ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການສະເໜີ ໃຫ້ໃຊ້ ມາດຕະການ ເດັດຂາດ ເພື່ອຄ້ຳຈຸນ ປະຊາທິປະໄຕ ໃນ ກຳປູເຈຍ


ທ່ານ Ted Cruz ພວມຍ່າງອອກຈາກ ຫ້ອງປະຊຸມ ຂອງສະພາສູງ ທີ່ຕຶກສະພາ ສະຫະລັດ.
ທ່ານ Ted Cruz ພວມຍ່າງອອກຈາກ ຫ້ອງປະຊຸມ ຂອງສະພາສູງ ທີ່ຕຶກສະພາ ສະຫະລັດ.

ມະຫາອຳນາດແລະສະຖາບັນຕ່າງໆຂອງປະເທດຕາເວັນຕົກ ກຳລັງຊອກຫາຊ່ອງ
ທາງເພື່ອຈະຍຸຕິການເຄື່ອນໄຫວໄປສູ່ຜະເດັດການຢ່າງເຕັມທີ່ຂອງກຳປູເຈຍພວມ
ນຳໃຊ້ທາງເລືອກອັນສຸດທ້າຍ ໃນຂະນະທີ່ຄວາມຮູ້ສຶກຕໍ່ຕ້ານຕ່າງປະເທດ ແມ່ນມີ ການເພັ່ງເລັງເພີ້ມຂຶ້ນຂອງສື່ມວນຊົນໃນປະເທດດັ່ງກ່າວ.

ສະມາຊິກສະພາສູງ Ted Cruz ໄດ້ກ່າວເຂົ້າສູ່ການຖົກຖຽງໃນວັນອັງຄານຜ່ານມາ ໂດຍຂົ່ມຂູ່ວ່າ ຈະມີຜົນທີ່ຕິດຕາມມາຖ້າຫາກທ່ານ Kem Sokha ຜູ້ນຳຝ່າຍຄ້ານທີ່ ຖືກຄຸມຂັງຢູ່ໃນເວລານີ້ ຫາກບໍ່ຖືກປ່ອຍໂຕ.

ທ່ານ Cruz ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ “ຖ້ານາຍົກລັດຖະມົນຕີຂອງທ່ານ
ບໍ່ປ່ອຍທ່ານ Kem Sokha ພາຍໃນວັນທີ 9 ພະຈິກ ຂ້າພະເຈົ້າຈະເລີ້ມເຮັດວຽກ ກັບ
ເພື່ອນຮ່ວມງານ ຢູ່ໃນລັດຖະສະພາ ແລະລັດຖະບານຂອງທ່ານທຣຳ ເພື່ອສຶກສາເບິ່ງ
ວ່າ ເຈົ້າໜ້າທີ່ໆເຈາະຈົງຄົນໃດຂອງລັດຖະບານຮັບຜິດຊອບຕໍ່ການກະທຳເຫຼົ່ານີ້ ຈະ
ຖືກຂັດຂວາງບໍ່ໃຫ້ເດີນທາງເຂົ້າມາໃນສະຫະລັດ.”

ທ່ານ Kem Sokha ຜູ້ນຳພັກຝ່າຍຄ້ານກຳປູເຈຍ ພວມກ່າວຄຳປາໄສ ຕໍ່ພວກສະໜັບສະໜູນ
ທ່ານ Kem Sokha ຜູ້ນຳພັກຝ່າຍຄ້ານກຳປູເຈຍ ພວມກ່າວຄຳປາໄສ ຕໍ່ພວກສະໜັບສະໜູນ

ການຈົດທະບຽນເພື່ອການເລືອກຕັ້ງແຫ່ງຊາດໃນປີໜ້າຈະສິ້ນສຸດລົງໃນວັນທີ 9 ພະຈິກ ໂດຍທີ່ລັດຖະບານ ພວມເຄື່ອນໄຫວ ຫາທາງຍຸບ ພັກການເມືອງຝ່າຍຄ້ານ ທີ່ໜ້າເຊື່ອຖື
ໄດ້ພຽງພັກດຽວ ຄືພັກກູ້ຊາດກຳປູເຈຍຫຼື CNRP.

ສະຫະລັດໄດ້ວາງຂໍ້ຈຳກັດ ໃນການອອກວີຊ່າ ຕໍ່ພວກເຈົ້າໜ້າທີ່ກະຊວງຕ່າງປະເທດ
ກຳປູເຈຍຈຳນວນນຶ່ງ ແລະຄອບຄົວຂອງພວກເຂົາເຈົ້າ ເມື່ອເດືອນກັນຍາຜ່ານມາ ໃນ
ການຕອບໂຕ້ຕໍ່ຄວາມເປັນຫ່ວງອີກດ້ານນຶ່ງຕ່າງຫາກນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG