ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ເກົາຫຼີເໜືອ ດຳເນີນການບໍລິການຮ້ານອາຫານ ຫຼາຍກວ່າ 50 ຮ້ານ ໃນຈີນ ເຖິງແມ່ນວ່າ ຈະມີການລົງໂທດກໍຕາມ


ແຟ້ມພາບ - ສັນຍາລັກຂອງອົງການສະຫະປະຊາຊາດ ຢູ່ນອກຕຶກກອງເລຂາທິການໃຫຍ່ຂອງສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 28 ກຸມພາ 2022.
ແຟ້ມພາບ - ສັນຍາລັກຂອງອົງການສະຫະປະຊາຊາດ ຢູ່ນອກຕຶກກອງເລຂາທິການໃຫຍ່ຂອງສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 28 ກຸມພາ 2022.

​ເກົາຫຼີເໜືອ ​ໄດ້ເປີດ​ດຳ​ເນີນ​ການ​ບໍລິການ​ຮ້ານ​ອາຫານ ຫຼາຍກວ່າ 50 ຮ້ານ ​ທີ່ມີ​ພົນລະ​ເມືອງຂອງ​ຕົນ​ເຮັດວຽກຢູ່ທີ່ນັ້ນ ​ໃນເມືອງຕ່າງໆຂອງຈີນ ​ຫຼາຍ​ກວ່າ 10 ຕົວ​ເມືອງ​ ​ເຊິ່ງຖືເປັນການລະ​ເມີດ​ມາດຕະການ​ລົງ​ໂທດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ອີງ​ຕາມ​ແຫຼ່ງຂ່າວ​ທາງ​ການ​ທູດ.

ລະບອບການປົກຄອງ​ຂອງ​ເກົາຫຼີ​ເໜືອ ​ຕັດເອົາເງິນຄ່າຈ້າງ​ສ່ວນ​ຫຼາຍ​ທີ່​ຄົນ​ງານ​ຂອງ​ຕົນ​ໄດ້​ຮັບ​ຢູ່​ໃນຕ່າງປະ​ເທດ​ ເພື່ອ​ສະໜອງ​ທຶນ​ໃຫ້​ໂຄງການ​ນິວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

ແຫຼ່ງຂ່າວ ເຊິ່ງບໍ່ປະສົງອອກຊື່ ເນື່ອງຈາກບໍ່ໄດ້ຮັບອະນຸຍາດໃຫ້ເວົ້າກັບສື່ມວນຊົນ ໄດ້ບອກຊື່ຮ້ານອາຫານ ເປັນພາສາເກົາຫຼີ ແລະ ຈີນ ແລະ ທີ່ຢູ່ໃນຈີນ ໃຫ້ກັບ ວີໂອເອພະແນກພາສາເກົາຫຼີ.

​ຄະນະ​ຜູ້​ຊ່ຽວຊານ​ຂອງ​ສະຫະ​ປະຊາ​ຊາດ ທີ່​ຕິດຕາມ​ເບິ່ງ​ການ​ບັງຄັບ​ໃຊ້​ມາດ​ຕະການ​ລົງ​ໂທດ​ຕໍ່​ເກົາຫລີ​ເໜືອ ຄາດ​ວ່າ​ ຈະຮວບຮວມ​ລາຍ​ຊື່​ດັ່ງກ່າວໄວ້ໃນ​ລາຍ​ງານ ​ທີ່​ມີ​ກຳນົດຈະພິມອອກເຜີຍ​ແຜ່​ໃນອີກບໍ່ເທົ່າໃດ​ອາທິດ​ຂ້າງໜ້າ, ແຫຼ່ງຂ່າວ​ກ່າວ​.

ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດທັງໝົດ ​ບັງຄັບ​ໃຊ້​ມາດ​ຕະການ​ລົງ​ໂທດ​ຕໍ່​ເກົາຫລີ​ເໜືອ ​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ການ​ຄົ້ນ​ພົບ​ຂອງ​ວີ​ໂອ​ເອພະແຍກພາສາ​ເກົາຫລີນັ້ນ​.

ໂຄສົກຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ "ພາຍໃຕ້ມະຕິຂອງສະພາຄວາມໝັ້ນຄົງ ເລກທີ 2397, ທຸກໆປະເທດສະມາຊິກຂອງ ສປຊ ມີພັນທະທີ່ຈະຕ້ອງສົ່ງພົນລະເມືອງຂອງ ສປປ ເກົາຫຼີ ທີ່ມີລາຍຮັບໃນເຂດປົກຄອງຂອງຕົນກັບປະເທດ ພາຍໃຕ້ຂໍ້ຍົກເວັ້ນບາງປະການ."

"ລາຍຮັບທີ່ມາຈາກການອອກແຮງງານ ສປປ ເກົາຫຼີ ຢູ່ຕ່າງປະເທດ ຈະຖືກນຳໃຊ້ເພື່ອສະໜອງທຶນໃຫ້ແກ່ໂຄງການ ອາວຸດທຳລາຍລ້າງ ຫຼື WMD (weapon of mass distruction) ແລະລູກສອນໄຟຂີປະນາວຸດຂອງ ສປປ ເກົາຫຼີ", ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ບອກກັບວີໂອເອຜ່ານທາງອີເມລ ຕື່ມ ໃນວັນອັງຄານທີ່ຜ່ານມາ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຜ່ານ​ມະຕິ ​ເລກທີ 2397 ​ໃນ​ປີ 2017 ທີ່​ກຳນົດ​ໃຫ້ ​ປະ​ເທດ​ສະມາຊິກທັງໝົດ ​ສົ່ງ​ແຮງ​ງານ​ເກົາຫຼີ​ເໜືອ ​ກັບ​ຄືນ​ປະ​ເທດ​ ກ່ອນ​ເດືອນ​ທັນວາ 2019.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG