ປະຊາຊົນ ອາເມຣິກັນ ແມ່ນກຳລັງສະເຫຼີມສະຫຼອງບຸນຂອບຄຸນພະເຈົ້າ ຫຼື Thanksgiving ດັ່ງທີ່ພວກເຂົາເຈົ້າເຄີຍປະຕິບັດກັນມາຕາມປະເພນີ, ດ້ວຍການເຕົ້າ ໂຮມກັບຄອບຄົວ ແລະ ໝູ່ເພື່ອນຢູ່ເທິງໂຕະທີ່ເຕັມໄປດ້ວຍອາຫານ, ຊົມການເດີນສວນ ສະໜາມ ແລະເບິ່ງການແຂ່ງ ຂັນກິລາເຕະບານ, ແລະ ສຳລັບຫຼາຍຄົນ, ພວກເຂົາເຈົ້າກໍ ໄດ້ເລີ່ມໄປ ຊັອບປິ້ງສຳລັບເທດສະການວັນພັກ.
ບັນດາເຈົ້າໜ້າທີ່ຕຳຫຼວດໄດ້ກ່າວວ່າ ໄດ້ມີການເພີ້ມມາດຕະການຮັກ ສາຄວາມປອດໄພ, ລວມທັງລົດຖອກດິນຊາຍ ແລະ ໝາດົມກິ່ນລະເບີດ ຈະເປັນສ່ວນໜຶ່ງຂອງການປ້ອງກັນ ຄວາມສະຫງົບ ໃນການເດີນສວນສະໜາມວັນ Thanksgiving ປະຈຳປີຂອງຮ້ານ Macy ໃນນະ ຄອນ ນິວຢອກ ສຳລັບປີນີ້.
ໃນຂະນະທີ່ພວກເຂົາເຈົ້າໄດ້ຢືນຢັນວ່າ ບໍ່ມີການຂົ່ມຂູ່ໃນການກໍ່ຄວາມຮຸນແຮງທີ່ໜ້າເຊື່ອຖືໃດໆກໍຕາມ, ແກຕ່ກົມຕຳຫຼວດນະຄອນ ນິວຢອກ ໄດ້ກ່າວວ່າ ພວກເຂົາເຈົ້າຈະສົ່ງບັນ ດາເຈົ້າໜ້າທີ່ຕຳຫຼວດຫຼາຍກວ່າ 3,000 ຄົນ ທັງໃນ ແລະ ນອກເຄື່ອງແບບ ອອກໄປຍາມ ຕາມຖະໜົນທີ່ຍາວ 4 ກິໂລແມັດທີ່ເກາະ Manhattan. ການເດີນສວນສະໜາມແມ່ນຈະ ເລີ່ມຂຶ້ນໃນເວລາ 9 ໂມງເຊົ້າຕາມເວລາຂອງທ້ອງຖິ່ນ.
ຕຳຫຼວດ ນິວຢອກ ກໍມີສິ່ງທ້າທາຍເພີ່ມຂຶ້ນໃນການຮັກສາຄວາມປອດໄພສຳລັບປີນີ້ເຊັ່ນ ກັນ. ຕຶກສູງເຊິ່ງເປັນທີ່ພັກຂອງປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ແມ່ນຕັ້ງຢູ່ຫ່າງຈາກເສັ້ນທາງເດີນສວນສະໜາມ ພຽງຊ່ວງຕຶກດຽວ. ແຕ່ທ່ານ Trump ແລະ ຄອບຄົວຂອງທ່ານແມ່ນກຳລັງໃຊ້ເວລາວັນພັກ ຢູ່ທີ່ລັດ Florida.
ວັນ Thanksgiving ແມ່ນມີຫຼາຍທຳນຽມປະເພນີ, ສິ່ງທີ່ເຮັດກັນຫຼາຍທີ່ສຸດກໍແມ່ນການ ເດີນທາງເພື່ອໄປຢູ່ກັບຄອບຄົວ ແລະ ໝູ່ເພື່ອນຂອງພວກເຂົາເຈົ້າ. ປະຊາຊົນເກືອບ 49 ລ້ານຄົນແມ່ນຄາດວ່າຈະພາກັນເດີນທາງໂດຍທາງລົດ, ທາງອາກາດ ແລະ ທາງລົດໄຟ ກ່ອນວັນພັກ. ເຊິ່ງເພີ່ມຂຶ້ນ 1 ລ້ານຄົນຫຼາຍກວ່າປີກາຍນີ້, ເຮັດໃຫ້ມັນເປັນໄລຍະການ ເດີນທາງວັນ Thanksgiving ທີ່ມີຄວາມໜ້າແໜ້ນທີ່ສຸດໃນຮອບເກືອບໜຶ່ງທົດສະວັດທີ່ ຜ່ານມາ.
ສຳລັບປະທານາທິບໍດີ ບາຣັກ ໂອບາມາ ແລ້ວ, ເທື່ອນີ້ຈະເປັນຄັ້ງສຸດທ້າຍທີ່ທ່ານຈະໃຫ້ ການອະໄພຍະໂທດ ແກ່ໄກ່ງວງໃນວັນບຸນຂອບຄຸນພະເຈົ້າແຫ່ງຊາດ ຫຼື Thanksgiving ຂອງທ່ານ.