ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ເຖິງແມ່ນຈະໄດ້ຖືກຮັບມາເປັນລູກລ້ຽງ ໂດຍພໍ່ແມ່ອາເມຣິກັນກໍຕາມ ແຕ່ຊາວຫວຽດນາມ ອາເມຣິກັນ ກໍບໍ່ໄດ້ເປັນສັນຊາດໂດຍປະຣິຍາຍ


Despite Adoption by US Parents, Vietnamese-American Did Not Become Citizen
please wait

No media source currently available

0:00 0:02:55 0:00

ທ້າວ Kristopher Larsen ຊາວ​ຫວຽດນາມ​ອາ​ເມຣິກັນ ​ໄດ້​ຮຽນ​ຮູ້​ວ່າ ​ລາວບໍ່​ແມ່ນ​
ສັນຊາດ​ອາ​ເມຣິກັນ​ ເວລາ​ລາວຕິ​ດຄຸກ​ຢູ່ ​ລັດວໍຊິງ​ຕັນ ​ໃນ​ຖານ​ລັກພາ​ໂຕ ​ແລະໄດ້
ປະ​ເຊີ​ນໜ້າ​ກັບ​ການ​ອາດ​ຖື​ກ​ເນລະ​ເທດ. ລາວ​ອາຍຸກາຍສີ່​ສິບ​ປີໜ້ອຍນຶ່ງ ​ແລະ​ບໍ່
​ເຄີຍ​ຄິດ​ແກ່​ຕົນ​ເອງເລີຍວ່າຈະເຮັດແນວໃດ​ ​ແຕ່ຢາກ​ເປັນ​ສັນຊາດ​ອາ​ເມຣິກັນ.

ທ້າວ Larsen ແມ່ນ​ນຶ່ງ​ໃນ​ຈຳນວນ​ຫລາຍ​ພັນ​ຄົນ​ມີສັນຊາດ​ຕ່າງປະ​ເທດ ທີ່​ໄດ້​ຮັບ
ເອົາມາເປັນ​ລູກລ້ຽງ​ ​ໂດຍ​ພໍ່​ແມ່​ຊາວ​ອາ​ເມຣິກັນ ຜູ້​ທີ່​ບໍ່​ມີ​ຖານະ​ເປັນສັນ ຊາດ​ອ​າ​ເມຣິ
ກັນ ​ເພາະວ່າ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້ຍື່ນຄຳຮ້ອງຂໍ​ເປັນ​ສັນຊາດໃຫ້. ລາວ​ມີ​ອາຍຸ​ພຽງ
4 ປີ ​ເວລາລາວ​ໜີອອກ​ຈາກ​ຫວຽດນາມ ​ເພື່ອ​ເລີ້ມ​ຊີວິດ​ໃໝ່​ໃນນາມ​ລູກລ້ຽງ​ຂອງ​
ຄອບຄົວ​ທະຫານ​ອາ​ເມຣິກັນ.

​ມັນ​ແມ່ນ​ປີ 1975 ເວລາສົງຄາມ​ຫວຽດນາມຈະ​ສິ້ນ​ສຸດລົງ ປະທານາທິບໍດີ Gerald
Ford ​ໄດ້​ສັ່ງ​ໃຫ້ຍົກຍ້າຍ​ບັນດາ​ລູກ​ກຳພ້າ​ຫວຽດນາມ ໃນເວລາ​ປະຕິບັດ​ງານ​ທີ່​ຮູ້​ກັນ​
ວ່າ ປະຕິບັດງານ​ຂົນ​ເດັກນ້ອຍ. ທ້າວ Larsen ​ແມ່ນ​ນຶ່ງ​ໃນ​ຈຳນວນເດັກນ້ອຍ​ດັ່ງກ່າວ.

ທ້າວ Larsen ກ່າວ​ວ່າ ຄວາມ​ຈິງ​ແລ້ວ ຂ້າພະ​ເຈົ້າ​ບໍ່​ມີ​ຄວາມ​ຊົງ​ຈຳ​ໃດໆ ​ເວລາ​ຂ້າ​ພະ
​ເຈົ້າ​ເປັນເດັກ​ນ້ອຍທຸກໆ​ຄັ້ງ​ທີ່​ເຮືອບິນໆ​ຜ່ານ​ຫົວ​ໄປ ຂ້າພະ​ເຈົ້າ​ຢ້ານ ​ແລະ​ໄດ້​ແລ່ນ​ໜີ.”

ຫລັງ​ຈາກ​ລາວ​ໄດ້​ຮັບ​ເອົາ​ມາ​ລ້ຽງ ລາວ​ໄດ້​ຖືກ​ລ້ຽງ​ດູ​ອັນ​ທີ່​ລາວ​ຮ້ອງ​ວ່າ “ເປັນປະເພນີ
ອາເມຣິກັນ” ຢູ່ເກາະ Guam ແລະ Alaska.

ທ້າວ Kristopher Larsen ຊາວຫວຽດນາມອາເມຣິກັນ ແມ່ນນຶ່ງໃນຈຳນວນຫລາຍພັນສັນຊາດ ທີ່ຖືກພຊ່ແມ່ອາເມຣິກັນເອົາມາລ້ຽງ.
ທ້າວ Kristopher Larsen ຊາວຫວຽດນາມອາເມຣິກັນ ແມ່ນນຶ່ງໃນຈຳນວນຫລາຍພັນສັນຊາດ ທີ່ຖືກພຊ່ແມ່ອາເມຣິກັນເອົາມາລ້ຽງ.

ICE ໄດ້ມາຮ້ອງຫາທ້າວ Larsen ບໍ່ມີເຫດຜົນທີ່ຈະຄິດວ່າລາວບໍ່ແມ່ນສັນຊາດອາ
ເມຣິກັນ. ລາວມີໂຕເລກບັດສັງຄົມ ແລະບັດຂຽວ. ລາວໄດ້ເຂົ້າມະຫາວິທະຍາໄລ
Alaska ທີ່ນະຄອນ Anchorage ແລະໄດ້ເຮັດວຽກຢູ່ໃນຂະແໜງ

ຂໍ້ມູນ. ໃນເວລາຕໍ່ມາ ລາວໄດ້ແຕ່ງງານ ມີລູກສອງຄົນ ແລະຍ້າຍໄປຢູ່ນະຄອນ
Seattle ລັດ Washington ຢູ່ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG