ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ບໍ່ຫົວຊາ ນຳການເຕືອນ ບໍ່ໃຫ້ສົ່ງ ລູກສອນໄຟ


​ເກົາຫຼີ​ເໜືອ​ດຳ​ເນີນ​ກ່ຽວ​ກັບ​ການ​ຍິງ​ລູກສອນໄຟ​ໄລຍະ​ໄກ ທັງໆ​ທີ່​ນາໆ​
ຊາດ​ກ່າວ​ປະນາມ.
​ເກົາຫຼີ​ເໜືອ​ດຳ​ເນີນ​ກ່ຽວ​ກັບ​ການ​ຍິງ​ລູກສອນໄຟ​ໄລຍະ​ໄກ ທັງໆ​ທີ່​ນາໆ​ ຊາດ​ກ່າວ​ປະນາມ.
ເປັນ​ທີ່​ປາກົດ​ວ່າ ​ເກົາຫຼີ​ເໜືອ​ໄດ້​ດຳ​ເນີນ​ການ​ຕໍ່​ໄປ ກ່ຽວ​ກັບ​ການ
ກະກຽມ​ທີ່​ຈະ​ຍິງ​ລູກສອນໄຟ​ໄລຍະ​ໄກ ທັງໆ​ທີ່​ນາໆ​ຊາດ​ໄດ້​ກ່າວ
​ປະນາມ.

ສື່​ມວນ​ຊົນ​ຂອງເກົາຫຼີໃຕ້​ ໄດ້​ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ລັດຖະ
ບານ​ທີ່​ກ່າວ​ວ່າ ​ເກົາຫຼີ​ເໜືອ​ ພວມ​ທຳ​ການ​ກະກຽມ​ທ່ອນທີສອງ ​
ແລະ​ທ່ອນທີສາມ ຂອງ​ລູກສອນໄຟ ທີ່​ຖານ​ຍິງ​ຈະ​ຫຼວດ Tong-
chang-ri.

ພຽງ​ຢາ​ງກ່າວ​ວ່າ ຕົນ​ມີແຜນການ​ທີ່​ຈະ​ຍິງ​ຈະ​ຫຼວດຊຶ່ງ​ປະກອບ​ດ້ວຍ 3 ທ່ອນ​ໃນ​ລະຫວ່າງ​ ວັນ​ທີ 10 ຫາ​ວັນ​ທີ 22 ທັນວາ​ນີ້. ​ເກົາຫຼີ​ເໜືອ​ກ່າວ​ວ່າ ການ​ຍິງໃ​ນຄັ້ງນີ້ ​ແມ່ນ​ແນ​ໃສ່​ເພື່ອ​ສົ່ງ​ດາວ​ທຽມ​ຂຶ້ນສູ່ວົງ​ໂຄຈອນ.

ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ເກົາຫຼີ​ເໜືອ​ ແລະ​ປະ​ເທດ​ອື່ນໆ​ໃນ​ໂລກ​ໄດ້​ເຕືອນ​ກ່ຽວ​ກັບ​ການ​ຍິງ​ຈະ​ຫຼວດດັ່ງກ່າວ​ນີ້ ​ໂດຍ​ເວົ້າວ່າ ທີ່​ຈິງ​ແລ້ວ​ມັນ​ເປັນ ການ​ປິດບັງ​ການ​ທົດ​ລອງ​ລູກ​ສອນ​ໄຟ ທີ່​ຖືກ​ຫ້າມ ພາຍ​ໃຕ້​ການ​ລົງ​ໂທດ ຂອງ​ອົງການ​ສະຫະ​ປະຊາ​ຊາດ.

​ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ທ່ານ​ມີ​ຄວາມ​ວິຕົກ​ກັງວົນ​ເປັນ​ທີ່​ສຸດ ກ່ຽວ​ກັບ ການ​ຍິງ​ຈະ​ຫຼວດຂອ​ງ​ເກົາຫຼີ​ເໜືອ ​ໂດຍ​ເວົ້າວ່າ ມັນ​ອາດເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່ຂົງ​ເຂດ​ເພີ້ມທະວີ​ຂຶ້ນ. ທ່ານ Ban ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ​ພິຈາລະນາ ​ຄືນ​ໃໝ່​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ຕົນ ​ແລະ​ຍຸຕິ​ທຸກ​ການ​ເຄື່ອນ​ໄຫວ ກ່ຽວ​ກັບ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

ຈີນ ຊຶ່ງ​ເປັນ​ພັນທະ​ມິດ​ທີ່​ສຳຄັນ​ຂອງ​ເກົາຫຼີ​ເໜືອ​ໄດ້​ເພີ້ມຄວາມ​ກົດດັນ​ທາງ ດ້ານ​ການ​ທູດ​ຕໍ່​ເກົາ​ຫຼີ​ເໜືອ ​ໂດຍ​ທີ່​ທ່ານ Hong Lei ​ໂຄສົກ​ກະຊວງ​ການ ຕ່າງປະ​ເທດ​ຈີນ​ ເຕືອນ​ພຽງ​ຢາງ​ວ່າ ​ໃຫ້​ດຳ​ເນີນ​ການ​ດ້ວຍ​ຄວາມ​ຮອບ​ຄອບ ​ແລະ​ຢ່າ​ໄດ້​ເອົາ​ບາດກ້າວ​ເພື່ອ​ເຮັດ​ໃຫ້​ສະຖານະ​ການ​ຮ້າຍແຮງ​ຂຶ້ນ.
XS
SM
MD
LG