ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງແມ່ນລະບົບເສດຖະກິດຈະພົບກັບບັນຫາ ແຕ່ເບິ່ງຄືວ່າ ຈະບໍ່ເປັນການຂັດຂວາງ ຈີນ ໃນການຊ່ວຍເຫຼືອ ເກົາຫຼີເໜືອ


ແຟ້ມຮູບ-ບັນດານັກທ່ອງທ່ຽວ ພາກັນຂ້າມຂົວແຍກ, ຂວາ, ໃກ້ກັບຂົວມິດຕະພາບ ທີ່ເຊື່ອກັນລະຫວ່າງ ຈີນ ແລະ ເກົາຫຼີເໜືອ, ໃນເມືອງແດນດົງຂອງຈີນ, ວັນທີ 7 ກັນຍາ 2017. ເຖິງແມ່ນລະບົບເສດຖະກິດຈະເຄື່ອໂຕຊ້າ, ຈີນຄາດວ່າ ຈະຍັງຄົງໃຫ່ການຊ່ວຍເຫຼືອແກ່ເກົາຫຼີເໜືອຕໍ່ໄປ.
ແຟ້ມຮູບ-ບັນດານັກທ່ອງທ່ຽວ ພາກັນຂ້າມຂົວແຍກ, ຂວາ, ໃກ້ກັບຂົວມິດຕະພາບ ທີ່ເຊື່ອກັນລະຫວ່າງ ຈີນ ແລະ ເກົາຫຼີເໜືອ, ໃນເມືອງແດນດົງຂອງຈີນ, ວັນທີ 7 ກັນຍາ 2017. ເຖິງແມ່ນລະບົບເສດຖະກິດຈະເຄື່ອໂຕຊ້າ, ຈີນຄາດວ່າ ຈະຍັງຄົງໃຫ່ການຊ່ວຍເຫຼືອແກ່ເກົາຫຼີເໜືອຕໍ່ໄປ.

ທ່າມກາງຂ່າວທີ່ຜິດຫວັງທາງດ້ານເສດຖະກິດຢ່າງຫຼວງຫຼາຍ ອາດບັງຄັບໃຫ້ ປັກກິ່ງ ຕ້ອງຫຼຸດຄວາມທະເຍີທະຍານດ້ານນະ​ໂຍ​ບາຍຕ່າງປະເທດຢ່າງກວ້າງ​ຂວາງລົງບາງສ່ວນ, ແຕ່ບັນດານັກວິເຄາະທີ່ຕິດຕາມກິດຈະການຢູ່ໃນແຫຼມ ເກົາຫຼີ ມອງວ່າ ມີໂອກາດໜ້ອຍຫຼາຍທີ່ ຈີນ ຈະຫຼຸດການໃຫ້ຄວາມຊ່ວຍເຫຼືອ ຕໍ່ພຽງຢາງລົງ.

ຈີນຄາດວ່າ ຈະໄດ້​ຮັບການຟື້ນຟູລະບົບເສດຖະກິດຂອງພວກເຂົາຄືນມາໄດ້ ລຸນຫຼັງການປິດເມືອງທີ່ເຂັ້ມງວດເນື່ອງຈາກການລະບາດໃຫຍ່ຂອງພະຍາດໂຄວິດ ເຊິ່ງໄດ້ຖືກຍົກເລີກໄປໃນທ້າຍປີກາຍນີ້. ກົງ​ກັນ​ຂ້າມ​ເຂົາ​ເຈົ້າ​ໄດ້​ມີການສົ່ງ ອອກຫຼຸດລົງ, ການຜະລິດໜ້ອຍລົງ ແລະ ລາຍຈ່າຍຂອງພາກລັດຖືກຕັດລົງ.

ການເຕີບໃຫຍ່ຂະຫຍາຍໂຕຂອງລະບົບເສດຖະກິດໃນໄຕມາດທີສອງ ໄດ້ຫຼຸດ ລົງມາຕໍ່າກວ່າ 1 ເປີເຊັນ, ເຊິ່ງຂັດກັບແຜນປະຈໍາປີທີ່ຄາດການໄວ້ວ່າ ຈະຂະ ຫຍາຍໂຕຮອດ 5.6 ເປີເຊັນໃນປີ 2023.

ການສົ່ງອອກໃນເດືອນກໍລະກົດໄດ້ຫຼຸດລົງຫຼາຍກວ່າ 14 ເປີເຊັນ ເມື່ອທຽບ ກັບເດືອນດຽວກັນໃນປີແລ້ວນີ້, ອັດຕາດັ່ງກ່າວນີ້ຫຼຸດລົງມາໄວວາທີ່ສຸດນັບຕັ້ງແຕ່ເດືອນກຸມພາ ປີ 2020, ອີງຕາມຂໍ້ມູນຈາກກົມພາສີຂອງຈີນ ທີ່ໄດ້ເປີດເຜີຍອອກມາໃນວັນອັງຄານ ວານນີ້, ເຊິ່ງລາຍງານໂດຍອົງການຂ່າວ Reuters.

ສະເພາະການສົ່ງອອກມາ ສະຫະລັດຂອງຈີນ ໄດ້ຫຼຸດລົງມາຮອດ 14 ເປີເຊັນໃນເດືອນກໍລະກົດ ເມື່ອສົມທຽບຈາກປີແລ້ວນີ້, ເຊິ່ງເມັກຊິໂກ ໄດ້ກາຍມາເປັນປະເທດຄູ່ຄ້າທີ່ສໍາຄັນຂອງສະຫະລັດແທນທີ່ຈີນ.

ການຫວ່າງງານຢູ່ໃນໄຕມາດທີ 2 ເພີ້ມສູງເຖິງ 5.2 ເປີເຊັນ, ໂດຍລວມແລ້ວ ດ້ວຍບັນດາຄົນໜຸ່ມຫວ່າງງານທີ່ເພີ້ມສູງເຖິງ 21 ເປີເຊັນໃນເດືອນມິຖຸນາ.

ນັ້ນອາດເປັນຂ່າວຮ້າຍສໍາລັບ ເກົາຫຼີເໜືອ, ເຊິ່ງອາໄສການເພິ່ງພາຈີນເປັນຫຼັກ ໂດຍຈີນເປັນປະເທດຄູ່ຄ້າທີ່ສໍາຄັນຂອງພວກເຂົາ ແລະເປັນຜູ້ສະໜອງການ ຊ່ວຍເຫຼືອທາງດ້ານເສດຖະກິດຢ່າງສະໝໍ່າສະເໝີ ນັບຕັ້ງແຕ່ນໍ້າມັນເຊື້ອໄຟ ໄປຫາຢາປົວພະຍາດ ແລະອາຫານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG