ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງຈະມີການໂອ້ລົມ ການໃຫ້ຄວາມໝັ້ນໃຈ, ແຕ່ຜູ້ອົບພະຍົບຊາວມຽນມາ ຍັງຄົງຕິດຄ້າງ ແລະປະຢູ່​ໄທ

ແຟ້ມ-ຜູ້ອົບພະຍົບທີ່ໜີຈາກການສູ້ລົບຢູ່ໃນມຽນມາ, ກໍາລັງອາບນໍ້າ ຢູ່ໃນແມ່ນໍ້າທີ່ເປັນຂົງເຂດຊາຍແດນ ໄທ-ມຽນມາ, ໃນອໍາເພີແມ່ສອດ, ປະເທດໄທ, ວັນທີ 7 ມັງກອນ 2022.
ແຟ້ມ-ຜູ້ອົບພະຍົບທີ່ໜີຈາກການສູ້ລົບຢູ່ໃນມຽນມາ, ກໍາລັງອາບນໍ້າ ຢູ່ໃນແມ່ນໍ້າທີ່ເປັນຂົງເຂດຊາຍແດນ ໄທ-ມຽນມາ, ໃນອໍາເພີແມ່ສອດ, ປະເທດໄທ, ວັນທີ 7 ມັງກອນ 2022.

ສະຫະລັດກໍາລັງສົນທະນາກັບລັດຖະບານໄທ ເຊິ່ງເປັນພັນທະມິດທີ່ໃກ້ຊິດກ່ຽວກັບອົບພະຍົບຊາວມຽນມາ ທີ່ຍັງຕິດຄ້າງຢູ່ໃນປະເທດໄທ ເພື່ອເດີນທາງມາປະເທດສະຫະລັດ.

ໃນການໃຫ້ສໍາພາດກັບ VOA ໃນວັນພະຫັດທີ່ຜ່ານມາ, ທ່ານເດເຣັກ ຊອລເລັດທ໌ (Derek Chollet) ເຊິ່ງເປັນທີ່ປຶກສາຂອງກະຊວງການຕ່າງປະເທດກ່າວວ່າ “ເປັນເວລາຫຼາຍປີມາແລ້ວທີ່ປະເທດໄທ ເຊິ່ງເປັນພັນທະມິດທີ່ໃກ້ຊິດຂອງພວກເຮົາ ກ່ຽວກັບບັນຫາຕ່າງໆຂອງຜູ້ອົບພະຍົບ. ມັນເປັນບາງສິ່ງທີ່ພວກເຮົາຍັງຄົງສືບຕໍ່ສົນທະນາກັບພວກເຂົາເຈົ້າຢູ່ເລື້ອຍໆ. ໃນລະຫວ່າງການຢ້ຽມ ຢາມປະເທດໄທຊ່ວງປີທີ່ຜ່ານມາ, ມັນເປັນທີ່ສິ່ງສູງທີ່ສຸດຢູ່ໃນໃຈ”

ແຟ້ມ-ຜູ້ຍົກຍ້າຍຖິ່ນຖານຈາກປະເທດມຽນມາ ອາໄສຢູ່ໃນຕູບທີ່ສ້າງຂຶ້ນມາແບບຊົ່ວຄາວ ເຊິ່ງຕັ້ງຢູ່ແຄມແມ່ນໍ້າເມີຍຝັ່ງປະເທດໄທ ໃນອໍາເພີແມ່ສອດ, ປະເທດໄທ, ວັນທີ 7 ກຸມພາ 2022.
ແຟ້ມ-ຜູ້ຍົກຍ້າຍຖິ່ນຖານຈາກປະເທດມຽນມາ ອາໄສຢູ່ໃນຕູບທີ່ສ້າງຂຶ້ນມາແບບຊົ່ວຄາວ ເຊິ່ງຕັ້ງຢູ່ແຄມແມ່ນໍ້າເມີຍຝັ່ງປະເທດໄທ ໃນອໍາເພີແມ່ສອດ, ປະເທດໄທ, ວັນທີ 7 ກຸມພາ 2022.

ໃນລະຫວ່າງການເດີນທາງໄປປະເທດໄທ ແລະຂົງເຂດຊາຍແດນໃນປີ​ກາຍນີ້, ທ່ານກ່າວເພີ້ມເຕີມວ່າ “ມັນຍັງຄົງແມ່ນການໂອ້ລົມສົນທະນາ ທີ່ພວກເຮົາມີ, ແລະຂ້າພະເຈົ້າສາມາດເວົ້າໄດ້ວ່າ ພວກເຂົາເຈົ້າຄືພັນທະມິດ ທີ່ໃກ້ຊິດ ແລະ
ມີ​ຄວາມ​ສຳ​ຄັນທີ່ສຸດ ໃນບັນຫາດັ່ງກ່າວມານັ້ນ.”

ອີງຕາມລາຍງານ ຂອງອົງການຕ່າງໆ ທີ່ບໍ່ຂຶ້ນກັບລັດຖະບານ ເຊິ່ງໄດ້ມີສ່ວນຮ່ວມຢູ່ໃນກໍລະນີນີ້ເປີດເຜີຍວ່າ ມີຜູ້ອົບພະຍົບເກືອບ 500 ຄົນ ທີ່ໄດ້ຮັບການອະນຸມັດ ແລະກໍາລັງລໍຖ້າເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ, ແຕ່ຍັງຄົງຕິດຄ້າງຢູ່ທີ່ອໍາເພີແມ່ສອດ ເຊິ່ງເປັນເມືອງທີ່ຕັ້ງຢູ່ບໍລິເວນຊາຍແດນຂອງປະເທດໄທ ແລະມຽນມາ. ລັດຖະບານໄທ ບໍ່ອອກໃບອະນຸຍາດໃຫ້, ໂດຍຈະເປັນການອະນຸຍາດ ໃຫ້ຜູ້ອົບພະຍົບເຫຼົ່ານັ້ນ ເດີນທາງອອກຈາກປະເທດໄທຫຼາຍກວ່າ 1 ປີ. ຜູ້ອົບພະຍົບອີກຈໍານວນ 600 ຄົນຢູ່ບໍລິເວນອື່ນ ກໍໄດ້ຮັບການອະນຸມັດເພື່ອໄປຕັ້ງຖິ່ນຖານຢູ່ປະເທດທີສາມແລ້ວ ແຕ່ກໍຍັງບໍ່ໄດ້ຮັບການອະນຸຍາດ ໃຫ້ອອກຈາກປະເທດໄທເຊັ່ນດຽວກັນ.

ແຟ້ມ-ພາບດັ່ງກ່າວນີ້ ຖ່າຍເມື່ອວັນທີ 16 ທັນວາ 2021 ໂດຍມູນນິທິ ເມດຕາ ເຊິ່ງໄດ້ສະແດງໃຫ້ເຫັນປະຊາຊົນຈາກປະເທດມຽນມາ ລໍຖ້າດໍາເນີນການຕາມຂັ້ນຕອນ ຢູ່ໃກ້ໆບໍລິເວນຊາຍແດນ ໃນອໍາເພີແມ່ສອດ ຂອງປະເທດໄທ, ໃນຂະນະທີ່ບຸກຄະລາກອນທະຫານ ກໍາລັງເບິ່ງແຍງພວກເຂົາເຈົ້າຢູ່.

ທ່ານຟີລ ໂຣບິນຊັນ, ຮອງຜູ້ອໍານວຍການຝ່າຍເອເຊຍ ຂອງອົງການປົກປ້ອງສິດທິມະນຸດ Human Rights Watch ກ່າວໃນອີເມລ ທີ່ສົ່ງຫາ VOA ວ່າ “ປະເທດໄທ ຂັດຂວາງການເດີນທາງອອກນອກປະເທດ ຂອງອົບພະຍົບຊາວ ມຽນມາຈໍານວນຫຼາຍເປັນເວລາຫຼາຍປີໂດຍບໍ່ຈໍາເປັນ.” ທ່ານກ່າວຕື່ມວ່າ “ມັນເຖິງເວລາແລ້ວ ທີ່ການຂັດຂວາງດັ່ງກ່າວ ຈະຕ້ອງຍຸຕິລົງ.”

ນອກຈາກນີ້, ທ່ານຍັງໄດ້ຂໍໃຫ້ກົດດັນລັດຖະບານໄທໃນຫຼາຍໆດ້ານ, ເຊິ່ງທ່ານໄດ້ກ່າວວ່າ “ລັດຖະບານສະຫະລັດ ຕ້ອງກົດດັນຕໍ່ບາງກອກເພີ້ມຂຶ້ນອີກ ເພື່ອໃຫ້ພວກເຂົາອອກໃບອະນຸຍາດສໍາລັບຮັບຮອງໃຫ້ຜູ້ອົບພະຍົບຈາກປະເທດມຽນມາ, ເນື່ອງຈາກລັດຖະບານໄທ ບໍ່ຈິງຈັງໃນການດໍາເນີນງານດັ່ງກ່າວ ແລະຈະຍັງຄົງເສຍເວລາຕໍ່ໄປ ຖ້າໄດ້ຮັບອະນຸຍາດ ເພື່ອດໍາເນີນການດັ່ງກ່າວ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG