ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ເສຍ​ຫາຍ​ ຈາກ​ພາ​ຍຸ ເຮີ​ຣິ​ເຄນ ເຮັດ​ໃຫ້​ປະ​ຊາ​ຊົນ ຕ້ອງໄດ້​ອອກ​ມາ​ເຮັດ​ວຽກ


ທ້າວ ຈອນ​ນີ ກັອນ​ຊາ​ເລ​ສ ຕັດ​ຕົ້ນ​ໄມ້​ທີ່​ຫັກຍ້ອນ​ພາ​ຍຸ​ເຮີ​ຣິ​ເຄນ ໄມ​ເຄິ​ລ ໃນ​ເມືອງ ປາ​ນາ​ມາ ຊີ​ຕີ້, ລັດ ຟ​ລໍ​ຣິ​ດາ.
ທ້າວ ຈອນ​ນີ ກັອນ​ຊາ​ເລ​ສ ຕັດ​ຕົ້ນ​ໄມ້​ທີ່​ຫັກຍ້ອນ​ພາ​ຍຸ​ເຮີ​ຣິ​ເຄນ ໄມ​ເຄິ​ລ ໃນ​ເມືອງ ປາ​ນາ​ມາ ຊີ​ຕີ້, ລັດ ຟ​ລໍ​ຣິ​ດາ.

ຜູ້​ອາ​ໄສ​ຢູ່​ໃນ​ເມືອງ ປາ​ນາ​ມາ ຊີ​ຕີ ທ້າວ ຈອນ​ນີ ກັອນ​ຊາ​ເລ​ສ ພ້ອ​ມ​ກັບ​ເລື່ອຍ​ທີ່​ລາວ​
ຈັບຢູ່ນັ້ນ, ລາວໄດ້ໃຊ້ມັນຕັດຕົ້ນໄມ້ທີ່ຫັກຫຼາຍຕົ້ນ ເພື່ອທີ່ຈະເປີດຖະໜົນ ແລະ ທາງ
ແລ່ນຂອງລົດ.

ພາ​ຍຸ​ເຮີ​ຣິ​ເຄນ ໄມ​ເຄິ​ລ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຍາວ​ເປັນ​ສາຍ, ເຮັດ​ໃຫ້​ຕົ້ນ​ໄມ້​ລົ້ມ
ແລະ ສາຍໄຟຟ້າຂາດ. ໃນເມືອງເຂດຊາຍຝັ່ງ ປານາມາ ຊີຕີ ທີ່ຕັ້ງຢູ່ໃກ້ກັບບ່ອນທີ່
ພາຍຸເຮີຣິເຄນໄດ້ພັດຂຶ້ນຝັ່ງນັ້ນ, ປະຊາຊົນບາງຄົນແມ່ນຍັງຕິດຄ້າງຢູ່ໃນເຮືອນຂອງ
ເຂົາເຈົ້າ, ເຊິ່ງຫຸ້ມລ້ອມໂດຍຕົ້ນໄມ້ທີ່ລົ້ມລົງ.

ທ້າວ ກັອນ​ຊາ​ເລ​ສ ຮູ້​ກ່ຽວ​ກັບ ຄວາມ​ຮູ້​ສຶກ​ທີ່ບໍ່​ມີ​ຄວາມ​ຫວັງ. ລາວ​ໄດ້​ໄປ​ໂບດ​ແຫ່ງ​ນຶ່ງ
ເພື່ອຫາບ່ອນລີ້ໄພຈາກພາຍຸ ເຮີຣິເຄນ ແລະ ຄິດວ່າມັນປອດໄພ, ຈົນກວ່າພາຍຸດັ່ງກ່າວ
ນັ້ນໄດ້ພັດເອົາຫຼັງຄາອອກໄປ. ລາວມີແຕ່ດີໃຈທີ່ລູກຂອງລາວປອດໄພ.

ທ້າວ ກັອນ​ຊາ​ເລ​ສ ໄດ້​ເວົ້າ​ວ່າ “ຍ້ອນ​ຄວາມ​ເມດ​ຕາ​ຂອງ​ພະ​ເຈົ້າ​ ຈັ່ງ​ໃດ​ຈັ່ງ​ນຶ່ງ ພວກ​
ເຮົາຈຶ່ງສາມາດໜີອອກຈາກບ່ອນນັ້ນໄດ້. ຂ້າພະເຈົ້າບໍ່ຮູ້ວ່າພວກເຮົາໂຊກດີໄດ້ແນວ
ໃດ ເຂົາເຈົ້າເວົ້າວ່າ ພວກເຮົາຖືກພາຍຸທໍເນໂດພັດເອົາ. ດ້ວຍລົມທີ່ພວກເຮົາບໍ່ສາມາດ
ບອກໄດ້ວ່າ ແມ່ນຫຍັງເລີຍນັ້ນ. ຂ້າພະເຈົ້າຈື່ໄດ້ວ່າ ໄດ້ຍິນສຽງພັດວີ່ໆ ຄືກັບລົດໄຟກຳ
ລັງຈະມາ ແລະ ຫຼັງຄາກໍໄດ້ດູດເອົາໂບດທີ່ພວກເຮົາຢູ່ນັ້ນຂຶ້ນໄປ.”

ລາວ​ໄດ້​ເດີນ​ທາງ​ກັບ​ບ້ານ​ພ້ອມ​ຄອບ​ຄົວ​ຢ່າງ​ປອດ​ໄພ, ແຕ່​ສະ​ພາບ​ນັ້ນ​ແມ່ນບໍ່​ດີເລີຍ.
ລາວໄດ້ໂທຫາຫົວໜ້າຂອງລາວ ທ່ານ ລີ ເນັດໂທລສ໌, ເພື່ອຂໍຄວາມ ຊ່ວຍເຫຼືອ, ທ່ານ
ເນັດໂທລສ, ແມ່ນຜູ້ບໍລິຫານຊຸມຊົນບ້ານພັກຕາອາກາດ ຕັ້ງຢູ່ປະມານ 80 ໄມຫ່າງ
ອອກໄປ, ໄດ້ຍິນຂໍ້ຄວາມສຽງຂອງທ້າວ ກັອນຊາເລສ.

ທ່ານ ເນັດ​ໂທ​ລ​ສ໌ ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ລາວ. ເປັນ​ຂໍ້​ຄວາ​ມ​ສຽງ​
ເທົ່ານັ້ນ. ທັງໝົດທີ່ເຮົາໄດ້ຍິນນັ້ນແມ່ນ ພວກເຮົາຕິດຄ້າງຢູ່ ແລະ ພວກເຮົາຕ້ອງການ
ນ້ຳ. ຊ່ອຍແດ່! ນາງ ອາແມນດາ ໄດ້ເວົ້າວ່າ ຂ້ອຍຈະໄປຊ່ອຍລາວ ແລະ ຂ້າພະເຈົ້າກໍ
ໄດ້ເວົ້າວ່າ ໂອເຄ, ຂ້ອຍຈະໄປກັບເຈົ້າ. ແລະ ພວກເຮົາກໍໄດ້ເຫັນລາວ, ເມຍຂອງລາວ
ກັບລູກຂອງລາວສອງຄົນ.”

ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ ເນັດ​ໂທ​ລ​ສ໌ ແມ່ນ​ທ່ານ​ນາງ ອາ​ແມນ​ດາ ໄມ​ລ​ສ໌, ຜູ້​ອຳ​ນວຍ​
ການ ການຮັກສາຄວາມປອດໄພ ຢູ່ບ້ານພັກຕາກອາກາດແຄມທະເລ. ທ້າວ ກອນຊາ
ເລສ ແມ່ນຜູ້ຊ່ວຍອຳນວຍການ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Hurricane's Chaos, Destruction Prompts Residents to Take Action
please wait

No media source currently available

0:00 0:02:17 0:00

XS
SM
MD
LG