ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງ​ແມ່ນ ມີ​ການ​ເຈ​ລະ​ຈາ ກັນ​ຕື່ມ ແຕ່​ ສ​ຫລ ກັບ​ ຈີນ ຍັງ​ບໍ່​ທັນບັນ​ລຸ ​ຂໍ້​ຕົກ​ລົງການ​ຄ້າ ​ສະ​ບັບ​ໃໝ່ເທື່ອ


ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ທ່ານ​ດໍ​ໂນ​ລ ທ​ຣຳ ໂອ້​ລົມ​ກັບທ່ານ​ຫຼິວ ເຫ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທິ 4 ເມ​ສາ 2019.
ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ທ່ານ​ດໍ​ໂນ​ລ ທ​ຣຳ ໂອ້​ລົມ​ກັບທ່ານ​ຫຼິວ ເຫ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທິ 4 ເມ​ສາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ແລະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໃຫ້​ການ​ຢືນ​ຢັນ​ໃນວັນ​ພະ​ຫັດ​ວານນີ້​ວ່າ ໃນ​ຂະ​ນະ​ທີ່​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ສຳ​ຄັນແຕ່​ກໍ​ຍັງ​ບໍ່​ທັນບັນ​ລຸ​ຂໍ້ຕົກ​ລົງການ​ຄ້າສະ​ບັບ​ໃໝ່ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ຂອງ​ໂລກ​ເທື່ອ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ຂະ​ນະ​ທີ່​ນັ່ງ​ຢູ່​ໂຕະ​ເຮັດ​ວຽກ ​ຢູ່​ຫ້ອງ​ການ​ຂອງ​ທ່ານ​ໃນ​ທຳນຽບ​ຂາວພ້ອມ​ກັບ​ມີຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼິວ ເຫ ນັ່ງ​ຢູ່​ທາງ​ຂ້າງ​ຂອງ​ທ່ານ​ວ່າ “ແນ່ນອນ ພວກ​ເຮົາ​ໃກ້​ເຂົ້າ​ມາ​ຫຼາຍ​ຂຶ້ນ.”

ການ​ປະ​ກາດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວອາດ​ຈະ​ມີ​ຂຶ້ນໃນ “ສີ່​ອາ​ທິດ​ຂ້າງ​ໜ້າ​ ບາງທີ​ອາດ​ຈະ​ໄວ​ກວ່ານັ້ນ ບາງ​ທີອາດ​ຈະ​ດົນ​ກວ່ານັ້ນ” ແລະ​ໃນ​ເວ​ລານີ້ ບາງ​ຢ່າງ “ທີ່​ສຳ​ຄັນ​ອາດ​ຈະ​ມີ​ການ​ປະ​ກາດ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ທ່ານກ່າວຕື່ມ​ວ່າ “ພວກ​ເຮົາ​ກຳ​ລັງແກ້​ໄຂ​ໄປ​ໃນ​ທາງບວກ ພວກ​ເຮົາ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ຫຼວງ​ຫຼາຍ.”

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຖະ​ແຫຼງ ໃນ​ຂະ​ນະ​ທີ່​ພົບ​ປະ ກັບ ທ່ານ​ຫຼິວ ເຫ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 4 ເມ​ສາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຖະ​ແຫຼງ ໃນ​ຂະ​ນະ​ທີ່​ພົບ​ປະ ກັບ ທ່ານ​ຫຼິວ ເຫ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 4 ເມ​ສາ 2019.

ທ່ານ​ຫຼິວ ທີ່​ກ່າວ​ເປັນ​ພາ​ສາ​ອັງ​ກິດ ໄດ້​ຊົມ​ເຊີຍ​ທິດ​ການ​ນຳ​ພາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໂດຍ​ເວົ້າ​ຕື່ມ​ວ່າ “ຫວັງ​ວ່າພວກ​ເຮົາ​ຈະ​ໄດ້​ຮັບ​ຜົນ​ທີ່​ດີ.”

ທ່ານ​ທ​ຣຳ​ກ່າວ​ວ່າ ຖ້າ​ຂໍ້​ຕົກ​ລົງ​ຫາກ​ສາ​ມາດ​ບັນ​ລຸ​ກັນ​ໄດ້​ແລ້ວ ຫຼັງ​ຈາກນັ້ນ​ທ່ານກໍ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ກັບ​ທ່ານ​ສີ. ທ່ານ​ກ່າວ​ວ່າ “ຖ້າ​ພວກ​ເຮົາ​ບັນ​ລຸ​ຂໍ້​ຕົກ​ລົງ ມັນ​ກໍ​ຈະ​ມີ​ການ​ພົບ​ປະ​ສຸດຍອດ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ໄດ້​ພົບ​ກັບ​ປະ​ທານ​ປະ​ເທດ​ສີ ມັນ​ຈະ​ມີ​ຂຶ້ນ​ແທ້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໃຫ້​ການ​ຢືນ​ຢັນ​ວ່າ ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ ຕະ​ຫຼອດ​ທັງ​ການ​ເກັບ​ພາ​ສີ​ຈຳ​ນວນ​ນຶ່ງ ແມ່ນ​ຍັງ​ມີ​ການ​ຫາ​ລື​ກັນ​ຢູ່.

ທ່ານ​ກ່າວ​ຕື່ມ​ວ່າ “ສິ່ງທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ຈຳ​ນວນ​ນຶ່ງ ແມ່ນ​ໄດ້​ມີ​ການ​ຕົກ​ລົງ​ກັນ​ໄປ​ແລ້ວ.”

ເມື່ອ​ມີ​ການ​ຂໍ​ຄວາມ​ເຫັນ ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ກ່ຽວ​ສະ​ຖາ​ນະ​ຂອງ​ການ​ເຈ​ລະ​ຈາ​ໃນ​ເວ​ລານີ້ ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ ໄດ້​ກ່າວ​ຕອບ​ຢ່າງ​ລະ​ມັດ​ລະ​ວັງໂດຍ​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງຫຼວງ​ຫຼາຍ. ພວກ​ເຮົາ​ໄດ້​ເຮັດ​ວຽກ​ຢ່າງ​ແຂງ​ຂັນ” ແຕ່ “ກໍ​ຍັງ​ມີ​ບັນ​ຫາ ​ທີ່​ສຳ​ຄັນໆຈຳ​ນວນ​ນຶ່ງ​ຄ້າງ​ຄາ​ຢູ່.”

ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວນັ້ນປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳກ່າວ​ວ່າ “ພວກເຮົາ​ບໍ່​ເຄີຍ​ເຮັດ​ຂໍ້​ຕົກ​ລົງ​ແບບນີ້ ​ກັບ​ຈີນ​ມາ​ກ່ອນ” ໂດຍ​ທຳ​ນາຍ​ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ ອາດ​ຈະ​ເປັນ “ພໍ່​ເຖົ້າ​ຂອງ​ພວກ​ເຂົາ​ທັງ​ໝົດ” ແລະ “ມີ​ຄວາມ​ສຳ​ຄັນ​ເປັນ​ທີ່ສຸດ​ຕໍ່​ໂລກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG