ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນກາງປ້ອງກັນ ແລະຄວບຄຸມພະຍາດ ເຕືອນວ່າ ໄວຣັສສາຍພັນໃໝ່ ສາມາດເຮັດໃຫ້ ມີການຕິດແປດ ແລະເສຍຊີວິດເພີ້ມຂຶ້ນ


ຫ້ອງການໃຫຍ່ ສູນກາງປ້ອງກັນ ແລະຄວບຄຸມພະຍາດ (CDC) ຂອງສະຫະລັດ ທີ່ນະຄອນອັດແລນຕາ ລັດຈໍເຈຍ.
ຫ້ອງການໃຫຍ່ ສູນກາງປ້ອງກັນ ແລະຄວບຄຸມພະຍາດ (CDC) ຂອງສະຫະລັດ ທີ່ນະຄອນອັດແລນຕາ ລັດຈໍເຈຍ.

ຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ ຢູ່ໃນສະຫະລັດ ໄດ້ຫລຸດລົງມາ ເປັນຕ່ຳກວ່າ 100.000 ຄົນ ຫວ່າງບໍ່ເທົ່າໃດມື້ທີ່ຜ່ານມານີ້ ແຕ່ວ່າພວກເຈົ້າໜ້າທີ່ການ ແພດ ໄດ້ເຕືອນໃນວັນອາທິດວານນີ້ວ່າ ໂຣກລະບາດດັ່ງກ່າວ ແມ່ນຍັງອີກໄກຢູ່ທີ່ ຈະຄວບຄຸມໄດ້.

ສະຫະລັດມີລາຍງານການເສຍຊີວິດແລະຕິດເຊື້ອໂຄວິດ-19 ຫຼາຍກວ່າປະເທດ ອື່ນໃດທັງໝົດ ຊຶ່ງໄດ້ມີການຈົດບັນທຶກ ຫຼາຍກວ່າ 200,000 ກໍລະນີໃໝ່ ຕໍ່ມື້ ໃນເດືອນທັນວາທີ່ຜ່ານມາ ແລະຈຳນວນຍັງເພີ້ມຂຶ້ນ ເປັນຫຼາຍກວ່າ 250,000 ກໍລະນີຕໍ່ມື້ໃ ນເດືອນມັງກອນ ອີງຕາມມະຫາວິທະຍາໄລຈອນສ໌ ຮັອບກິນສ໌.

ໃນວັນສຸກ ແລະວັນເສົາທີ່ຜ່ານມານີ້ ເຖິງຢ່າງໃດກໍດີ ຈຳນວນກໍລະນີຕິດເຊື້ອໃໝ່ ໄດ້ຫລຸດລົງຕໍ່າກວ່າ 100,000 ຄົນ ໃນແຕ່ລະມື້.

ບໍ່ເທົ່ານັ້ນ ດຣ. ໂຣແຊລ ວາເລັນສກີ ຜູ້ອຳນວຍການສູນກາງຄວບຄຸມແລະປ້ອງ ກັນພະຍາດຂອງສະຫະລັດ ກ່າວວ່າໂຕເລກຫລ້າສຸດ ແມ່ນຮວມທັງ 1,500 ຫາ 3,500 ເສຍຊີວິດເພີ້ມຂຶ້ນຕໍ່ມື້ 2 ເທົ່າເຄິ່ງຂອງໂຕເລກ ທີ່ປະເທດໄດ້ບັນທຶກໄວ້ ໃນລະດູຮ້ອນປີກາຍນີ້່.

ທ່ານນາງໄດ້ກ່າວຕໍ່ລາຍການ “Meet the Press” ຂອງໂທລະພາບ NBC ວ່າ “ເປັນຂ່າວດີ ທີ່ເຫັນບັນດາໂຕເລກສູງເຫລົ່ານີ້ ໄດ້ຫລຸດລົງ ແຕ່ວ່າມັນຫລຸດລົງ ຈາກບ່ອນສູງຜິດປົກກະຕິ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG