ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ​ອ້າງ​ວ່າ ຕົນມີຄະ​ແນນ​ນຳ​ໜ້າ ພວກ​ຄູ່​ແຂ່ງຈ​າກ ​ພັກ​ເດ​ໂມ​ແຄ​ຣັດ​ ທີ່​ສະ​ໝັກ​ເລືອກ​ຕັ້ງ​ ໃນປີ 2020 ນີ້


ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳໄດ້​ຍິ້ມ​ຫົວ​ໃສ່ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ພາຍ​ຫລັງ​ທີ່​ໄດ້​ກ່າວ​ຄຳ​ປ​າ​ໄສໃນ​ງານ​ລ້ຽງ​ອາ​ຫານ​ຄຳ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີຂອງພັກ​ຣີ​ພັບ​ລິ​ກັນຂອງ​ລັດ ໄອ​ໂອ​ວາ ວັນ​ທີ 11 ມິ​ຖຸນ, 2019.
ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳໄດ້​ຍິ້ມ​ຫົວ​ໃສ່ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ພາຍ​ຫລັງ​ທີ່​ໄດ້​ກ່າວ​ຄຳ​ປ​າ​ໄສໃນ​ງານ​ລ້ຽງ​ອາ​ຫານ​ຄຳ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີຂອງພັກ​ຣີ​ພັບ​ລິ​ກັນຂອງ​ລັດ ໄອ​ໂອ​ວາ ວັນ​ທີ 11 ມິ​ຖຸນ, 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວອ້າງ​ໃນວັນ​ຈັນ​ວານນີ້​ວ່າ ທ່ານ​ໄດ້​ຄະ​ແນນ​ນຳ​ໜ້າ "​ກຸ່ມ​ທີ່ມີ​ຫລາກ​ຫລາຍ​ປະ​ເພດ" ຂອງບັນ​ດາ​ຄູ່​ແຂ່ງ​ເປັນປະ​ທາ​ນາ​ທິ​ບໍ​ດີ​ຈາກ​ພັດ​ເດ​ໂມ​ແຄ​ຣັດ ທີ່​ຫາ​ທາງ​ປົດ​ທ່ານ​ລົງ​ຈາກ​ຕຳ​ແໜ່ງ​ໃນ​ການເລືອກຕັ້ງ​ປີ 2020 ນີ້ ເຖິງ​ແມ່ນ​ວ່າຄະ​ນະໂຄ​ສະ​ນາ​ຫາ​ສຽງຂອງ​ທ່ານ​ໄດ້ປະ​ຕິ​ເສດບໍ່​ຮັບ​ຮູ້ພວກ​ຢັ່ງ​ຫາງ​ສຽງ 3 ແຫ່ງ ພາຍ​ຫລັງ​ທີ່​ຜົນສຳ​ຫລວດ​ທີ່ຮົ່ວ​ໄຫລອອກ​ມາ​ສະ​ແດງ​ໃຫ້ເຫັນ​ວ່າ ທ່ານ​ທ​ຣຳ​ໄດ້​ຄະ​ແນນ​ໜ້ອຍກວ່າອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ເປັນ​ຜູ້​ໄດ້​ຮັບ​ຄະ​ແນນ​ນິ​ຍົມ​ນຳ​ໜ້າໝູ່ນັ້ນ ​ຕັ້ງ​ຫລາຍ​ກໍ​ຕາມ.

"ມີ​ແຕ່​ການ​ຢັງ​ຫາງ​ສຽງ​ຂີ້​ຕົວະ​ເທົ່າ​ນັ້ນ​ຫລະທີ່​ສະ​ແດງ​ໃຫ້​ເຫັນ​ວ່າພວກ​ເຮົາ​ຢູ່​ນຳ​ຫລັງກຸ່ມ ​ທີ່ມີ​ຫລາກ​ຫລາຍ​ປະ​ເພດ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທ​ຣຳ ທີ່​ຂຽນ​ຢູ່​ໃນ​ທວີດ​ເຕີ. ທ່ານ​ຂຽນ​ຕໍ່​ໄປ​ວ່າ "ພວກ​ເຮົາ​ໄດ້​ຄະ​ແນນ​ເບິ່ງ​ແລ້ວ ແມ່ນ​ດີ​ຫລາຍ​ອີ່​ຫລີ, ແຕ່​ວ່າ​ ມັນ​ກໍ​ຍັງ​ອີກໄກຢູ່ທີ່​ຈະ​ຕ້ອງ​ສຸມ​ຈຸດ​ສົນ​ໃຈ​ໃສ່​ເລື້ອງນັ້ນ​. ຍັງ​ມີ​ວຽກ​ອີກ​ຕັ້ງ​ຫລາຍ​ອັນ ​ທີ່​ຈະ​ຕ້ອງ​ເຮັດ! MAKE AMERICA GREAT AGAIN ຫລື ເຮັດ​ໃຫ້​ອາ​ເມ​ຣິ​ກາ​ກັບ​ມາ​ດີຄືນ​ອີກ!"

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈາກ​ພັກ​ເດ​ໂມ​ແຄ​ຣັດ (ກາງ) ຖືກ​ຕົບ​ມື​ສັນ​ລະ​ເສີນໃນ​ຂະ​ນະ​ທີ່​ທ່ານ​ໄປ​ທີ່​ລັດ ເພນ​ຊິ​ລ​ເວ​ເນຍ, ວັນ​ທີ 4 ມິ​ຖຸ​ນາ, 2019
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈາກ​ພັກ​ເດ​ໂມ​ແຄ​ຣັດ (ກາງ) ຖືກ​ຕົບ​ມື​ສັນ​ລະ​ເສີນໃນ​ຂະ​ນະ​ທີ່​ທ່ານ​ໄປ​ທີ່​ລັດ ເພນ​ຊິ​ລ​ເວ​ເນຍ, ວັນ​ທີ 4 ມິ​ຖຸ​ນາ, 2019

ອົງ​ການ​ຂ່າວ​ຕ່າງໆ​ໃນ​ສະ​ຫະ​ລັດ​ເວົ້າ​ວ່າ ທ່ານ ທ​ຣຳໂກດ​ເຄືອງໃຈ​ທີ່​ຮູ້​ວ່າ ຜົນ​ການ​ຢັ່ງ​ຫາງ​ສຽງ ​ທີ່​ຮົ່ວ​ໄຫລ​ອອກ​ມາ​ຈາກ​ໜ່ວຍ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ເອງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ໄດ້​ເສຍ​ໄຊ​ໃຫ້​ແກ່​ທ່ານ ໄບ​ເດັນ ຢູ່​ໃນ​ບັນ​ດາ​ລັດ ທີ່​ເປັນສະ​ໜາມ​ຍາດ​ແຍ່ງ​ກັນ​ຫລັກ ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ຈະ​ເປັນຜົນທີ່​ສຳ​ຄັນ​ສຳ​ລັບ​ການ​ເລືອກ​ຕັ້ງ ໃນ​ວັນ​ທີ 3 ພະ​ຈິກ ປີ 2020 ນີ້.

​ການ​ຢັ່ງ​ຫາງ​ສຽງ​ພາຍ​ໃນ​ ໃນ​ເດືອນ​ມີ​ນາ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານທ​ຣຳ​ ແມ່ນ​ລາກ​ຫລັງ​ທ່ານ​ໄບ​ເດັນທີ່​ປັດ​ຈຸ​ບັນ​ໄດ້​ຮັບຄະ​ແນນ​ນຳ​ໜ້າ​ພວກ​ເດ​ໂມ​ແຄ​ຣັດ 22 ຄົນ​ ທີ່​ກຳ​ລັງ​ຫາ​ທາງໃຫ້​ໄດ້ເປັນຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພັກ ໄປ ລົງ​ແຂ່ງ​ຂັນເປັນ​ປະ​ທາ​ນາ​ທິ​ບໍ​ດີ ໂດຍ​ທີ່​ທ່ານ​ໄດ້​ຮັບ​ຄະ​ແນນ​ລື່ນພວກນັ້ນ 16 ເປີ​ເຊັນຢູ່ໃນ​ລັດ​ເພັນ​ຊິ​ລ​ເວ​ເນຍ, 10 ເປີ​ເຊັນ ​ຢູ່​ໃນ​ລັດ​ວິ​ສ​ຄັນ​ຊິນ ແລະ 7 ເປີ​ເຊັນໃນລັດຟ​ລໍ​ຣິ​ດາ. ທ່ານ ທ​ຣຳ​ໄດ້​ຮັບ​ໄຊ​ຊະ​ນະ​ຢູ່​ໃນ​ທັງ​ໝົດ 3 ລັດ​ດັ່ງ​ກ່າວ ນັ້ນ ໃນ​ການ​ເລືອກ​ຕັ້ງ​ປີ 2016 ທີ່​ແຂ່​ງ​ກັບທ່ານນາງ ຮີລລາ​ຣີ ຄ​ລິນ​ຕັນ (Hillary Clinton) ຈາກ​ພັກ​ເດ​ໂມ​ແຄ​ຣັດ​ນັ້ນ ແລະ​ເບິ່ງ​ຄື​ວ່າ ທີ່​ຕ້ອງ​ໄດ້​ເອົາ​ສາມ​ລັດ​ນີ້​ຄືນ​ມາ​ອີກ ເພື່ອ​ຈະ​ສາ​ມາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ ​ສະ​ໄໝ​ທີ​ສອງໃນ​ທຳ​ນຽບ​ຂາວ​ເປັນ​ເວ​ລາອີກ​ສີ່​ປີນັ້ນ.

ອ່ານ​ຂ​່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG