ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຖິງແມ່ນ ມີການໂຈມຕີ ແຕ່ລະບົບເລືອກຕັ້ງ ໃນສະຫະລັດ ​​ແມ່ນຍັງ ເປັນທີ່ປອດໄພ​


ຜູ້ຊ່ວຍປະທານາທິບໍດີ ດ້ານຄວາມປອດໄພພາຍ​ໃນ​ຂອງສະຫະລັດ ທ່ານ​ນາງ Lisa Monaco ກ່າວທີ່ກອງປະຊຸມສຸດຍອດ ຢູ່ ທຳນຽບຂາວ ກ່ຽວກັບຄວາມປອດໄພທາງອິນເຕີແນັດ.
ຜູ້ຊ່ວຍປະທານາທິບໍດີ ດ້ານຄວາມປອດໄພພາຍ​ໃນ​ຂອງສະຫະລັດ ທ່ານ​ນາງ Lisa Monaco ກ່າວທີ່ກອງປະຊຸມສຸດຍອດ ຢູ່ ທຳນຽບຂາວ ກ່ຽວກັບຄວາມປອດໄພທາງອິນເຕີແນັດ.

ຍັງເຫລືອ​ເວລາ​ອີກບໍ່ເຖິງຫ້າ​ອາທິດກໍ​ຈະ​ຮອດ​ວັນ​ເລືອກ​ຕັ້ງ​ປະທານາທິບໍດີ​ແລ້ວ ບັນດາ ​ເ​ຈົ້າໜ້າ​ທີ່​ສະຫະລັດ ກຳລັງ​ເອົາ​ມາດ​ຕະການ​ພິ​ເສດ​ເພື່ອ​ໃຫ້ການ​ຄໍ້າປະກັນ​ແກ່​ຜູ້​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ​ກຽດ​ສັກ​ສີຂອງຂັ້ນຕອນ​ການ​ເລືອກ​ຕັ້ງ ​ໂດຍ​ໄດ້​ຢືນ​ຢັດ​ວ່າ ​ເປັນ​ທີ່​ປອດ​ໄພ​ຈາກ​ພວກ​ເຈາະ​ຂໍ້​ມູນ ​ເຖິງ​ແມ່ນ​ວ່າ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ມີ​ການລັກລອບ​ເຈາະ​ຂໍ້​ມູນ​ທີ່​ສຳຄັນໆ ການພະຍາຍາມ​ໂຈມ​ຕີ ແລະການ​ເຕືອນຕ່າງໆ.

ທີ່​ປຶກສາກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ທ່ານ​ນາງ Lisa Monaco ​ໄດ້​ກ່າວ​ຕໍ່ກອງ​ປະຊຸມ​ສຸດ​ຍອດວ່າ​ດ້ວຍ​ສົງຄາມ​ທາງ​ອິນ​ເຕີ​ແນັດ ທີ່​ເປັນ​ເຈົ້າ ພາບ​ໂດຍ​ໜັງສືພິມ the Washington Post ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ “ອັນ​ທີ່​ປະຊາຊົນ​ຕ້ອງການ​ຮູ້​ກ່ຽວ​ກັບ​ເລື້ອງ​ນີ້​ກໍ​ຄື ​ໂຄງ​ລ່າງ​ການ​ປ່ອນບັດຂອງ​ພວກ​ເຮົາແມ່ນເປັນທີ່​ຕ້ານ ທານ​ໄດ້​. ພວກ​ເຮົາ​ຄວນ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ລະບົບເລືອກ​ຕັ້ງ​ຂອງ​ພວກ​ເຮົາ."

ການ​ໃຫ້ການ​ຄໍ້າປະກັນ​ມີ​ຂຶ້ນ​ໃນ​ຂະນະ​ບັນດາ​ຜູ້ຊ່ຽວຊານດ້ານ​ຄວາມ​ປອດ​ໄພ​ອິນ​ເຕີ​ແນັດ ​ແລະ​ບັນດາ​ສະມາຊິກລັດຖະ​ສະພາສະຫະລັດ ຍັງ​ສືບ​ຕໍ່​ຖິ້ມ​ໂທດ​ໃສ່ຣັດ​ເຊຍ ​ກ່ຽວ​ກັບ​ຄື້ນຟອງ​ການໂຈມ​ຕີ​ທາງອິນ​ເຕີ​ແນັດ ທີ່​ເຂົາ​ເຈົ້າກ່າວ​ວ່າ ມີ​ຈຸດປະສົງຈະບ່ອນ​ທຳລາຍ​ຄວາມ​ເຊື່ອ​ໝັ້ນ​ໃນການ​ເລືອກ​ຕັ້ງ​ໃນ​ວັນ​ທີ 8 ​ເດືອນພະຈິກ​ຈະ​ມາ​ເຖິງ​ນີ້.

ບັນທຶກພາບຜູ້ລົງຄະແນນສຽງຄົນນຶ່ງ ກຳລັງປ່ອນບັດເລື້ອກຕັ້ງຢູ່ Staten Island Borough ຂອງນະຄອນ New York ສະຫະລັດ.
ບັນທຶກພາບຜູ້ລົງຄະແນນສຽງຄົນນຶ່ງ ກຳລັງປ່ອນບັດເລື້ອກຕັ້ງຢູ່ Staten Island Borough ຂອງນະຄອນ New York ສະຫະລັດ.

ການ​ໂຈມ​ຕີ​ທີ່ຮູ້​ກັນ​ດີ​ທີ່​ສຸດກໍ​ຄື​ການ​ໂຈມ​ຕີ​ຕໍ່ຄະນະ​ກຳມະການແຫ່ງ​ຊາດ​ພັກ​ເດ​ໂມ​ແຄຣັດ ອັນ​ເປັນ​ຜົນ​ເຮັດໃຫ້ ອີ​ແມ​ລຫລາຍ​ພັນ​ສະບັບ ​ມີ​ການ​ຮົ່ວໄຫຼ ທີ່ໄດ້​ສ້າງ​ຄວາມ​ອັບອາຍ​ຂາຍໜ້າໃຫ້​ແກ່ພັກ​ ກ່ອນ​ໜ້າກອງ​ປະຊຸມ​ແຫ່ງ​ຊາດ​ໃນ​ເດືອນມິຖຸນາທີ່​ຜ່ານ​ມາ ​ແລະ​ໄດ້​ບັງຄັບ​ໃຫ້ມີ​ການ​ລາ​ອອກ​ຈາ​ກຕຳ​ແໜ່​ງ ຂອງປະທານພັກ ທ່ານ​ນາງ Debbie Wasser- man Schultz.

ພາບບັນທຶກ ພວກນັກເຈາະຂໍ້ມູນລັດຖະບານຣັດເຊຍ ທັບມ້າງເຂົ້າຄອມພິວເຕີ ທີ່ຫ້ອງການໃຫຍ່ພັກເດໂມແຄຣັດແຫ່ງຊາດ.
ພາບບັນທຶກ ພວກນັກເຈາະຂໍ້ມູນລັດຖະບານຣັດເຊຍ ທັບມ້າງເຂົ້າຄອມພິວເຕີ ທີ່ຫ້ອງການໃຫຍ່ພັກເດໂມແຄຣັດແຫ່ງຊາດ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ຫລາຍ​ທ່ານ​ໄດ້​ກ່າວໂດຍ​ບໍ່​ປະສົງ​ອອກ​ຊື່ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າຣັດ​ເຊຍ​ກຳລັງ​ພ​ະຍາ​ຍາມ​ທຳລາຍ​ຄວາມ​ເຊື່ອໝັ້ນ ຕໍ່​ຂັ້ນຕອນ​ການເລືອກ​ຕັ້ງ​ໃນ​ສະຫະລັດ ​ເຖິງ​ແມ່ນ​ວ່າ ​ທຳນຽບຂາວ​ຍັງ​ບໍ່​ທັນ​ໄດ້​ຖິ້ມ​ໂທດ​ຢ່າງ​ເປີີດ​ເຜີຍ​ຕໍ່​ມົສກູກໍ​ຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG