ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີ​ຈິບ ກັບ ເອ​ທິ​ໂອ​ເປຍ ​ຍັງ​​ຕົກ​ລົງ​ກັນ​ບໍ່​ໄດ້ ກ່ຽວ​ກັບ ເຂື່ອນ​ແມ່​ນ້ຳ ໄນ​ລ໌


ເຂື່ອນ Grand Renaissance ຂອງ ເອ​ທິ​ໂອ​ເປຍ ກຳ​ລັງ​ຢູ່​ພາຍ​ໃຕ້​ການ​ກໍ່​ສ້າງ​ຢູ່​ແມ່​ນ້ຳ ໄນ​ລ໌, ເອ​ທິ​ໂອ​ເປຍ, 26 ກັນ​ຍາ, 2019.
ເຂື່ອນ Grand Renaissance ຂອງ ເອ​ທິ​ໂອ​ເປຍ ກຳ​ລັງ​ຢູ່​ພາຍ​ໃຕ້​ການ​ກໍ່​ສ້າງ​ຢູ່​ແມ່​ນ້ຳ ໄນ​ລ໌, ເອ​ທິ​ໂອ​ເປຍ, 26 ກັນ​ຍາ, 2019.

ປະ​ເທດ ອີ​ຈິບ ແລະ ເອ​ທິ​ໂອ​ເປຍ ຍັງ​ມີ​ບັນ​ຫາ​ຄ້າງ​ຄາ​ກັນ ກ່ຽວ​ກັບ ເຂື່ອນ​ແມ່​ນ້ຳ ໄນ​ລ໌ ເຖິງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຮຽກ​ຮ້ອງໃຫ້​ແຕ່​ລະ​ຝ່າຍ “ບັນ​ລຸ​ຂໍ້​ຕົກ​ລົງ​ທີ່​ເປັນ​ຜົນ​ປະ​ໂຫຍດ​ຕໍ່​ກັນ” ກໍ​ຕາມ.

ການ​ເຈ​ລະ​ຈາ​ຮອບຫຼ້າ​ສຸດ​ທີ່​ຈັດ​ໂດຍ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ໄດ້​ມີ​ຄວາມ​ກ້າວ​ໜ້າ ແຕ່ບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ ກ່ຽວ​ກັບ ການ​ຕື່ມອ່າງ​ເກັບ​ນ້ຳ ແລະ ປະ​ຕິ​ບັດ​ການ​ເຂື່ອນ Grand Ethiopia Reconnaissance ພາຍໃນ​ຂີດ​ເສັ້ນ​ຕາຍວັນ​ທີ 15 ມັງ​ກອນວານນີ້ ທີ່​ຝ່າຍ​ຕ່າງໆ​ໄດ້​ຕົກ​ລົງ​ກັນ​ໃນ​ເດືອນ​ພະ​ຈິກ ປີ 2019.

ປະ​ເທດ ອີ​ຈິບ, ເອ​ທິ​ໂອ​ເປຍ ແລະ ຊູ​ດານ ແມ່ນ​ມີ​ແຜນ​ທີ່​ຈະ​ເປີດກອງ​ປະ​ຊຸມ​ໃໝ່​ທີ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໃນ​ວັນ​ທີ 28 ຫາ 29 ມັງ​ກອນ ເພື່ອ​ສະ​ຫຼຸບ​ຂໍ້​ຕົກ​ລົງ.

ຖະ​ແຫຼງ​ການ​ຮ່ວມ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ໄດ້​ກ່າວ​ຢ້ຳ​ເຖິງ “ຄວາມ​ກ້າວ​ໜ້າ​ທີ່ໄດ້​ປະ​ສົບ​ຜົນ​ສຳ​ເລັດ” ແລະ ຂໍ້​ຜູກ​ມັດ​ຮ່ວມ​ກັນ​ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ, ມີ​ການ​ຮ່ວມ​ມື, ດັດ​ແປງ​ໄດ້, ຍືນ​ຍົງ ແລະ ເປັນ​ຜົນ​ປະ​ໂຫຍດ​ຕໍ່​ກັນ ກ່ຽວ​ກັບ ອ່າງ​ເກັບ​ນ້ຳ ແລະ ປະ​ຕິ​ບັດ​ການ​ເຂື່ອນ Grand Ethiopia Reconnaissance.

ເອ​ທິ​ໂອ​ເປຍ ກັບ ອີ​ຈິບ ໄດ້​ເຈ​ລະ​ຈາ​ກັນ​ເປັນ​ເວ​ລາຫຼາຍ​ປີ, ແຕ່ມີ​ອຸ​ປະ​ສັກ​ຢ່າງ​ນຶ່ງທີ່​ຍັງ​ຄ້າງ​ຄາຢູ່​ເຊິ່ງ ເອ​ທິ​ໂອ​ເປຍ ຈະ​ດູດ​ເອົາ​ນ້ຳ​ຈາກ​ແມ່​ນ້ຳ ໄນ​ລ໌ ໄປ​ຕື່ມ​ໃສ່​ອ່າງ​ຂອງ​ເຂື່ອນ​ນັ້ນ. ລັດ​ຖະ​ບານ ໄຄ​ໂຣ ຢ້ານ​ວ່າ ແຜນ​ການ​ທີ່​ຈະ​ຕື່ມ​ອ່າງ​ນ້ຳ​ຢ່າງວ່ອງ​ໄວ​ຂອງ ເອ​ທິ​ໂອ​ເປຍ ອາດ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ແຫຼ່ງ​ຊັບ​ພະ​ຍາ​ກອນ​ນ້ຳ​ຈືດ​ຂອງ ອີ​ຈິບ.

ຝ່າຍ​ຕ່າງໆ​ໄດ້​ຕົກ​ລົງ​ກັນ​ວ່າ ການ​ຕື່ມ​ນ້ຳ​ໃສ່​ເຂື່ອນ​ຈະ “ຖືກ​ດຳ​ເນີນ​ການ​ເປັນ​ແຕ່​ລະ​ຂັ້ນ​ຕອນ” ໃນ​ລະ​ຫວ່າງ​ລະ​ດູ​ຝົນ, ເປັນ​ວິ​ທີ​ການ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ພິ​ຈາ​ລະ​ນາ “ຄວາມ​ເປັນ​ໄປ​ໄດ້​ຂອງ​ຜົນ​ກະ​ທົບ ໃນ​ການ​ຕື່ມ​ອ່າງເກັບນ້ຳ​ຢູ່ປາຍກະ​ແສ​ນ້ຳ​ນັ້ນ, ອີງ​ຕາມ​ຖະ​ແຫຼງການ.

ແຕ່​ລະ​ຝ່າຍ​ໄດ້​ຕົກ​ລົງ​ກັນ​ໃນ​ເບື້ອງ​ຕົ້ນ ​ຕໍ່ການ​ຕື່ມ​ນ້ຳ ​ໄລ​ຍະ​ທຳ​ອິດ​ຂອງ​ເຂື່ອນ, ເຊິ່ງ​ມັນ​ຈະ​ໃຫ້​ຄວາມ​ສຳ​ເລັດ​ຢ່າງວ່ອງ​ໄວ​ໃນ​ລະ​ດັບ 595 ແມັດ​ເໜືອ​ລະ​ດັບ​ນ້ຳ​ທະ​ເລ ແລະ ການ​ຜະ​ລິດ​ໄຟ​ຟ້າ​ກ່ອນ​ກຳ​ນົດ, ໃນ​ຂະ​ນະ​ດຽວ​ກັນ ​ມັນຈະ​ສະ​ໜອງ​ມາດ​ຕະ​ການ​ບັນ​ເທົາ​ທຸກ​ທີ່​ເໝາະ​ສົມ​ສຳ​ລັບ ອີ​ຈິບ ແລະ ຊູ​ດານ ໃນ​ກໍ​ລະ​ນີ​ເກີດ​ໄພ​ແຫ້ງ​ແລ້ງ​ຢ່າງ​ຮຸນ​ແຮງ ​ໃນ​ລະ​ຫວ່າງ​ໄລ​ຍະ​ການ​ຕື່ມ​ນ້ຳນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG