ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມສິ້ນຫວັງ ໄດ້ເຮັດໃຫ້ ຊາວອັຟການິສຖານ ຫຼາຍພັນຄົນ ເດີນທາງຂ້າມຊາຍແດນ


ຜູ້ອົບພະຍົບ ຊາວອັຟການິສຖານ ທີ່ຖືກເນລະເທດ ພາກັນເດີນທາງຈາກອີຣ່ານເຂົ້າສູ່ ອັຟການິສຖານ ທີ່ຈຸດຜ່ານແດນ ອິສລາມກາລາ, ໃນວັນພຸດ ທີ 24 ພະຈິກ 2021.
ຜູ້ອົບພະຍົບ ຊາວອັຟການິສຖານ ທີ່ຖືກເນລະເທດ ພາກັນເດີນທາງຈາກອີຣ່ານເຂົ້າສູ່ ອັຟການິສຖານ ທີ່ຈຸດຜ່ານແດນ ອິສລາມກາລາ, ໃນວັນພຸດ ທີ 24 ພະຈິກ 2021.

ໃນຊ່ວງນຶ່ງຊົ່ວໂມງຂອງມື້ຄືນນີ້ ລົດເມທີ່ມີຜູ້ໂດຍສານເຕັມຄັນລົດ ໄດ້ຈອດລໍຖ້າຢູ່ສະຖານີຂອງເມືອງ ເຮຣັທ໌ (Herat). ສ່ວນຫຼາຍແມ່ນພວກຊາຍໜຸ່ມນ້ອຍ, ພວກເຂົາເຈົ້າບໍ່ມີກະເປົາເຄື່ອງ, ມີແຕ່ເສື້ອຜ້າທີ່ໃສ່ຢູ່ນັ້ນ, ບາງທີ ຢູ່ໃນຖົງທີ່ມີແຕ່ເຂົ້າຈີ່ ແລະນໍ້າສໍາລັບການເດີນທາງທີ່ຍາວນານໃນຂ້າງໜ້າຂອງພວກເຂົາ.

ຖະໜົນສາຍນັ້ນ ຈະນໍາພວກເຂົາເຈົ້າໄປສູ່ ອີຣ່ານ.

ທຸກໆມື້, ມີລົດໂດຍສານຫຼາຍຄັນເດີນທາງອອກຈາກເມືອງ ເຮຣັທ໌ ທາງທິດຕາເວັນຕົກຂອງ ອັຟການິສຖານ, ຂົນສົ່ງຫຼາຍຮ້ອຍຂົນໄປຍັງເຂດຊາຍແດນ. ໃນຂະນະທີ່ ພວກເຂົາເຈົ້າລົງຈາກລົດ, ຕິດຕໍ່ກັບພວກລັກລອບຂົນສົ່ງຄົນເຖື່ອນ ແລະເດີນທາງເປັນເວລາຍາວຫຼາຍມື້, ບາງຄັ້ງກໍອັດແໜ້ນກັນເຂົ້າໄປໃນກັນຊົນຂອງລົດກະບະທີ່ແລ່ນຜ່ານດິນແດນທີ່ຮົກຮ້າງ, ບາງຄັ້ງກໍຍ່າງຜ່ານຮ່ອມພູທີ່ກັນດານ ແລະ ມືດມິດ ເພື່ອຫຼົບຫຼີກຈາກບັນດາຜູ້ຍາມ ແລະພວກໂຈນທັງຫຼາຍ.

ເມື່ອຢູ່ໃນ ອີຣ່ານ, ສ່ວນຫຼາຍແມ່ນຈະພາກັນຢູ່ທີ່ນັ້ນ ເພື່ອຊອກວຽກເຮັດ. ແຕ່ບາງສ່ວນຍັງຫວັງທີ່ຈະໄປໄກກວ່ານັ້ນ.

ຮາຣູນ (Haroun) ທີ່ມີອາຍຸ 20 ປີຜູ້ທີ່ນັ່ງຢູ່ໃນລົດໂດຍສານຂ້າງກັບໝູ່ຂອງລາວ ຟວດ (Fuad) ກ່າວວ່າ “ພວກເຮົາຈະໄປຕໍ່ຢູໂຣບ.” ມັນບໍ່ມີວຽກເຮັດຢູ່ທີ່ໝູ່ບ້ານຂອງພວກເຂົາ. “ພວກເຮົາບໍ່ມີທາງເລືອກ, ລະບົບເສດຖະກິດຢູ່ທີ່ນີ້ບໍ່ມີຫຍັງເຫຼືອແລ້ວ. ເຖິງແມ່ນວ່າພວກເຮົາຈະຕ້ອງຕາຍໃນຊ່ວງທີ່ເດີນທາງ, ພວກເຮົາກໍ່ຍອມຮັບມັນ.”

ຊາວອັຟການິສຖານ ພາກັນຫຼັ່ງໄຫຼຂ້າມຊາຍແດນໄປ ອີຣ່ານ ດ້ວຍຈໍານວນທີ່ເພີ້ມຂຶ້ນຢ່າງໄວວາ, ໂດຍໄດ້ຮັບຜົນຈາກຄວາມໝົດຫວັງ. ນັບຕັ້ງແຕ່ກຸ່ມຕາລິບານໄດ້ເຂົ້າຢຶດອໍານາດເມື່ອກາງເດືອນສິງຫາທີ່ຜ່ານມາ, ການຫຼົ້ມສະຫຼາຍຂອງລະບົບເສດຖະກິດຢູ່ໃນ ອັຟການິສຖານ ໄດ້ເພີ້ມໄວຂຶ້ນ, ອັນໄດ້ເຮັດໃຫ້ສູນເສຍວຽກງານຫຼາຍລ້ານຄົນ ແລະເຮັດໃຫ້ພວກເຂົາບໍ່ສາມາດຫາລ້ຽງຄອບຄົວໄດ້. ໃນຊ່ວງສາມເດືອນທີ່ຜ່ານມາ, ມີປະຊາຊົນຫຼາຍກວ່າ 300,000 ຄົນຜ່ານເຂົ້າໄປໃນອີຣ່ານຢ່າງຜິດກົດໝາຍ, ອີງຕາມຂໍ້ມູນຂອງຂໍ້ມູນຂອງສະພາຜູ້ອົບພະຍົບແຫ່ງ ນໍເວ, ແລະອີກຫຼາຍຄົນກໍາລັງເດີນທາງມາໃນຈໍານວນ 4,000 ຫາ 5,000 ຄົນຕໍ່ມື້.

ສະຫະພາບຢູໂຣບກໍາລັງກຽມພ້ອມ ສໍາລັບການຂະຫຍາຍໂຕທີ່ອາດຈະເກີດຂຶ້ນຂອງປະຊາຊົນ ອັຟການິສຖານ ທີ່ພະຍາຍາມເຂົ້າເຖິງຝັ່ງ ໃນຊ່ວງເວລາທີ່ບັນດາປະເທດໃນສະຫະພາບຢູໂຣບມຸ້ງໝັ້ນທີ່ຈະປິດຊາຍແດນເພື່ອປ້ອງກັນພວກອົບພະຍົບໂດຍທົ່ວໄປ.

ຈົນເຖິງຕອນນີ້, ຈໍານວນຜູ້ອົບພະຍົບທີ່ຊາວອັຟການິສຖານທີ່ພາກັນໄປຍັງຢູໂຣບ ຍັງບໍ່ທັນເກີດ ຂຶ້ນແທ້. ຊາວອັຟການິສຖານ ທີ່ເຂົ້າໄປຢູໂຣບແມ່ນ “ຍັງຄົງໂຕຢູ່,” ອີງຕາມລາຍງານການຍົກຍ້າຍຖິ່ນຖານປະຈໍາອາທິກຂອງສະຫະພາບຢູໂຣບ ຕັ້ງແຕ່ວັນທີ 21 ພະຈິກ. ລາຍງານລະບຸວ່າ ຊາວອັຟການິສຖານບາງຄົນທີ່ເດີນທາງມາຈາກເທີກີເຖິງ ອິຕາລີ ໃນເດືອນພະຈິກ ບອກກັບເຈົ້າໜ້າທີ່ວ່າ ພວກເຂົາເຈົ້າໄດ້ພາກັນໜີອອກຈາກປະເທດຍ້ອນການຢຶດຄອງຂອງກຸ່ມຕາລິບານ.

ແຕ່ຊາວອົບພະຍົບອັຟການິສຖານສ່ວນໃຫຍ່ ຕັ້ງໃຈທີ່ຈະຢູ່ໃນອີຣ່ານ, ເຊິ່ງກໍາລັງປະສົບກັບການປິດປະເທດ ໂດຍມີຊາວອັຟການິສຖານ ຫຼາຍກວ່າ 3 ລ້ານຄົນທີ່ໜີອອກຈາກບ້ານເກີດເມືອງນອນຂອງພວກເຂົາເຈົ້າ ຈາກຄວາມສັບສົນວຸ້ນວາຍໃນຊ່ວງຫຼາຍສິບປີທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG