ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການເຈລະຈາ ສັນຕິພາບ ສຳລັບ ສົງຄາມໃນ ເຢເມນ ມີກຳນົດ ສິ້ນສຸດລົງ ໃນວັນ ອາທິດມື້ນີ້


ນັກຮົບ Shi'ite ຫ້ອງຄຳຂັວນໃນຂະນະທີ່ພວກເຂົາກຳລັງຂີ່
ລົດກະບະລາດຕະເວນ ໃນລະຫວ່າງການເຕົ້າໂຮມກັນ
ຂອງຊົນເຜົ່າ ເພື່ອສະແດງການສະໜັບສະໜູນໃຫ້ກັບການ ເຄື່ອນໄຫວຂອງພວກຕໍ່ຕ້ານລັດຖະບານ Houthi ໃນເມືອງ Sana'a, ປະເທດ ເຢເມນ, 14 ທັນວາ, 2015..
ນັກຮົບ Shi'ite ຫ້ອງຄຳຂັວນໃນຂະນະທີ່ພວກເຂົາກຳລັງຂີ່ ລົດກະບະລາດຕະເວນ ໃນລະຫວ່າງການເຕົ້າໂຮມກັນ ຂອງຊົນເຜົ່າ ເພື່ອສະແດງການສະໜັບສະໜູນໃຫ້ກັບການ ເຄື່ອນໄຫວຂອງພວກຕໍ່ຕ້ານລັດຖະບານ Houthi ໃນເມືອງ Sana'a, ປະເທດ ເຢເມນ, 14 ທັນວາ, 2015..

ການເຈລະຈາສັນຕິພາບທີ່ນຳພາໂດຍອົງການ ສະຫະປະຊາຊາດ ສຳລັບ ເຢເມັນ ມີກຳນົດທີ່ຈະສິ້ນສຸດລົງໃນວັນອາທິດມື້ນີ້ຫຼັງຈາກ ການເຈລະ 6 ມື້ເຊິ່ງສະໜັບ ສະໜູນໂດຍການຢຸດຍິງທີ່ມັກຈະຖືກ ລະເມີດນັ້ນ.

ການເຈລະຈາກໃນນະຄອນ ເຈນີວາ ແມ່ນໄດ້ຖືກນຳພາໂດຍທູດ ອົງການ ສະຫະ ປະຊາຊາດທ່ານ Ismail Ould Cheikh Ahmed ເຊິ່ງເປັນຜູ້ໄດ້ສະແດງຄວາມ ເປັນຫ່ວງຢ່າງຍິ່ງກ່ຽວກັບ ການຕໍ່ສູ້ທີ່ ກຳລັງດຳເນີນຢູ່ ລະຫວ່າງ ກຳລັງສະໜັບ ສະໜູນລັດຖະບານ ແລະ ພວກ Houthi ຕໍ່ຕ້ານລັດຖະບານ.

ເຈົ້າໜ້າທີ່ຮັກສາຄວາມປອດໄພ ເຢເມັນ ໄດ້ກ່າວໃນວັນເສົາວານນີ້ວ່າ ມີປະຊາ ຊົນຢ່າງໜ້ອຍ 68 ຄົນຖືກຂ້າຕາຍໃນສອງສາມມື້ທີ່ຜ່ານມານີ້ ທີ່ແຂວງ Hajjah ໃກ້ໆກັບເຂດຊາຍແດນຂອງ ເຢເມນ ຕິດກັບ ຊາອູດີອາເຣເບຍ. ຜູ້ເສຍຊີວິດ ລວມມີພວກ Houthi 40 ຄົນ ແລະ ທະຫານ ລັດຖະບານຢ່າງໜ້ອຍ 28 ຄົນ, ພ້ອມກັບອີກຫຼາຍສິບຄົນໄດ້ ຮັບບາດເຈັບຈາກທັງສອງຝ່າຍ.

ທັງສອງຝ່າຍໄດ້ຕົກລົງກັນໃນວັນເສົາວານນີ້ເພື່ອແຕ່ງຕັ້ງຄະນະກຳມະການ ເພື່ອຄວບຄຸມ ການຢຸດຍິງທີ່ແຕກຫັກງ່າຍນັ້ນ.

ອີງຕາມອົງການ ສະຫະປະຊາຊາດ. ປະຊາຊົນຫຼາຍກວ່າ 5800 ຄົນໄດ້ຖືກຂ້າ ຕາຍນັບຕັ້ງ ແຕ່ປາຍປີກາຍເປັນຕົ້ນມາ.

XS
SM
MD
LG