ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ທຳ​ລາຍ​ເຂື່ອນ ຢູ​ເຄ​ຣນ ກໍ່​ໃຫ້​ເກີດ​ໄພ​ຂົ່ມ​ຂູ່ຕໍ່​ລະ​ເບີດ​ຝັງ​ດິນ, ອີງ​ຕາມ​ອົງ​ການ​ກາ​ແດງ


ພື້ນ​ທີ່​ສ່ວນ​ນຶ່ງ​ຂອງ​ເມືອງ ເຄີ​ສັນ ຖືກ​ນ້ຳ​ຖ້ວມ ລຸນຫຼັງ​ການ​ທຳ​ລາຍ​ເຂື່ອນ​ໄຟ​ຟ້າ ຄາ​ຄອ​ຟ​ກາ, 6 ມິ​ຖຸ​ນາ 2023.
ພື້ນ​ທີ່​ສ່ວນ​ນຶ່ງ​ຂອງ​ເມືອງ ເຄີ​ສັນ ຖືກ​ນ້ຳ​ຖ້ວມ ລຸນຫຼັງ​ການ​ທຳ​ລາຍ​ເຂື່ອນ​ໄຟ​ຟ້າ ຄາ​ຄອ​ຟ​ກາ, 6 ມິ​ຖຸ​ນາ 2023.

ການ​ທຳ​ລາຍ​ເຂື່ອນ ຄາ​ຄອ​ຟ​ກາ ໃນ ຢູ​ເຄ​ຣນ ຈະ​ມີ​ຜົນ​ສະ​ທ້ອນ​ຄັ້ງ​ຫາ​ຍະ​ນະ​ໃນ​ການ​ຊອກ​ຫາ​ລະ​ເບີດ​ຝັງ​ດິນ​ໃນ​ພາກ​ພື້ນ​ທີ່​ຖືກ​ກະ​ທົບ, ອົງ​ການ​ກາ​ແດງ​ໄດ້​ເຕືອນ​ໃນ​ວັນ​ພຸດ​ວານນີ້.

ທ່ານ ເອ​ຣິກ ທອ​ລ​ເລ​ຟ​ເຊັນ, ຫົວ​ໜ້າ​ໜ່ວຍ​ອາ​ວຸ​ດ​ທີ່​ຍັງ​ຕົກ​ຄ້າງ​ຢູ່​ຄະ​ນະ​ກຳ​ມະ​ການ​ສາ​ກົນ​ກາ​ແດງ ຫຼື ICRC ໄດ້​ກ່າວ​ວ່າ “ພວກ​ເຮົາ​ເຄີຍ​ຮູ້​ວ່າ​ອັນ​ຕະ​ລາຍ​ແມ່ນ​ຢູ່​ໃສ. ແຕ່ຕອນນີ້​ພວກ​ເຮົາ​ບໍ່​ຮູ້. ທຸກ​ຢ່າງ​ທີ່​ເຮົາ​ຮູ້​ກໍ​ແມ່ນ​ວ່າ​ມັນ​ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງໃນລຸ່ມ​ແມ່​ນ້ຳ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ນີ້​ແມ່ນ​ບັນ​ຫາ​ທີ່​ສຳ​ຄັນ​ເພາະ​ວ່າ​ມັນ​ຈະ​ບໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ກອນ​ເທົ່າ​ນັ້ນ, ແຕ່​ຈະ​ກະ​ທົບ​ຕໍ່​ທຸກ​ຄົນ​ຜູ້​ທີ່​ເຂົ້າ​ມາ​ຊ່ວຍ​ດ້ວຍ.”

ທ່ານ ທອ​ລ​ເລັ​ຟ​ເຊັນ ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ອົງ​ການ ICRC ໄດ້​ນຳ​ສະ​ເໜີ​ໂດ​ຣນ​ລຸ້ນ​ໃໝ່​ທີ່​ໃຊ້​ປັນ​ຍາ​ປະ​ດິດ​ເພື່ອ​ຊອກ​ຫາ​ລະ​ເບີດ​ຝັງ​ດິນ ແລະ ສິ່ງ​ເສດ​ເຫຼືອ​ອື່ນໆ​ຂອງ​ລະ​ເບີດ​ຈາກ​ອາຍ​ຮ້ອນ​ທີ່​ມັນ​ປ່ອຍ​ອອກ​ມາ.

ມັນ​ອາດ​ຖືກ​ໃຊ້​ໃນ ຢູ​ເຄ​ຣນ ມື້​ໃດ​ມື້​ນຶ່ງ.

ອົງ​ການ ICRC ໄດ້​ໃຊ້​ເວ​ລາຫຼາຍ​ເດືອນ​ເພື່ອ​ຊ່ວຍ​ເຫຼືອ​ໃນ​ປະ​ຕິ​ບັດ​ການ​ເກັບ​ກູ້​ລະ​ເບີດ​ຝັງ​ດິນ​ໃນ ຢູ​ເຄ​ຣນ, ເຮັດ​ແຜນ​ທີ່ ແລະ ໝາຍ​ບໍ​ລິ​ເວນ​ທີ່​ມີ​ລະ​ເບີດ ແລະ ສະ​ໜອງ​ການ​ຝຶກ​ຊ້ອມ ແລະ ອຸ​ປະ​ກອນ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ທອ​ລ​ເລັ​ຟ​ເຊັນ.

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ຕອນນີ້​ທຸກ​ຢ່າງ​ນັ້ນ​ແມ່ນ​ຖືກ​ພັດ​ອອກ​ໄປ​ໝົດ.”

ທ່ານ​ໄດ້​ກ່າວ​ວ່າ “ລະ​ເບີດ​ຕໍ່​ຕ້ານ​ທະ​ຫານ​ ແລະ ຕໍ່​ຕ້ານ​ລົດ​ຖັງ ​ເຊັ່ນ​ລະ​ເບີດ TM-57 ຕອນນີ້​ຖືກ​ພັດ​ໄປ​ບ່ອນ​ທີ່ບໍ່​ມີ​ໃຜ​ຮູ້.

ເຂື່ອນ ຄາ​ຄອ​ຟ​ກາ ຂອງ​ຢູ​ເຄ​ຣນ ໃນ​ເຂດ​ແດນ​ທີ່​ຖືກ ຣັດ​ເຊຍ ຍຶດ​ຄອງ​ໄດ້​ຖືກ​ທຳ​ລາຍ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ເຮັດ​ໃຫ້​ນ້ຳ​ຖ້ວມຫຼາຍ​ໝູ່​ບ້ານ ແລະ ຫຼາຍ​ພາກ​ສ່ວນ​ຂອງ​ເມືອງ​ທີ່​ຢູ່​ໃກ້​ຄຽງ ແລະ ກໍ່ໃຫ້​ເກີດ​ຄວາມ​ຢ້ານ​ກົວ ກ່ຽວ​ກັບ ໄພ​ພິ​ບັດ​ດ້ານ​ມະ​ນຸດ​ສະ​ທຳ.

ອົງ​ການ ICRC ໄດ້​ກ່າວ​ຢ້ຳ​ວ່າ​ນ້ຳ​ທີ່​ຖ້ວມ​ຈະ​ບໍ່​ສ້າງ​ຄວາມ​ເສຍ​ຫາຍ ຫຼື ປົດ​ຂະ​ນວນ​ອຸ​ປະ​ກອນ​ລະ​ເບີດ​ທີ່​ວ່າ​ນັ້ນ, ເຊິ່ງ​ໝາຍ​ຄວາມ​ວ່າ​ມັນ​ອາດ​ກໍ່​ໃຫ້​ເກີ​ດ​ໄພ​ຂົ່​ມ​ຂູ່​ໃນ​ອີກ​ຫຼາຍ​ທົດ​ສະ​ວັດ​ຂ້າງ​ໜ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG