ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາ​ຍຸ ເດ​ເຣ​ໂຈ ສ້າງ​ຄວາມ​ເສຍ​ຫາຍ ແລະ ໄມ​ຟ້າ​ມອດຫຼາຍ​ວັນ​ໃນ​ຫຼາຍ​ພາກ​ສ່ວນ​ຂອງ​ແຂວງ ອອນ​ທາ​ຣີ​ໂອ ແລະ ເກ​ເບັກ


ຕົ້ນ​ໄມ້​ລົ້ມ​ຢູ່​ໜ້າ​ບ້ານ​ຂອງ​ປະ​ຊາ​ຊົນ​ໃນ​ນະ​ຄອນຫຼວງ ອັອດ​ຕາ​ວາ, ປະ​ເທດ ກາ​ນາ​ດາ.
ຕົ້ນ​ໄມ້​ລົ້ມ​ຢູ່​ໜ້າ​ບ້ານ​ຂອງ​ປະ​ຊາ​ຊົນ​ໃນ​ນະ​ຄອນຫຼວງ ອັອດ​ຕາ​ວາ, ປະ​ເທດ ກາ​ນາ​ດາ.

ພາຍຸ ເດເຣໂຈ (Derecho) ທີ່ຮຸນແຮງ ໄດ້ພັດຖະຫຼົ່ມຫຼາຍພາກສ່ວນຂອງແຂວງ ອອນທາຣີໂອ ແລະ ເກ
ເບັກ ຂອງການາດາ ເມື່ອວັນເສົາທີ່ຜ່ານມາ, ເຮັດໃຫ້ບ້ານເຮືອຫຼາຍຫຼັງຖືກທຳລາຍ ແລະ ຕົ້ນໄມ້ຈຳນວນ ຫຼາຍຫັກລົງ ແລະ ຖືກຖອນຮາກ. ປັດຈຸບັນນີ້ ເຮືອນຫຼາຍຫຼັງ ແມ່ນໄດ້ໄຟຟ້າໃຊ້ກັບຄືນມາແລ້ວ ແລະ ເຈົ້າ ໜ້າທີ່ພ້ອມກັບປະຊາຊົນແມ່ນກໍກຳລັງທຳຄວາມສະອາດຊາກຫັກພັງຕ່າງໆ.

ແມ່ຍິງລາວຄົນນຶ່ງ ທີ່ອາໄສຢູ່ນະຄອນຫຼວງ ອັອດຕາວາ ໄດ້ກ່າວຕໍ່ພວກເຮົາ ກ່ຽວກັບ ຜົນເສຍຫາຍຈາກພາຍຸຫົວນັ້ນວ່າ “ດຽວນີ້ໄຟຟ້າມາແລ້ວ, ມັນມອດຕັ້ງວ່າ 5 ມື້. ນໍ້າມັນກະປິດຫຼາຍປໍ້າ, ແລ້ວອາຫານກະຊິຂາດຕະຫຼາດ. ວຽກກະບໍ່ໄດ້ໄປບໍ່ມີໄຟ. ບາດມີໄຟຊໍ້າພັດບໍ່ມີນໍ້າມັນ. ມີອາຫານແຊ່ແຂງຢູ່ໃນຕູ້ເຢັນ ກະຈົນວ່າເປື່ອຍໝົດ. ໄດ້ຕົ້ມນໍ້າອາບ ດີແຕ່ມັນບໍ່ໜາວຫຼາຍ ບໍ່ມີຫິມະ ບໍ່ຊັ້ນຕາຍ. ດີແຕ່ຢູ່ເຮືອນໃຊ້ແກັສ ບໍ່ຊັ້ນລະບໍ່ໄດ້ເຮັດຫຍັງ.”

ພາຍຸເດເຣໂຈ ໄດ້ສັງຫານປະຊາຊົນ 10 ຄົນ, ບ້ານເຮືອນ ແລະ ທຸລະກິດເກືອບ 1 ລ້ານຫລັງແມ່ນບໍ່ມີໄຟຟ້າໃຊ້ໃນແຂວງ ອອນທາຣີໂອ ແລະ ເກເບັກ ໃນເວລາທີ່ສະຖານະການແມ່ນຮ້າຍແຮງທີ່ສຸດນັ້ນ. ລົມພາຍຸ ເດເຣໂຈ ຄວາມແຮງຂອງລົມພາຍຸ ເດເຣໂຈ ຖືກຈັບໄດ້ 132 ກິໂລແມັດຕໍ່ຊົ່ວໂມງເມື່ອວັນເສົາທີ່ຜ່ານມາ, ອີງຕາມອົງການສິ່ງແວດລ້ອມ ການາດາ.

XS
SM
MD
LG