ເຊີນຊົມ ວີດີໂອ ເລື່ອງ ເຖິງຈະມີ ຄວາມກ້າວໜ້າ ໃນການຕໍ່ສູ້ ມາເລເຣຍ ແຕ່ ຕ້ອງໄດ້ ທຳງານ ຫຼາຍຂຶ້ນຕື່ມ.
ໂລກເຮົາໄດ້ມີຄວາມກ້າວໜ້າ ໃນການຕໍ່ຕ້ານໄຂ້ຍຸງ ຫຼືມາເລເຣຍ ຢ່າງບໍ່ໜ້າເຊື່ອ ແຕ່ໃນຂະນະທີ່ ຜູ້ສື່ຂ່າວ ວີໂອເອ ລາຍງານ ກ່ຽວ ກັບເລື້ອງນີ້ຢູ່ ບັນດານັກຊ່ຽວຊານ ກໍກ່າວວ່າ ຍັງຕ້ອງໄດ້ທຳງານ ຫຼາຍຂຶ້ນອີກ ໂດຍສະເພາະ ຢູ່ໃນເຂດໃຕ້ທະເລຊາຍ ຊາຮາຣາ ໃນທະວີບອາຟຣິກາ ບ່ອນໂຣກດັ່ງກ່າວ ທີ່ເກີດຈາກຍຸງນັ້ນ ແມ່ນ ແຜ່ລະບາດ ແລະມີປະຊາຊົນເປັນໄຂ້ຍຸງ ທຸກໆປີ. ໄຊຈະເລີນສຸກ ຈະນຳເອົາເລື້ອງນີ້ ມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.