄວິດ-19.

ອັນເປັນບ່ອນທຳລາຍໃນການກ່າວຫາຂອງເກົາຫຼີເໜືອ ທີ່ວ່າຊາຍຜູ້ນີ້ ອາດໄດ້ນຳເອົາໄວຣັສໂຄ ໂຣນາ ເຂົ້າມາໃນປະເທດຄອມມູນິສ.

ຊຶ່ງປາກົດວ່າ ເປັນການກ່າວອ້າງເຖິງບຸກຄົນດຽວກັນ ທີ່ສື່ມວນຊົນຂອງທາງການເກົາຫຼີເໜືອ ໄດ້ກ່າວໄປເມື່ອວັນອາທິດວານນີ້ ວ່າ “ຜູ້ຫລົບໜີ” ຄົນນີ້ໄດ້ຖືກສົງໄສວ່າ ເປັນຜູ້ນຳເອົາໄວຣັສໂຄໂຣນາ ກັບຄືນເຂົ້າມາໃນເກົາຫຼີເໜືອ ໃນວັນທີ 19 ກໍລະກົດ “ຫຼັງຈາກທີ່ໄດ້ຂ້າມເສັ້ນເຂດແບ່ງແຍກຢ່າງຜິດກົດໝາຍ” ລະຫວ່າງທັງສອງເກົາຫຼີນັ້ນ.

ມັນເປັນຄັ້ງທຳອິດ ທີ່ເກົາຫຼີເໜືອ ໄດ້ຍອມຮັບເຖິງການທີ່ເປັນໄປໄດ້ວ່າ ຕົນມີກໍລະນີຕິດເຊື້ອໄວຣັສໂຄໂຣນາ. ເກົາຫຼີເໜືອ ໄດ້ປະກາດພາວະສຸກເສີນ ແລະໄດ້ວາງມາດຕະການປິດເຂດອ້ອມ ຮອບເມືອງເຄສົງ ຊຶ່ງເປັນເມືອງຕິດກັບເຂດຊາຍແດນ ບ່ອນທີ່ຜູ້ໂຕນໜີກັບຄືນປະເທດນັ້ນ ໄດ້ຖືກພົບເຫັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG