ສະຫະລັດມີຄວາມເປັນຫ່ວງຫຼາຍທີ່ສຸດຕໍ່ເຫດການຄວາມຮຸນແຮງທີ່ກໍາລັງດໍາເນີນໄປຢູ່ໃນລັດກະຈິນຂອງມຽນມາ ບ່ອນທີ່ການສູ້ລົບຍັງດຳເນີນຕໍ່ໄປຢ່າງບໍ່ລົດລະ ລະຫວ່າງ ກອງທັບ ແລະກຸ່ມກະບົດ ທັງໆທີ່ມີສັນຍາຢຸດຍິງກັນແລ້ວກໍຕາມ.
ຖະແຫຼງການສະບັບນຶ່ງຈາກສະຖານທູດສະຫະລັດທີ່ນະຄອນຢາງກຸ້ງເມື່ອ ວັນພະຫັດມື້ນີ້ ເວົ້າວ່າ ກອງທັບລັດຖະບານມຽນມາ ກໍາລັງສືບຕໍ່ບຸກໂຈມ ຕີຢູ່ໃນລັດທາງພາກຕາເວັນອອກສຽງເໜືອຂອງປະເທດ. ຖະແຫຼງການໄດ້ ອ້າງລາຍງານສື່ມວນຊົນ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະເວົ້າຕື່ມວ່າ ການບຸກໂຈມຕີດັ່ງກ່າວ ຍັງຜົນໃຫ້ພົນລະເຮືອນບາດເຈັບລົ້ມຕາຍ ແລະບ່ອນທຳລາຍຕໍ່ການດຳເນີນຄວາມພະຍາຍາມເພື່ອໃຫ້ບັນລຸການສ້າງ ຄວາມຖືກຕ້ອງປອງດອງຊາດ.
ປະທານາທິບໍດີ ທຽນ ເຊນ ໄດ້ປະກາດການຢຸດຍິງຝ່າຍດຽວໃຫ້ມີຜົນບັງ ຄັບໃຊ້ຕັ້ງແຕ່ວັນເສົານີ້ເປັນຕົ້ນໄປ ແຕ່ການສູ້ລົບກັນເປັນຄັ້ງຄາວນັ້ນກໍຍັງມີຢູ່ຕໍ່ໄປ. ພວກເຫັນເຫດການ ແລະທາງການກຸ່ມກະບົດບອກວີໂອ ເອວ່າ ທະຫານມຽນມາໄດ້ໃຊ້ວິທີການຢຸດຍິງເປັນເວລາສັ້ນໆເພື່ອບຸກຄືບໜ້າໄປຍັງທີ່ໝັ້ນຂອງກຸ່ມກະບົດ.
ໃນຄໍາປາໄສບັ້ນນຶ່ງທີ່ນະຄອນຢາງກຸ້ງເມື່ອວັນອາທິດຜ່ານມານີ້ ທ່ານ ທຽນ ເຊນ ເວົ້າວ່າ ທະຫານລັດຖະບານ ແມ່ນຢູ່ໃນບໍລິເວນໃກ້ໆຄ້າຍກອງທັບເອກກະລາດກະຈິນ ທີ່ເມືອງ Laiza ຕິດກັບຊາຍແດນຈີນ.
ທ່ານ ທຽນ ເຊນ ເວົ້າອີກວ່າ ທ່ານໄດ້ສັ່ງໃຫ້ທະຫານຢຸດໂຈມຕີຄ້າຍຂອງກຸ່ມກະບົດ ດັ່ງກ່າວ ເພື່ອສະແດງເຖິງໄມຕີຈິດມິດຕະພາບອັນດີ ແລະທ່ານໄດ້ຮຽກຮ້ອງໃຫ້ກອງທັບເອກກະລາດກະຈິນ ຫຼື KIA ຈົ່ງກັບຄືນເຂົ້າຮ່ວມເຈລະຈາກັນ ໄວທີ່ສຸດເທົ່າທີ່ຈະໄວໄດ້.
ຖະແຫຼງການສະບັບດັ່ງກ່າວຂອງສະຖານທູດສະຫະລັດເມື່ອວັນພະຫັດມື້ນີ້ ໄດ້ຮຽກຮ້ອງໃຫ້ທັງສອງຝ່າຍ ຈົ່ງເອົາທຸກບາດກ້າວທີ່ຈໍາເປັນ ເພື່ອສ້າງບັນຍາກາດສຳລັບການໂອ້ລົມເຈລະຈາກັນ. ນອກນີ້ຖະແຫຼງການຍັງໄດ້ຮຽກຮ້ອງໃຫ້ມຽນມາ ເປີດໂອກາດໃຫ້ພວກປະ ຊາຊົນທີ່ຕ້ອງການ ການຊ່ວຍເຫຼືອທີ່ສຸດ ໃຫ້ໄດ້ຮັບການຊ່ວຍເຫຼືອຈາກສະຫະປະຊາຊາດ ແລະບັນດາອົງການຊ່ວຍເຫຼືອຂອງລະຫວ່າງຊາດນັ້ນໄດ້.