ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງຕ່າງປະເທດ ສະຫະລັດ ຈະຮັກສາ ສົນທິສັນຍາ ສະພາບອາກາດປ່ຽນແປງ ໄວ້ຄືເກົ່າ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຖືກຕ້ອນຮັບໂດຍ ທ່ານ Shehab Al-Fahim ຈາກກະຊວງການຕ່າງປະເທດ ໃນເວລາເດີນທາງຮອດ ນະຄອນ Abu Dhabi, ສະຫະລັດ ອາຣັບ ເອມີເຣສ. 15 ພະຈິກ, 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ຖືກຕ້ອນຮັບໂດຍ ທ່ານ Shehab Al-Fahim ຈາກກະຊວງການຕ່າງປະເທດ ໃນເວລາເດີນທາງຮອດ ນະຄອນ Abu Dhabi, ສະຫະລັດ ອາຣັບ ເອມີເຣສ. 15 ພະຈິກ, 2016.

ການເລືອກຕັ້ງຂອງນັກທຸລະກິດສັງກັດພັກຣີພັບບລີກັນ ທ່ານ Donald Trump ເປັນປະ ທານາທິບໍດີ ສະຫະລັດ ຄົນຕໍ່ໄປ ພວມ​ເປັນ​ເງົາ​ບົດ​ບັງກອງປະຊຸມຂອງສົນທິສັນຍາ ອົງ ການສະຫະປະຊາຊາດ ກ່ຽວກັບ ສະພາບອາກາດປ່ຽນແປງ ຫຼື COP22 ແລະ ກໍຍັງຈະ ບົດ​ບັງກອງປະ ຊຸມການຮ່ວມມືເສດຖະກິິດ ເອເຊຍ-ປາຊີຟິກ ໃນທ້າຍສັບປະດານີ້ນຳ​ດ້ວຍ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວ​ເຖິງຂໍ້ຕົກລົງ ປາຣີ ກ່ຽວກັບ ສະພາບອາກາດປ່ຽນແປງທີ່ປະທາ ນາທິບໍດີ ຖືກເລືອກຕັ້ງໃໝ່ທ່ານ Donald Trump ໄດ້ປະຕິຍານໃນລະຫວ່າງການໂຄສະນາຫາສຽງຂອງລາວ ທີ່ຈະທຳລາຍຂໍ້ຕົກ ລົງນີ້ວ່າ “ຂ້າພະເຈົ້າຮູ້ວ່າປະຊາຊົນ ອາເມຣິກັນ ໃຫ້ການສະໜັບສະໜູນຂໍ້ຕົກລົງນີ້ຢ່າງ ຖ້ວມລົ້ນ.” ທ່ານ Kerry ຈະກ່າວຄຳປາໄສທີ່ກອງປະຊຸມ COP22 ໃນປະເທດ ໂມຣົກໂກ ກ່ຽວກັບ ຄວາມສຳຄັນຂອງການບັນເທົາສະພາບອາກາດປ່ຽນແປງ​ໃນທົ່ວໂລກ.

ທ່ານ Kerry ໄດ້ກ່າວໃນລະຫວ່າງການສຳພາດສັ້ນ ຕໍ່ວີໂອເອ ແລະ ອົງການຂ່າວ Reuters ທີ່ສະໜາມບິນ Abu Dhabi ກ່ອນການເດີນທາງໄປນະຄອນ Marrakech ວ່າ “ປະທານາທິບໍດີທີ່ຖືກເລືອກ ໃໝ່ຕ້ອງໄດ້ທຳການຕັດສິນໃຈ. ສິ່ງທີ່ຂ້າພະເຈົ້າຈະເຮັດ ແມ່ນລົມກັບກອງ​ປະຊຸມ ກ່ຽວກັບຄວາມພະຍາຍາມຂອງພວກເຮົາ ແລະ ສິ່ງທີ່ພວກ ເຮົາໄດ້ຮ່ວມເຮັດແລ້ວ ແລະ ເປັນຫຍັງພວກເຮົາຈິ່ງຮ່ວມເຮັດ ແລະ ຄວາມໝາຍໝັ້ນ ອັນເລິກເຊິ່ງທີ່ປະຊາຊົນ ອາເມຣິກັນ ມີຕໍ່ຄວາມພະຍາຍາມນີ້.”

ທ່ານ Kerry ໃນສັບປະດານີ້ໄດ້ເດີນທາງໄປແຫຼມ ອາຣັບ ຫຼັງຈາກການໄປພັກຄ້າງໄລຍະ ສັ້ນໃນຂົ້ວໂລກໃຕ້ ເຊິ່ງມີຄວາມໝາຍທີ່ຈະເນັ້ນໃຫ້​ເຫັນ​ເຖິງຄວາມເປັນຫ່ວງຢ່າງເອົາຈິງ ເອົາຈັງ ກ່ຽວກັບ ສະພາບອາ ກາດປ່ຽນ ແປງຂອງລັດຖະບານທ່ານ ໂອບາມາ.

ກອງປະຊຸມ COP22 ມີຈຸດປະສົງທີ່ຈະເປັນການສະເຫຼີມສະຫຼອງ, ລວມທັງສຳລັບທ່ານ Kerry ແລະ ການປຶກສາຫາລື ກ່ຽວກັບ ການປະຕິບັດການຫຼັງຈາກການສະຫຼຸບຂອງການ ເຈລະຈາໃນກອງປະຊຸມຕ່າງໆກ່ອນໜ້ານີ້.

ສິ່ງທີ່ທ່ານ Kerry ກ່າວໃນນະຄອນ Marrakech ຕອນນີ້ຈະຖືກວິ ເຄາະຢ່າງລະມັດລະ ວັງກວ່າທີ່ມັນຈະເປັນ ຖ້າທ່ານນາງ Hillary Clinton ຜູ້ທີ່ມີຄວາມຄິດຄ້າຍຄືກັນກັບທ່ານ, ໄດ້ຊະນະການເລືອກຕັ້ງປະທານາທິບໍດີ.

ມັນມີຄວາມຄາດຫວັງວ່າ ປະທານາທິບໍທີຄົນໃໝ່ ຈະຫັນປ່ຽນ​ທ່າ​ທີຂອງລັດຖະບານ ສະ ຫະລັດ ຕໍ່ຄວາມບໍ່ເຊື່ອກ່ຽວກັບສະພາບອາກາດປ່ຽນແປງ, ເຊິ່ງຈະຄັດຄ້ານກັບບັນດາປະ ເທດທີ່ສຳຄັນອື່ນໆ ແລະ ເປັນອັນຕະລາຍຕໍ່ສົນທິສັນຍາທົ່ວໂລກ ທີ່ຫາກໍມີຜົນບັງຄັບໃຊ້ ໃນວັນ ທີ 4 ເດືອນພະຈິກທີ່ຜ່ານມານີ້.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG