ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຖິງຈະມີຄວາມເປັນຫ່ວງກັບ ໄວຣັສ COVID-19, ເກົາຫຼີເໜືອ ຍັງກຽມພ້ອມ ການເດີນສວນສະໜາມ ດ້ານການທະຫານ ທີ່ສຳຄັນ


ພວກຄົນຖືທຸງຊາດເກົາຫຼີເໜືອ ຢູ່ຕໍ່ໜ້າຮູບປັ້ນ ຂອງຜູ້ກໍ່ຕັ້ງ ເກົາຫຼີເໜືອ ກິມ ອີລ ຊັງ, ຊ້າຍ, ແລະມື້ລາງ ກິມ ຈົງ ອີລ ໃນລະຫວ່າງການເດີນສວນສະໜາມ ທີ່ເປັນຂີດໝາຍວັນຄົບຮອບ 70 ປີ ຂອງການສ້າງຕັ້ງເກົາຫຼີເໜືອ ໃນນະຄອນຫຼວງພຽງຢາງ, ເກົາາຫຼີເໜືອ, ວັນທີ 9 ກັນຍາ 2018.
ພວກຄົນຖືທຸງຊາດເກົາຫຼີເໜືອ ຢູ່ຕໍ່ໜ້າຮູບປັ້ນ ຂອງຜູ້ກໍ່ຕັ້ງ ເກົາຫຼີເໜືອ ກິມ ອີລ ຊັງ, ຊ້າຍ, ແລະມື້ລາງ ກິມ ຈົງ ອີລ ໃນລະຫວ່າງການເດີນສວນສະໜາມ ທີ່ເປັນຂີດໝາຍວັນຄົບຮອບ 70 ປີ ຂອງການສ້າງຕັ້ງເກົາຫຼີເໜືອ ໃນນະຄອນຫຼວງພຽງຢາງ, ເກົາາຫຼີເໜືອ, ວັນທີ 9 ກັນຍາ 2018.

ບັນດານັກວິເຄາະດ້ານການປ້ອງກັນພູມີພາກ ກ່າວວ່າ ເກົາຫຼີເໜືອ ປາກົດວ່າ ໄດ້ເລີ້ມຕົ້ນກຽມການເດີນສວນສະໜາມດ້ານການທະຫານຄັ້ງໃຫຍ່ ຊຶ່ງຄາດໝາຍວ່າ ຈະມີຂຶ້ນໃນເດືອນໜ້ານີ້ ຊຶ່ງ ພວກເຂົາເຈົ້າກ່າວວ່າ ໃນເວລານັ້ນເກົາຫຼີເໜືອອາດຈະເປີດເຜີຍລະບົບອາວຸດຊະນິດໃໝ່ທີ່ສຳຄັນ.

ພາບຖ່າຍຈາກດາວທຽມໃນວັນທີ 31 ສິງຫາ ສະແດງໃຫ້ເຫັນ ພວກທະຫານຫຼາຍພັນຄົນລຽນແຖວກັນເປັນລະບົບ ແລະລົດຫຼາຍຮ້ອຍຄັນຈອດຢູ່ໃກ້ໆສະຖານທີ່ຝຶກຊ້ອມການເດີນສວນສະໜາມ Mirim ຢູ່ໃນກ້ຳຕາເວັນອອກຂອງນະຄອນຫຼວງພຽງຢາງ ບ່ອນທີ່ການຝຶກຊ້ອມເດີນສວນສະໜາມ ແມ່ນຈະດຳເນີນການໄປຕາມປົກກະຕິ.

38 ເໜືອ ເປັນຊື່ເວັບໄຊຂອງອົງການຄົ້ນຄວ້າຂອງສະຫະລັດ ທີ່ໄດ້ພິມອອກເຜີຍແຜ່ພາບຖ່າຍຈາກດາວທຽມ ໂດຍກ່າວວ່າ ການຝຶກຊ້ອມເດີນສວນສະໜາມ ປາກົດວ່າ ໄດ້ເລີ້ມຕົ້ນຂຶ້ນຊ້າກວ່າປົກກະຕິ ບາງທີອາດຈະເປັນຍ້ອນມາດຕະການຕ້ານການລະບາດຂອງໄວຣັສ ຫຼື ສະພາບອາກາດທີ່ຮ້າຍແຮງເມື່ອມໍ່ໆມານີ້ ທີ່ໄດ້ກະທົບຕໍ່ເກົາຫຼີເໜືອ.

ເປັນທີ່ຄາດໝາຍກັນມາດົນນານແລ້ວວ່າ ເກົາຫຼີເໜືອ ຈະຈັດການເດີນສວນສະໜາມດ້ານການທະຫານຂະໜາດໃຫຍ່ ໃນວັນທີ 10 ເດືອນຕຸລາ ຊຶ່ງເປັນວັນຄົບຮອບ 75 ປີ ຂອງການປົກຄອງໂດຍພັກກຳມະກອນຂອງເກົາຫຼີ. ວັນຄົບຮອບຕ່າງໆເຊັ່ນນີ້ ເປັນພິທີທີ່ສຳຄັນຍິ່ງໃນພັກການເມືອງດຽວ ຄ້າຍໆກັບລະບອບຜະເດັດການແບບສະຕາລິນ.

ວັນຄົບຮອບ 75 ປີດັ່ງກ່າວ ຍັງເປັນໂອກາດດີສຳລັບເກົາຫຼີເໜືອ ທີ່ຈະນຳເອົາອາວຸດໃໝ່ອອກມາສະແດງໃຫ້ເຫັນ ບາງເທື່ອກໍອາດຈະເປັນລູກສອນໄຟຂີປະນາວຸດຂ້າມທະວີບປະເພດໃໝ່ ອີງຕາມນັກວິຊາການຈໍານວນນຶ່ງ ຊຶ່ງເປັນເວລາບໍ່ເທົ່າໃດອາທິດກ່ອນໜ້າການເລືອກຕັ້ງປະທານາທິບໍດີຂອງສະຫະລັດ.

ຫາກນັບແຕ່ມີຄຳເຫັນທັງຫຼາຍເຫຼົ່ານັ້ນອອກມາ ເກົາຫຼີເໜືອ ກໍຕ້ອງໄດ້ຮັບມືກັບບັນຫາຕ່າງໆເຊັ່ນ ໄພນ້ຳຖ້ວມທີ່ເຮັດໃຫ້ເສຍຫາຍຢ່າງໜັກ ໃນລະຫວ່າງລະດູຝົນມໍລະສຸມທີ່ຮ້າຍແຮງບໍ່ທຳມະດາກວ່າເກົ່າ ມາດຕະການລົງໂທດຂອງສາກົນ ທີ່ສືບຕໍ່ທ່ວງດຶງເສດຖະກິດຂອງຕົນໄວ້ ແລະການລະບາດຂອງໄວຣັສໂຄໂຣນາຢູ່ໃນທົ່ວໂລກນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG